ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫວັງທີ່ຈະຮ່ວມມືກັບ ນາຍົກລັດຖະມົນຕີ ຊົ່ວຄາວ ຂອງປະເທດ ເຮຕີ


ປະທານາທິບໍດີເຮຕີ ທ່ານໂຕເວີແນລ ມວາເຊ (ກາງ) ຕິດຕາມດ້ວຍພັນລະຍາ ທ່ານນາງມາຕິນ ແລະນາຍົກລັດຖະມົນຕີ ທ່ານໂຈເຊຟ ຈູເຕ ທີ່ເມືອງ Port-au-Prince, ປະເທດເຮຕິ.
ປະທານາທິບໍດີເຮຕີ ທ່ານໂຕເວີແນລ ມວາເຊ (ກາງ) ຕິດຕາມດ້ວຍພັນລະຍາ ທ່ານນາງມາຕິນ ແລະນາຍົກລັດຖະມົນຕີ ທ່ານໂຈເຊຟ ຈູເຕ ທີ່ເມືອງ Port-au-Prince, ປະເທດເຮຕິ.

ສະຫະລັດໄດ້ຢໍ້າຄືນອີກ ກ່ຽວກັບ ການຮຽກຮ້ອງຂອງເຂົາເຈົ້າໃນວັນ ພຸດວານນີ້ ສຳລັບການເລືອກຕັ້ງສະພານິຕິບັນຍັດ ແລະ ປະທານາທິບໍດີ ທີ່ເປັນອິດສະຫຼະ ແລະ ຍຸຕິທໍາ ໃນປະເທດ ເຮຕີ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກນາຍົກລັດຖະມົນຕີ ໂຈເຊັຟ ຈູເຕ ແລະ ປະທານາທິບໍດີ ໂຈເວີແນລ ມວາເຊ ໄດ້ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດ ທ່ານຄລັອດ ໂຈເຊັຟ ເປັນຜູ້ກຳຕຳແໜ່ງແທນທ່ານ.

“ສະຫະລັດ ຫວັງທີ່ຈະສືບຕໍ່ການຮ່ວມມືກັບ ນາຍົກລັດຖະມົນຕີຊົ່ວຄາວ ທ່ານ ຄລອດ ໂຈເຊັຟ ລັດຖະບານຂອງ ເຮຕີ ແລະ ຊາວເຮຕີ ຜູ້ທີ່ມີຜົນປະໂຫຍດ ຮ່ວມກັນໝົດທຸກຄົນ ແລະ ບັນດາຄູ່ ຮ່ວມສາກົນ ທີ່ກຳລັງເຮັດວຽກເພື່ອຈັດ ການເລືອກຕັ້ງສະພານິຕິບັນຍັດ ແລະ ປະທານາທິບໍດີທີ່ເປັນ ອິດສະຫຼະ ແລະ ເປັນທຳໃນປີ 2021” ອີງຕາມຂໍ້ຄວາມທີ່ຂຽນຢູ່ໃນ ທວິດເຕີ ຂອງທ່ານນາງ ຈູລີ ຈັງ ຮອງເລຂາຂອງຫ້ອງການກິດຈະການຊີກໂລກຕາເວັນຕົກ ຂອງກະຊວງການຕ່າງ ປະເທດ ສະຫະລັດ.

ທ່ານຈູເຕ ໄດ້ປະກາດການລາອອກຂອງທ່ານໃນຕອນເຊົ້າມືດຂອງວັນພຸດວານນີ້ ໂດຍປາສະຈາກ ການອະທິບາຍໃດໆວ່າ ເປັນຫຍັງທ່ານຈຶ່ງລາອອກ. ທ່ານໄດ້ຂັດແຍ້ງກັບສະມາຊິກຄົນອື່ນໆໃນ ຄະນະລັດຖະບານຂອງທ່ານ ມວາເຊ, ຜູ້ທີ່ຄັດຄ້ານຢ່າງເປີດເຜີຍ ແລະ ໄດ້ທຳການຕໍ່ຕ້ານຄໍາສັ່ງ ຂອງ ທ່ານ ຈູເຕ ກ່ຽວກັບ ບັນຫາທີ່ພົວພັນກັບຄວາມປອດໄພ ແລະ ເປັນທຳ.

ທ່ານຈູເຕ ໄດ້ກ່າວໃນ ທວິດເຕີ ວ່າ “ຂ້າພະເຈົ້າໄດ້ມອບໜັງສືລາອອກໃຫ້ ປະທານາທິບໍດີແຫ່ງ ສາທາລະນະລັດ SEM@moisejovenel. ມັນເປັນກຽດ ທີ່ໄດ້ຮັບໃຊ້ປະເທດຊາດຂອງຂ້າພະ ເຈົ້າ ໃນຖານະເປັນນາຍົກລັດຖະມົນຕີ. ຂ້າພະເຈົ້າຂໍຂອບໃຈຕໍ່ບັນດາສະມາຊິກລັດຖະບານຂອງຂ້າພະເຈົ້າ ແລະ ຄູ່ຮ່ວມດ້ານເຕັກນິກ ແລະບັນດາຄູ່ຮ່ວມດ້ານການເງິນຂອງພວກເຮົາ ສຳລັບການຮ່ວມມືຂອງເຂົາເຈົ້າ. ພະເຈົ້າຈົ່ງຄຸ້ມຄອງ ເຮຕີ.”

ຢູ່ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີນັ້ນ ທ່ານ ມວາເຊ ໄດ້ກ່າວວ່າ “ການລາອອກ ຂອງລັດຖະບານດັ່ງກ່າວ, ເຊິ່ງຂ້າພະເຈົ້າໄດ້ຮັບເອົານັ້ນ, ຈະເຮັດໃຫ້ຂ້າພະ ເຈົ້າໄດ້ແກ້ໄຂຄວາມບໍ່ໝັ້ນຄົນທີ່ກຳລັງຖືກຮຽກຮ້ອງໃຫ້ມີຮັບມື ແລະທຳການ ປຶກສາຫາລືທີ່ຈະຊ່ວຍໃຫ້ພວກເຮົາພົບຄວາມເຫັນພ້ອມ ທີ່ມີຄວາມຈຳເປັນ ສຳລັບການເມືອງ ແລະ ຄວາມ ໝັ້ນຄົງຂອງສະຖາບັນຢູ່ໃນປະເທດຂອງ ພວກເຮົາ.”

ໃນການຕອບຕໍ່ການຂໍຄຳເຫັນຂອງ ວີໂອເອ ກ່ຽວກັບ ການສັບປ່ຽນ ຄະນະລັດຖະບານນັ້ນ ໂຄສົກກະຊວງຕ່າງປະເທດ ສະຫະລັດ ໄດ້ກ່າວເຖິງ ຄຳໝັ້ນໝາຍຂອງລັດຖະບານທ່ານ ໄບເດັນ ຕໍ່ການເຮັດວຽກກັບ ເຮຕີ ເພື່ອສົ່ງເສີມການປົກຄອງແບບປະຊາທິປະໄຕ ແລະ ລະບຽບກົດໝາຍ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG