ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ້າວໜ້າຕໍ່ໄປ ຫຼັງຈາກ ການຍິງກັນຕາຍ ຢູ່ໃນ ສາມ ລັດ


ປະຊາຊົນຢຶນກອດປອບໃຈກັນ ຢູ່ທີ່ບ່ອນໄວ້ອາໄລທີ່ຖືກສ້າງ
ຂຶ້ນເອງຢູ່ສຳນັກງານໃຫຍ່ຕຳຫຼວດ ຫຼັງຈາກຕຳຫຼວດໄດ້ຍິງ
ປະຊາຊົນຫຼາຍຄັ້ງໃນນະຄອນ Dallas, ລັດ Texas, ສະຫະລັດ, 10 ກໍລະກົດ, 2016.
ປະຊາຊົນຢຶນກອດປອບໃຈກັນ ຢູ່ທີ່ບ່ອນໄວ້ອາໄລທີ່ຖືກສ້າງ ຂຶ້ນເອງຢູ່ສຳນັກງານໃຫຍ່ຕຳຫຼວດ ຫຼັງຈາກຕຳຫຼວດໄດ້ຍິງ ປະຊາຊົນຫຼາຍຄັ້ງໃນນະຄອນ Dallas, ລັດ Texas, ສະຫະລັດ, 10 ກໍລະກົດ, 2016.

ສະຫະລັດ ໄດ້ເລີ່ມສັບປະດາການເຮັດວຽກໃໝ່ໃນວັນຈັນມື້ນີ້ ຫຼັງຈາກໜຶ່ງສັບ ປະດາແຫ່ງ ຄວາມຮຸນແຮງຂອງ 2 ເຫດການຕຳຫຼວດຍິງປະຊົນ ອາເມຣິກາ ຜິວດຳໃນໄລຍະເຜົາຜົນ ທີ່ລັດ Louisiana ກັບ Minnesota ແລະ ການຍິງເຈົ້າ ໜ້າທີ່ຕຳຫຼວດຕາຍ 5 ຄົນໃນນະ ຄອນ Dallas ລັດ Texas ໃນການປະທ້ວງ ຢ່າງສັນຕິຕໍ່ຄວາມໂຫດຫ້ຽມຂອງຕຳຫຼວດ.

ຕຳຫຼວດນະຄອນ Dallas ກ່າວວ່າ ມືປືນທີ່ຍິງຕຳຫຼວດມີຊື່ວ່າ ທ້າວ Micah Xavier Johnson ໄດ້ວາງແຜນທີ່ຈະກໍ່ການທຳລາຍເພີ່ມເຕີມໃນນະຄອນ Dallas. ຫົວໜ້າຕຳ ຫຼວດທ່ານ David Brown ກ່າວວ່າ “ພວກເຮົາແນ່ໃຈວ່າ ຜູ້ຕ້ອງສົງໄສຄົນນີ້ໄດ້ມີແຜນ ການອື່ນໆ ແລະ ຄິດວ່າສິ່ງທີ່ລາວໄດ້ເຮັດໄປນັ້ນ ແມ່ນຖືກຕ້ອງ ແລະ ເຊື່ອວ່າລາວຈະ ແນເປົ້າໃສ່ພວກບັງຄັບໃຊ້ກົດໝາຍ ເຮັດໃຫ້ພວກເຮົາຕ້ອງໄດ້ຊົດໃຊ້ສຳລັບສິ່ງທີ່ລາວ ໄດ້ເຫັນເປັນຜົນງານຂອງຜູ້ ບັງຄັບໃຊ້ກົດໝາຍ ເພື່ອລົງໂທດປະຊາຊົນຄົນຜິວດຳ.”

ຕຳຫຼວດນະຄອນ Dallas ສາມາດຕັດແຜນການຂອງທ້າວ Johnson ລົງເມື່ອ ກົມຕຳ ຫຼວດໄດ້ໃຊ້ຫຸ່ນຍົນຂົນສົ່ງລະເບີດເຂົ້າໄປໃນບ່ອນຈອດລົດທີ່ທ້າວ Johnson ໄດ້ລີ້ຢູ່. ທ່ານ Brown ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ພວກເຮົາ ເຊື່ອວ່າພວກເຮົາໄດ້ຊ່ວຍຊີ ວິດຂອງປະຊາຊົນໄວ້ດ້ວຍການຕັດສິນໃຈຄັ້ງນີ້ ທີ່ໃຊ້ຫຸ່ນຍົນໄປຂ້າທ້າວ Johnson.”

ວັດຖຸເຮັດລະເບີດ ແລະ ຈົດໝາຍສະບັບໜຶ່ງໄດ້ຖືກພົບເຫັນຢູ່ບ້ານຂອງທ້າວ Johnson ໃນລະຫວ່າງການກວດຄົ້ນນັ້ນ.

ທ່ານ Brown ກ່າວວ່າ “ວັດຖຸດັ່ງກ່າວແມ່ນໃຫຍ່ພໍທີ່ຈະສ້າງຜົນກະທົບການ ທຳລາຍ ລ້າງໄປທົ່ວຕົວເມືອງ ແລະ ຂົງເຂດທາງພາກເໜືອຂອງລັດ Texas.”

ບັນດາເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍໄດ້ກ່າວວ່າ ທ້າວ Johnson ບໍ່ເຄີຍມີປະ ຫວັດການ ກໍ່ອາຊະຍາກຳມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Dallas Memorial Draws Crowds
please wait

No media source currently available

0:00 0:01:11 0:00

XS
SM
MD
LG