ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຊື່ອມໂຍງ ມືປືນຊາວຊາອຸດີ ຢູ່ທີ່ຖາທັບ ກອງທັບເຮືອ ກັບ ກຸ່ມກໍ່ການຮ້າຍ ອາລ-ກາອີດາ


ທາງເຂົ້າຖານທັບອາກາດຂອງກອງທັບເຮືອ ໃນເມືອງ ເພັນຊາໂຄລາ ລັດຟລໍຣີດາ.
ທາງເຂົ້າຖານທັບອາກາດຂອງກອງທັບເຮືອ ໃນເມືອງ ເພັນຊາໂຄລາ ລັດຟລໍຣີດາ.

ອົງການສັນຕິບານກາງ FBI ໄດ້ເປີດເຜີຍຂໍ້ມູນຈຳນວນຫຼວງຫຼາຍ ທີ່ເຊື່ອມໂຍງກັບມືປືນຊາວຊາອຸດີ ທີ່ທຳການໂຈມຕີກໍ່ການຮ້າຍ ໃນຄ້າຍທະຫານຂອງສະຫະ ລັດເມື່ອປີກາຍນີ້ ໄປຮອດກຸ່ມ ອາລ-ກາອີດາ ແລະສະແດງໃຫ້ເຫັນວາ ຜູ້ກ່ຽວວາງແຜນມາໄດ້ຫຼາຍປີແລ້ວ ທີ່ຈະທຳການໂຈມຕີນັ້ນ ອີງຕາມບັນດາເຈົ້າໜ້າທີ່ຮັກສາກົດໝາຍອະວຸໂສ ທີ່ໄດ້ປະກາດອອກມາໃນວັນຈັນວານນີ້.

ຄວາມຄືບໜ້າດັ່ງກ່າວ ໄດ້ມາຫຼັງຈາກທີ່ ບັນດານັກສືບສວນຂອງອົງການ FBI ໄດ້ກວດສອບເບິ່ງການຍິງສັງຫານຢູ່ທີ່ຖານທັບອາກາດເພັນຊາໂຄລາໃນເດືອນທັນວາປີກາຍນີ້ ໂດຍມີໂທລະສັບສະຫຼາດສອງໜ່ວຍ ທີ່ຖືກປົດລັອກໄດ້ນັ້ນ ຊຶ່ງເປັນຂອງມືປືນ ອາຍຸ 21 ປີ ຊື່ວ່າ ທ້າວ ໂມຮຳເມັດ ຊາອີດ ອາລຊາມຣານີ ອີງຕາມ ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາ ແລະ ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ເວຣ ທີ່ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວທາງອອນໄລ.

ທ່ານບາ ໄດ້ກ່າວວ່າ “ໂທລະສັບດັ່ງກ່າວ ບັນຈຸຂໍ້ມູນຊຶ່ງໃນເມື່ອກ່ອນພວກເຮົາບໍ່ສາມາດຮູ້ໄດ້ ທີ່ວ່າ ເປັນທີ່ຊັດເຈນແລະໝັ້ນໃຈໄດ້ວ່າ ທ້າວອາລຊາມຣານີ ມີສາຍພົວພັນທີ່ສຳຄັນ ກັບກຸ່ມ ອາລ-ກາອີດາ ໃນເຂດແຫຼມອາຣັບຫຼືກຸ່ມ AQAP ບໍ່ພຽງແຕ່ກ່ອນໜ້າການໂຈມຕີເທົ່ານັ້ນ ແຕ່ແມ່ນກະທັງກ່ອນໜ້າທີ່ຜູ້ກ່ຽວຈະເດີນ ທາງມາຮອດສະຫະລັດ.”

ທ່ານບາ ຍັງໄດ້ກ່າວອີກວ່າ ໃນການສືບສວນນັ້ນ ຂໍ້ມູນທີ່ໄດ້ມາຈາກໂທລະສັບຂອງທ້າວອາລຊາມຣານີ ໄດ້ນຳໄປສູ່ການປະຕິບັດງານເພື່ອຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດ ເມື່ອມໍ່ໆມານີ້ຢູ່ໃນເຢເມັນ ໂດຍແນເປົ້າໝາຍໃສ່ ທ້າວອັບດູລລາ ອາລ-ມາລີກີ ຜູ້ທີ່ເປັນນຶ່ງໃນສະມາຊິກຂອງກຸ່ມ AQAP.

“ພວກເຮົາຈະບໍ່ລັ່ງເລໃຈ ທີ່ຈະເອົາມາດຕະການຕໍ່ຕ້ານພວກຄົນເຫຼົ່ານີ້ ຜູ້ທີ່ທຳຮ້າຍຕໍ່ຊາວອາເມຣິກັນ” ທ່ານບາ ໄດ້ກ່າວໄປ ໂດຍບໍ່ໄດ້ສະໜອງລາຍລະອຽດໃດໆຕື່ມ ກ່ຽວກັບການປະຕິງານດັ່ງກ່າວ.

ສ່ວນທ້າວອາລຊາມຣານີ ຊັ້ນຮ້ອຍຕີໃນກອງທັບອາກາດຣາຊະອານາຈັກຊາອຸດີ ໄດ້ເປີດສາກຍິງໃສ່ຜູ້ຄົນຢູ່ໃນຫ້ອງຮຽນທີ່ເມືອງເພັນຊາໂຄລາ ໃນວັນທີ 6 ທັນວາ ປີກາຍນີ້ ໂດຍໄດ້ສັງຫານ ທະຫານເຮືອສະຫະລັດ 3 ຄົນ ແລະ ອີກ 8 ຄົນໄດ້ຮັບບາດເຈັບ. ທ່ານບາ ໄດ້ກ່າວວ່າ ທ້າວອາລຊາມຣານີ ໄດ້ພະຍາຍາມທີ່ຈະທຳລາຍໂທລະສັບຂອງລາວທັງສອງໜ່ວຍ ດ້ວຍການຍິງປືນໃສ່ເຄື່ອງນຶ່ງ ກ່ອນທີ່ລາວຈະຖືກຍິງຕາຍໂດຍບັນດາເຈົ້າໜ້າທີ່ຕຳຫຼວດທີ່ເຂົ້າໄປແກ້ໄຂສະຖາ ນະການ.

ໃນເດືອນມັງກອນຜ່ານມາ ທ່ານບາ ໄດ້ເອີ້ນການໂຈມຕີນີ້ວ່າ ເປັນການກະທຳກໍ່ການຮາຍ ແລະໄດ້ຂໍໃຫ້ບໍລິສັດ ແອັບໂປ ຊ່ອຍປົດລັອກ ໂທລະສັບສອງໜ່ວຍນັ້ນ. ບໍລິສັດ ແອັບໂປ ໄດ້ປະຕິເສດ ຍ້ອນເຫດຜົນຂອງສິດທິຄວາມເປັນສ່ວນ ຕົວ ຈຶ່ງນຳໄປສູ່ຄວາມພະຍາຍາມທີ່ຍາວນານໂດຍພວກນັກຊ່ຽວຊານດ້ານຄອມ ພິວເຕີຂອງອົງການ FBI ຈຶ່ງສາມາດເຈາະເຂົ້າໄປໃນລະຫັດຂໍ້ມູນລັບ ຂອງໂທລະສັບທັງສອງໜ່ວຍໄດ້.

ທ່ານບາໄດ້ກ່າວວ່າ “ຂອບໃຈຕໍ່ການທຳງານທີ່ດີເລີດຂອງອົງການ FBI ແລະ ບໍ່ຂໍຂອບໃຈ ຕໍ່ບໍລິສັດ ແອັບໂປ ພວກເຮົາກໍສາມາດປົດລັອກ ໂທລະສັບສອງໜ່ວຍຂອງທ້າວອາລຊາມຣານີ ໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG