ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນຶ່ງ ໃນຜູ້ຖືກຫວຍ Powerball ໄປຮັບເອົາ ເງິນລາງວັນ (ສະໄລດ໌)


ນາງ Cyndy Hill ແລະ ທ້າວ Mark ສາມີຂອງນາງ ພາກັນຖືເຊັກເງິນ ພ້ອມດ້ວຍລູກຂອງພວກເຂົາເຈົ້າ ສາມຄົນ ທີ່ ເມືອງ Dearborn ລັດ Missouri ໃນວັນສຸກ ວານນີ້ ວັນທີ 30 ພະຈິກ 2012
ນາງ Cyndy Hill ແລະ ທ້າວ Mark ສາມີຂອງນາງ ພາກັນຖືເຊັກເງິນ ພ້ອມດ້ວຍລູກຂອງພວກເຂົາເຈົ້າ ສາມຄົນ ທີ່ ເມືອງ Dearborn ລັດ Missouri ໃນວັນສຸກ ວານນີ້ ວັນທີ 30 ພະຈິກ 2012
ຜູ້ຈັດການທີ່ຫວ່າງງານຄົນນຶ່ງແລະສາມີຂອງນາງ ທີ່ມາຈາກ
ເມືອງນ້ອຍໆ ແຫ່ງນຶ່ງໃນເຂດຊົນນະບົດ ຢູ່ລັດ Missouri ໃນ
ພາກກາງຂ້ອນໄປທາງຕາເວັນຕົກຂອງສະຫະລັດ ໄດ້ໄປທວງ
ເອົາເຄິ່ງນຶ່ງຂອງເງິນລາງວັນທີນຶ່ງ ມູນຄ່າ 580 ລ້ານໂດລາ ຂອງລັອດເຕີຣີຊຶ່ງເປັນທີ່ຮູ້ກັນດີໃນຊື່ Powerball.

ນາງ Cyndy Hill ແລະ ທ້າວ Mark ສາມີຂອງນາງ ທີ່ເປັນນາຍ
ຊ່າງອາຍຸ 52 ປີ ໄດ້ສະເໜີໂຕໃຫ້ຜູ້ຄົນຮູ້ຈັກ ໃນວັນສຸກວານນີ້
ຢູ່ທີ່ ເມືອງ Dearborn ລັດ Missouri, ຊຶ່ງເປັນຕົວເມືອງທີ່ມີ
ປະຊາຊົນ 495 ຄົນ ແລະຢູ່ຫ່າງຈາກນະຄອນ Kansas City
ໄປທາງເໜືອ 50 ກິໂລແມັດ. ຄອບຄົວ Hill ຢາກເອົາເງິນຫວຍ
ຈໍານວນ 192 ລ້ານ 5 ແສນໂດລາ ອອກເປັນງວດດຽວໂລດ ແທນທີ່ຈະຖອນເອົາເປັນປີໆໄປ. ລຸນຫລັງການຫັກພາສີແລ້ວ
ທັງສອງສາມີພັນລະຍາ ຈະຍັງເຫລືອເງິນ 136 ລ້ານ 5 ແສນໂດລາ.

ບັດທີສອງທີ່ຖືກລາງວັນທີນຶ່ງ ແມ່ນຂາຍຢູ່ລັດອາຣີໂຊນາ ແຕ່ວ່າ ຮອດຕອນແລງວັນສຸກ ວານນີ້ ຍັງບໍ່ມີໃຜໄປທວງເອົາ ສ່ວນນຶ່ງຂອງລາງນັ້ນ ເທື່ອ.

ອີງຕາມລະບຽບການທວງລາງວັນຂອງ Powerball ແລ້ວ ຜູ້ຖືກລາງວັນ ມີເວລາ 180 ວັນ ທີ່ຈະໄປທວງເອົາລາງວັນໄດ້ ຫລັງຈາກມື້ຫວຍອອກ.

ເງິນລາງວັນກ້ອນໃຫຍ່ໄດ້ທະວີຄູນຂຶ້ນໃນແຕ່ລະເທື່ອທີ່ບໍ່ມີຄົນຖືກ. ກ່ອນການຈົກສະ ຫລາກໃນວັນພຸດຜ່ານມານີ້ ບໍ່ມີໃຜຖືກລັອດເຕີຣີ Powerball ທີ່ຈົກສອງຄັ້ງຕໍ່ອາທິດນີ້ ມາໄດ້ສອງເດືອນແລ້ວ.

ສະໄລດ໌ ພາບຄົນຖືກຫວຍລາງວັນທີ 1 ທີ່ອອກໃນວັນທີ 27 ພະຈິກ:
XS
SM
MD
LG