ສ່ວນນຶ່ງຂອງໂຄງການຊ່ວຍເຫຼືອທາງທະຫານຂອງ ສະຫະລັດ ໃຫ້ແກ່ ຢູເຄຣນ ໃນເດືອນເມສາ 2022, ເຊິ່ງແມ່ນລົດບັນທຸກທະຫານທີ່ຫຸ້ມເກາະ ລຸ້ນ M113, ທີ່ໄດ້ພິສູດໃຫ້ເຫັນວ່າ ມີຄວາມສຳຄັນໃນການດຳເນີນປະຕິບັດການໂຈມຕີ ແລະ ສະໜອງການປົກປ້ອງໃຫ້ແກ່ກອງທະຫານເທິງພາກພື້ນດິນຂອງ ຢູເຄຣນ. ແລະ ຍານພາຫະນະທີ່ວ່ານີ້ ຈຳນວນຫຼາຍຄັນແມ່ນຍັງໃຊ້ງານ ແລະ ແລ່ນຢູ່ເກືອບສາມປີຕໍ່ມາ.
ທະຫານ ຢູເຄຣນ ທ້າວ ວິຕາລີ ໂຄວາລຊຸກ, ຜູ້ທີ່ມີລະຫັດຮຽກຂານວ່າ “ປາສປາຕູ,” ເວົ້າວ່າ ລົດບັນທຸກທະຫານທີ່ຫຸ້ມເກາະ M113 ອາເມຣິກັນ ຂອງລາວ ແມ່ນສ່ວນນຶ່ງຂອງເຫດຜົນທີ່ລາວຍັງຄົງຕໍ່ສູ້ຢູ່.
ທ້າວ ວິຕາລີ ໂຄວາລຊຸກ ຈາກກອງກຳລັງຕິດອາວຸດຂອງ ຢູເຄຣນ ກ່າວວ່າ “ກອງທະຫານຂອງພວກເຮົາຖືກປິດລ້ອມໝົດເລີຍ. ພວກເຮົາຕ້ອງການທີ່ຈະນຳເອົາກຸ່ມກອງກຳລັງເສີມ ແລະ ກຳລັງທັງໝົດເຂົ້າມາ.”
ທ້າວ ໂຄວາລຊຸກ ເວົ້າວ່າ, ແຕ່ວ່າ, ລົດຫຸ້ມເກາະ M113 ສາມາດຫລົບໜີອອກມາໄດ້.
ທ້າວ ວິຕາລີ ໂຄວາລຊຸກ ກ່າວວ່າ “ຂ້ອຍໄດ້ແນມເບິ່ງເຄື່ອງວັດຄວາມໄວ, ເຫັນເຂັມເໜັງຕີງ, ແລະ ຮູ້ວ່າ ລົດມັນບໍ່ໄດ້ຕາຍ. ຂ້ອຍຕົກໃຈຫຼາຍ. ຂ້ອຍເລີຍເລັ່ງນ້ຳມັນ ແລ້ວມັນກໍເລີ່ມເຄື່ອນໄຫວ. ຂ້ອຍດີໃຈຫຼາຍ. ຂ້ອຍບໍ່ສາມາດເວົ້າອອກມາເປັນຄຳເວົ້າໄດ້.”
ທ້າວ ໂຄວາລຊຸກ ເຄີຍເຮັດວຽກຢູ່ອຸດສາຫະກຳຮູບເງົາ ກ່ອນທີ່ ຣັດເຊຍ ທຳການບຸກລຸກ ຢູເຄຣນ. ຫຼັງຈາກເດືອນກຸມພາ 2022, ລາວໄດ້ພາຄອບຄົວຂອງລາວໄປບ່ອນທີ່ປອດໄພ ແລະ ໄດ້ເຂົ້າຮ່ວມກອງກຳລັງຕິດອາວຸດຂອງ ຢູເຄຣນ. ລາວໄດ້ເຫັນລົດ M113 ຂອງ ອາເມຣິກາ ຄັ້ງທຳອິດໃນລະດູໃບໄມ້ຫຼົ່ນຂອງປີ 2022.
ທ້າວ ວິຕາລີ ໂຄວາລຊຸກ ກ່າວວ່າ “ມັນຄ່ອງແຄ້ວ ແລະ ໄວ. ທຽບໃສ່ກັບຍານພາຫະນະຕໍ່ສູ້ທະຫານພາກພື້ນດິນຂອງໂຊຫວຽດ ແລະ ລົດຖັງ, ມັນງຽບກວ່າຫຼາຍ ແລະ ສາມາດເຄື່ອນໄຫວໄດ້ຫຼາຍກວ່າ.
ລົດ M113 ສາມາດບັນຈຸຄົນໄດ້ສອງຄົນຄືຄົນຂັບ ແລະ ມືປືນ. ມືປືນອາຍຸ 23 ປີ ທ້າວ ໂອເລັກຊີ ດິມີເຊັນໂກ ສາມາດທີ່ຈະໜີອອກຈາກເມືອງທີ່ເປັນບ້ານຂອງລາວໄດ້ ຫຼັງຈາກການເລີ່ມຕົ້ນຂອງການບຸກລຸກຂອງ ຣັດເຊຍ. ລາວໄດ້ເຂົ້າຮ່ວມກອງກຳລັງຕິດອາວຸດຂອງ ຢູເຄຣນ, ທຳອິດໄດ້ຕໍ່ສູ້ໃນພາກພື້ນ ຊາໂປຣິສເຊຍ ແລະ ຕໍ່ມາໃນເມືອງ ດອນບາສ.
ທ້າວ ໂອເລັກຊີ ດິມີເຊັນໂກ, ຈາກກອງກຳລັງຕິດອາວຸດຂອງ ຢູເຄຣນ ກ່າວວ່າ “ຖ້າເຈົ້າທຽບມັນກັບຍານພາຫະນະຕໍ່ສູ້ທະຫານພາກພື້ນດິນຂອງ ຣັດເຊຍ, ດ້ວຍລົດດັ່ງກ່າວ ເຈົ້າຈະມີຜູ້ເສຍຊີວິດ ແລະ ບາເຈັບເກືອບທຸກຄັ້ງ. ແຕ່ຢູ່ທີ່ນີ້, ພວກເຮົາໄດ້ຜ່ານຜ່າຫຼາຍສະຖານະການ, ຖືກໂຈມຕີໂດຍກົງ ແລະ ທາງອ້ອມຫຼາຍຄັ້ງ, ຖືກສະເກັດລະເບີດ. ມັນມີຄວາມທົນທານຂ້ອນຂ້າງດີ. ເວລາເຈົ້າຢູ່ທາງໃນ, ເຈົ້າຈະມີຄວາມໝັ້ນໃຈວ່າ ເຈົ້າຈະກັບມາ.”
ໃນເດືອນທັນວາ 2024, ກະຊວງປ້ອງກັນປະເທດຂອງ ຢູເຄຣນ ໄດ້ລາຍງານວ່າ ລົດ M113 ຈຳນວນນຶ່ງໄດ້ຮັບການປັບປຸງດ້ວຍອົງປະກອບການຕໍ່ສູ້ໃໝ່ ທີ່ອະນຸຍາດໃຫ້ມືປືນທຳການຍິງ ໃນຂະນະທີ່ຢູ່ໃນລົດ, ເຮັດໃຫ້ມັນມີປະສິດທິພາບຍິ່ງຂຶ້ນກວ່າເກົ່າ.
ອ່ານລາຍງານນີ້ເປັນພາສາອັງກິດ
Part of a U.S. military aid package to Ukraine in April 2022, the M113 [say “em – 1- 1 – 3”] armored personnel carrier has proved vital in conducting assault operations and providing protection for Ukrainian infantry. And many of these vehicles are still up and running nearly three years later.
Ukranian soldier Vitaliy Kovalchuk, who goes by call sign "Paspartu," says his American M-113 [say - “em – one – one – three’] armored personnel carrier is part of the reason he’s still fighting.
“Our unit was completely surrounded. We needed to bring in a reserve group, and the whole
Yet, the M113 managed to escape, Kovalchuk says.
“I looked at the tachometer, saw the arrow move, and realized the vehicle hadn’t stalled. I was really surprised. I hit the gas – and it started moving. I was so happy. I can’t put it into words.”
Kovalchuk worked in the film industry before Russia's invasion of Ukraine. After February 2022, he took his family to a safer area and joined Ukraine’s Armed Forces. He was first introduced to the American M113 in the fall of 2022.
“It’s agile and fast. Compared to Soviet infantry fighting vehicles and tanks, it’s much quieter and more maneuverable.”
The M113 holds a two-person crew – a driver and a gunner. Twenty-three-year-old gunner Oleksiy Dmytrenko managed to leave his home city of Mariupol after the start of Russia’s invasion. He joined Ukraine’s Armed Forces, initially fighting in the Zaporizhzhia region and later, Donbas.
“If you compare it to a Russian infantry fighting vehicle, with the latter, you end up with casualties almost every time. But here, we’ve been through many situations, many direct and indirect hits, shrapnel. It holds up really well. When you’re inside, you’re confident you’ll come back.”
In December 2024, Ukraine’s Ministry of Defense reported that some M113s had been upgraded with new combat modules that allow the gunner to fire while staying inside the vehicle, making it even more effective.
ຟໍຣັມສະແດງຄວາມຄິດເຫັນ