ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະ​ຫະ​ລັດ ສົນ​ໃຈ ​ກອງ​ປະ​ຊຸມ​ສຸດຍອດ ທີ່​ອາດ​ມີ​ຂຶ້ນ ​ລະ​ຫວ່າງ ຫວຽດ​ນາມ - ຈີນ


ແຟ້ມ - ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ, ກາງ, ແລະ​ຜູ້​ນຳ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທ່ານ​ຫງວຽນ ຟູ ຈອງ , ຂວາ, ໃນ​ພິ​ທີ​ຕ້ອນ​ຮັບ​ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 12 ພະ​ຈິກ 2017.
ແຟ້ມ - ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ, ກາງ, ແລະ​ຜູ້​ນຳ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທ່ານ​ຫງວຽນ ຟູ ຈອງ , ຂວາ, ໃນ​ພິ​ທີ​ຕ້ອນ​ຮັບ​ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 12 ພະ​ຈິກ 2017.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ​ທີ່​ອາດ​ມີ​ຂຶ້ນ ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ມີ​ທ່າ​ທາງວ່າ​ອາດ​ຈະ​ເປັນ​ການ​ທົດ​ສອບ ເບິ່ງ​ການ​ກະ​ທຳ​ແບບ ​ບໍ່​ເຂົ້າ​ຂ້າງ​ອອກ​ຂາ​ຂອງ​ຮາ​ໂນ່ຍ ລະ​ຫວ່າງ​ປັກ​ກິ່ງ ແລະ​ວໍ​ຊິງ​ຕັນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພວກ​ນັກວິ​ເຄາະ.

ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານ​ໃນ​ອາ​ທິດ​ແລ້ວນີ້​ວ່າ ເຈົ້າ​ໜ້າ​ທີ່​ຫວຽດ​ນາມ​ແລະ​ຈີນ​ພວມ​ກະ​ກ​ຽມ​ການ​ພົບ​ປະ​ທີ່​ອາດ​ມີ​ຂຶ້ນ ລະ​ຫວ່າງ​ຜູ້​ນຳ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທ່ານ​ຫງວຽນ ຟູ ຈອງ ແລະ​ທ່ານ​ສີ ຈິ້ນ​ຜິງ ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ​ໃນ​ທ້າຍ​ເດືອນ​ຕຸ​ລາ ຫຼື​ຕົ້ນ​ເດືອນ​ພະ​ຈິກ​ຈະ​ມານີ້.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ ຍັງ​ບໍ່​ທັນ​ມີ​ການ​ປະ​ກາດ​ໂດຍ​ປັກ​ກິ່ງ ຫຼື​ຮາ​ໂນ່າຍ​ເທື່ອ.

ສະ​ຖານ​ທູດ​ຈີນ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນກໍ​ບໍ່​ຍອມ​ຕອບ​ການ​ຂໍ​ຄວາມ​ເຫັນ​ແລະ​ຂໍ​ໃຫ້​ສົ່ງ​ຄຳ​ຖາມ​ໄປ​ຍັງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ປັກ​ກິ່ງ. ວີ​ໂອ​ເອ ພະ​ແນກ​ພາ​ສາ​ຫວຽດ​ນາມ ໄດ້​ໂທ​ລະ​ສັບ​ໄປ​ຫາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ປະ​ສຽງ​ໄວ້ ນຳ​ບ່ອນ​ຝາກ​ຂໍ້​ຄວາມ ແຕ່​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃດໆ.

ຮາ​ໂນ່ຍ​ໄດ້​ຍົກ​ລະ​ດັບ​ຄວາມ​ສຳ​ພັນ​ກັບ​ວໍ​ຊິງ​ຕັນ​ ຂຶ້ນ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ແບບ
ກວມ​ລວມ​ຮອບ​ດ້ານ ຊຶ່ງ​ເຮັດ​ໃຫ້​ລະ​ດັບ​ຄວາມ​ສຳ​ພັນ​ກັບ​ສະ​ຫະ​ລັດ ​ຢູ່​ໃນ​ລະ​ດັບ​ດຽວ​ກັນກັບ​ຈີນ ໃນການ​ພົວ​ພັນ​ທາງ​ດ້ານ​ການ​ທູດ ໃນ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ເດີນ​ທາງ​ໄປ​ຢ້ຽມ​ຢາມຮາ​ໂນ່ຍ ເມື່ອ​ຕົ້ນ​ເດືອນ​ກັນ​ຍາ​ຜ່ານ​ມານີ້.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ ແມ່ນ​ເປັນ​ການ​ທົດ​ສອບ ໃນ​ອັນ​ທີ່​ເອີ້ນ​ວ່າ “ນະ​ໂຍ​ບາຍ​ໄມ້​ໄຜ່” ເພື່ອ​ສ້າງ​ຄວາມ​ກ້ຳ​ເກິ່ງ​ ທາງ​ດ້ານ​ຜົນ​ປະ​ໂຫຍດຂອງ​ຮາ​ໂນ່ຍ ລະ​ຫວ່າງ​ມະ​ຫາ​ອຳ​ນາດ​ທີ່​ພວມ​ແຂ່ງ​ຂັນ​ກັນ.

ທ່ານ​ເລ ຮອງ ຫຽບ ນັກ​ວິ​ເຄາະ​ອະ​ວຸ​ໂສ ທີ່ສະ​ຖາ​ບັນ ISEAS-Yusof Ishak ໃນ​ສິງ​ກະ​ໂປ ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ຫວຽດ​ນາມ​ໃນ​ອາ​ທິດນີ້​ວ່​າ ປັກ​ກິ່ງ ຮູ້​ສຶກ​ບໍ່ “ສະ​ບາຍ​ໃຈ” ທີ່​ເຫັນ​ຫວຽດ​ນາມ​ໄດ້​ຍົກ​ລະ​ດັບ​ຄວາມ​ສຳ​ພັນແລະ​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ສະ​ຫະ​ລັດ.

“ການ​ຢ້ຽມ​ຢາມ​ທີ່​ອາດ​ມີ​ຂຶ້ນ​ຂອງ​ທ່ານ​ສີ ແມ່ນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ ເພື່ອ​ຢ່າງ​ໜ້ອຍ​ກໍ​ຮັກ​ສາ​ຄວາມ​ກ້ຳ​ເກິ່ງ​ຂອງ​ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຕໍ່​ສະ​ຫະ​ລັດແລະ​ຈີນ ຖ້າ​ຫາກ​ບໍ່​ແມ່ນ​ພະ​ຍາ​ຍາມ​ດຶງ​ເອົາ​ຫວຽດ​ນາມ ໄປ​ເຂົ້າ​ຂ້າງ​ຈີນ​ເລີຍ” ທ່ານ​ຫຽບ​ກ່າວ.

​ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG