ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ລັດ ຫາ​ວິ​ທີ​ໃໝ່ ເພື່ອ​ນຳ​ເອົາ​ ການ​ຊ່ວຍ​ເຫຼືອ ເຂົ້າ​ໃນ ເວ​ເນ​ຊູ​ເອ​ລາ


ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄ​ຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ກຸມ​ພາ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄ​ຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ກຸມ​ພາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ
ລັງຊອກຫາວິທີທີ່ຈະນຳເອົາການຊ່ວຍເຫຼືອດ້ານມະນຸດສະທຳ ເຂົ້າໄປໃນ ເວເນຊູ
ເອລາ, ຫຼັງຈາກກອງກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ນິໂຄລັສ ມາດູໂຣ ໄດ້ຂັບ
ໄລ່ລົດບັນທຸກການຊ່ວຍເຫຼືອອກໄປ ໃນການປະທະກັນຢູ່ເຂດຊາຍແດນຕິດກັບປະ
ເທດ ບຣາຊິລ ແລະ ໂຄລອມເບຍ.

ທູດ​ລະ​ດັບ​ສູງ ສະ​ຫະ​ລັດ, ທີ່​ໄດ້​ໃຫ້​ສຳ​ພາດ​ກັບ​ໂທ​ລະ​ພາບ CNN ໃນ​ວັນ​ອາ​ທິດ​ວານ
ນີ້, ບໍ່ໄດ້ສະເໜີວິທີທີ່ ສະຫະລັດ ອາດປະຕິບັດພາລະກິດການຊ່ວຍເຫຼືອນັ້ນແນວໃດ
ໃນການປະເຊີນໜ້າກັບການໃຊ້ອາວຸດຕໍ່ຕ້ານ.

ທ່ານ​ໄດ້​ກ່າວ​ວ່າ, ແນວ​ໃດ​ກໍ​ຕາມ, ສະ​ຫະ​ລັດ ຈະ​ພິ​ຈາ​ລະ​ນາການກຳ​ນົດ​ມາດ​ຕະ​
ການລົງໂທດເພີ່ມເຕີມຕໍ່ລັດຖະບານ ເວເນຊູເອລາ ເພື່ອຂະຫຍາຍຄວາມກົດດັນຕໍ່
ທ່ານ ມາດູໂຣ ໃຫ້ລາອອກ ເພື່ອສະໜັບສະໜູນປະທານາທິບໍດີຊົ່ວຄາວ, ທ່ານ ຮວນ
ກວາອີໂດ, ເຊິ່ງແມ່ນປະທານຂອງສະພາແຫ່ງຊາດ. ທ່ານ ກວາອີໂດ ໄດ້ຖືກພິຈາລະ
ນາໂດຍ ສະຫະລັດ ແລະ ຫຼາຍສິບປະເທດອື່ນໆວ່າເປັນຜູ້ນຳທີ່ຖືກຕ້ອງຕາມກົດ
ໝາຍຂອງລັດຖະບານ ຄາຣາກັສ ນັ້ນ.

ທ່ານ ພອມ​ພຽວ ໄດ້​ເອີ້ນ​ທ່ານ​ ມາ​ດູ​ໂຣ ວ່າ​ຜະ​ເດັດ​ການ, ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​
ໝັ້ນໃຈວ່າ ປະຊາຊົນ ເວເນຊູເອລາ ຈະແນ່ໃຈວ່າວັນທີ່ເຫຼືອຂອງທ່ານ ມາດູໂຣ ກຳ
ລັງຫຼຸດໜ້ອຍລົງ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ທຳ​ການ​ປະ​ຊຸມ​ກັບ​ທ່ານ ກວາ
ອີໂດ ໃນວັນຈັນວານມື້ນີ້ ແລະ ຜູ້ພາກພື້ນຄົນອື່ນໆໃນນະຄອນຫຼວງ ໂບໂກຕາ ຂອງ
ປະເທດ ໂຄລອມເບຍ, ເພື່ອປຶກສາຫາລືແຜນຍຸດທະຍາດຕໍ່ຕ້ານທ່ານ ມາດູໂຣ ແລະ
ວິທີທີ່ຈະນຳເອົາການຊ່ວຍເຫຼືອເຂົ້າໃນ ເວເນຊູເອລາ, ບ່ອນທີ່ສະບຽງອາຫານ ແລະ
ຢາກຳລັງຈະໝົດໄປ.

ທ່ານ ມາ​ດູ​ໂຣ ໄດ້​ກີດ​ກັ້ນ​ຄວາມ​ພະ​ຍາ​ຍາມ​ຊ່ວຍ​ເຫຼືອທີ່​ ສະ​ຫະ​ລັດ ເປັນ​ຜູ້​ນຳ​ໜ້າ,
ໂດຍເວົ້າວ່າ ມັນແມ່ນຂໍ້ອ້າງສຳລັບການໃຊ້ກຳລັງຮຸກຮານຂອງ ສະຫະລັດ.

ໃນ​ວັນ​ເສົາ​ວານນີ້, ພວກ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ມາ​ດູ​ໂຣ ໄດ້​ຍິງ​ລູກ​ປືນ​ໃສ່​ພວກ​ທີ່​ພະ​
ຍາຍາມນຳເອົາລົດບັນທຸກການຊ່ວຍເຫຼືອເຂົ້າໃນ ເວເນຊູເອລາ, ໃນຂະນະທີ່ກອງ
ກຳລັງເຂດຊາຍແດນ ເວເນຊູເອລາ ໄດ້ຍິງແກັສນ້ຳຕາ ແລະ ລູກປືນຢາງໃສ່.

ອົງ​ການ ໂຟ​ໂຣ ເປ​ຍາ​ລ (Foro Penal), ເຊິ່ງ​ແມ່ນ​ກຸ່ມ​ທີ່​ຕິດ​ຕາມ​ຄວາມ​ຮຸນ​ແຮງ​ໃນ
ເວເນຊູເອລານັ້ນ, ໄດ້ລາຍງານຜູ້ເສຍຊີວິດ 4 ຄົນຢູ່ເຂດຊາຍແດນ ບຣາຊິລ ຕິດກັບ
ເວເນຊູເອລາ ໃນວັນເສົາທີ່ຜ່ານມາ. ເຂົາເຈົ້າໄດ້ເວົ້າວ່າ ຜູ້ ເຄາະຮ້າຍຖືກຍິງໂດຍ
ສະມາຊິກທະຫານບ້ານທີ່ສະໜັບສະໜູນລັດຖະບານ.

ໂຄ​ສົກ​ຂອງ​ກຸ່ມ​ດັ່ງ​ກ່າວ, ທ່ານ ອາ​ລ​ເຟ​ຣັດ ໂຮ​ເມ​ໂຣ, ໄດ້​ເອົາ​ວິ​ດີ​ໂອ​ລົງ​ໃນ​ທວິດ​ເຕີທີ່​
ເວົ້າວ່າ ຫຼາຍກວ່າຊາວຄົນໄດ້ຮັບບາດເຈັບໃນຄວາມຮຸນແຮງດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG