ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຄົນຖືກ ລອັດເຕີຣີ Powerball ມູນຄ່າ 590.5 ລ້ານໂດລ່າ ຢູ່ລັດຟລໍຣິດາ


ເຄື່ອງຈັກປິ່ນສະຫລາກ ລອັດເຕຣີ Powerball ທີ່ມີຄົນຖືກຢູ່ ເມືອງ Tallahassee ລັດຟລໍຣິດາ ຄືນວັນທີ 18 ພຶດສະພາ 2013. ໂຕເລກທີ່ຖືກ ແມ່ນ 22, 10, 13, 14, 52, ແລະ ເລກ Powerball ພິເສດ ແມ່ນ 11. ລາງວັນນີ້ມີມູນຄ່າ 590 ລ້ານ 5 ແສນໂດລ່າ. REUT
ເຄື່ອງຈັກປິ່ນສະຫລາກ ລອັດເຕຣີ Powerball ທີ່ມີຄົນຖືກຢູ່ ເມືອງ Tallahassee ລັດຟລໍຣິດາ ຄືນວັນທີ 18 ພຶດສະພາ 2013. ໂຕເລກທີ່ຖືກ ແມ່ນ 22, 10, 13, 14, 52, ແລະ ເລກ Powerball ພິເສດ ແມ່ນ 11. ລາງວັນນີ້ມີມູນຄ່າ 590 ລ້ານ 5 ແສນໂດລ່າ. REUT
ຄົນນັບເປັນລ້ານໆຄົນ ຢູ່ທົ່ວສະຫະລັດ ໄດ້ຄອງຄອຍຖ້າຟັງ
ດ້ວຍໃຈຈົດຈໍ່ ຜົນຂອງການຈົກສະຫລາກຫວຍລັອດ​ເຕີ​ລີ
Powerball ທີ່​ມີ​ເງິນ​ລາງວັນ​ຫລາຍ​ເປັນ​ປະວັດ​ການ ຄືເຖິງ
590 ລ້ານ 5 ແສນໂດລ່າ ທີ່ອອກມາໃນຄືນວັນເສົາວານນີ້.

ເຈົ້າໜ້າທີ່ເວົ້າໃນຕອນເຊົ້າໆວັນທິດມື້ນີ້ວ່າ ມີຜູ້ຖືກລາງວັນນີ້​
ແລ້ວ ຊຶ່ງຜູ້ກ່ຽວ ໄດ້ຊື້ບັດສະຫລາກໃບດຽວ ທີ່​ມີ​ເລກ 6 ​ໂຕ
ລາຄາ 2 ​ໂດ​ລາ ຢູ່ໃນລັດຟລໍຣິດາ ທາງພາກຕາເວັນອອກ
ສຽງໃຕ້ຂອງສະຫະລັດ. ຜູ້ຖືກລອັດ​ເຕີຣີນີ້ ຍັງບໍ່ທັນໄດ້ ເຂົ້າມາທວງເອົາລາງວັນເທື່ອ.

ລາງວັນຈໍານວນ​ມະຫາສານ​ດັ່ງກ່າວ ​ຊຶ່ງໄດ້ສະສົມຂຶ້ນ​ມາຍ້ອນ​ບໍ່ມີໃຜຖືກລາງວັນນີ້ ເປັນເວລາສອງເດືອນນັ້ນ ແມ່ນມີ​ຈໍານວນລື່ນ​ລາ​ງວັນລັອດ​ເຕີ​ລີ Powerball ຈໍານວນ​
ມະຫາສານ​ເທື່ອ​ກ່ອນ ໃນເດືອນພະຈິກ ປີ​ກາຍ​ນີ້.

ຜູ້ໂຊກດີຖືກລາງວັນທີນຶ່ງ ແມ່ນມີຫ້າໂຕເລກທໍາ​ອິດຖືກກັນກັບໝົດ ທັງຫ້າໂຕ ທີ່ຂຽນ​
ຢູ່​ເທິງໝາກບານຂາວນ້ອຍໆ ຈໍານວນ 59 ໜ່ວຍ ຢູ່​ໃນ​ເຄື່ອງ​ຈັກ​ທີ່​ປິ່ນໃຫ້​ໝາກບານ​
ໄຫລ​ລົງ​ມາ ແລະເລກທີ​ຫົກ ຫລື​ເລກ Powerball ພິເສດ ແມ່ນ​ເລືອກມາຈາກ ໝາກບານ
ສີແດງ 35 ໜ່ວຍ ​ໃນ​ເຄຶ່ອງຈັກ​ອີກ​ໜ່ວຍ​ນຶ່ງ. ໂອກາດທີ່ຈະຖືກລາງວັນຊຸດນີ້ ແມ່ນ 1 ໃນ 175 ລ້ານ.

ລາງວັນລັອດ​ເຕີ​ລີທີ່​ໃຫຍ່​ສຸດ​ໃນປະວັດ​ສາດສະຫະລັດ ​ແມ່ນ 656 ລ້ານ​ໂດ​ລາຂອງລອັດ
​ເຕີຣີ Mega Millions ທີ່ໄດ້​ແບ່ງ​ກັນ ລະຫວ່າງຜູ້​ຖືກ​ 3 ຄົນ ​ໃນເດືອນ​ມີນາ ປີ​ກາຍ​ນີ້. ລາງວັນ​ລອັດ​ເຕີ​ລີທີ່​ໃຫຍ່​ສຸດ​ຂອງ​ໂລກ ໄດ້​ແກ່ລາງວັນ​ລັອດ​ເຕີ​ລ El Gordo ຂອງ​ປະເທດສະ​ເປນ ທີ່​ແບ່ງ​ເງິນ​ລາງວັນ 3 ພັນ​ລ້ານ​ໂດ​ລ່າ ລະຫວ່າງພວກ​ທີ່​ຖືກຫຼາຍ​ພັນຄົນ ໃນ​ປີ​ກາຍ​ນີ້.
XS
SM
MD
LG