ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ເອົາການຊ່ວຍເຫຼືອຕ່າງປະເທດ ເປັນເງື່ອນໄຂ ສຳລັບແກ້ໄຂການຂັດແຍ້ງ ດ້ານເມືອງ ໃນອັຟການິສຖານ


ຄົນຍ່າງຢູ່ຕໍ່ໜ້າ ທຳນຽບປະທານາທິບໍດີ ອັຟການິສຖານ ກ່ອນໜ້າ ປະທານາທິບໍດີອາສຮັຟ ການີ ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນທີ 3 ມີນາ 2020.
ຄົນຍ່າງຢູ່ຕໍ່ໜ້າ ທຳນຽບປະທານາທິບໍດີ ອັຟການິສຖານ ກ່ອນໜ້າ ປະທານາທິບໍດີອາສຮັຟ ການີ ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນທີ 3 ມີນາ 2020.

ສະຫະລັດໄດ້ກຳນົດເອົາການຊ່ວຍເຫຼືອຂອງສາກົນຕໍ່ອັຟການິສຖານ ເປັນເງື່ອນໄຂໃນ
ການຕົກລົງ ແກ້ໄຂວິກິດການທີ່ແກ່ຍາວທາງດ້ານການເມືອງ ຊຶ່ງເຮັດໃຫ້ປະເທດທີ່ປະ
ສົບກັບໄພສົງຄາມດັ່ງກ່າວເປັນອຳມະພາດ ແລະຂົ່ມຂູ່ທີ່ຈະທັບມ້າງ ການສ້າງສັນຕິພາບທີ່ຫາກໍລິເລີ້ມຂຶ້ນ ກັບກຸ່ມກະບົດຕາລີບານ.

ໃນອີກດ້ານນຶ່ງນັ້ນ ໂຄສົກທະຫານສະຫະລັດຄົນນຶ່ງ ໄດ້ປະຕິເສດການກ່າວຫາຂອງ
ພວກກະບົດທີ່ເວົ້າວ່າສະຫະລັດໄດ້ລະເມີດເງື່ອນໄຂຂອງຂໍ້ຕົກລົງລະຫວ່າງ ສະຫະລັດ
ກັບກຸ່ມຕາລິບານ ທີ່ໄດ້ເຊັນກັນໃນວັນທີ 29 ກຸມພາທີ່ຜ່ານມາ.

ຖະແຫຼງການທາງການເມືອງລະຫວ່າງ ປະທານາທິບໍດີອາສຣັຟ ການີ ແລະ ຄູ່ແຂ່ງ ທ່ານ
ອັບດູລລາ ອັບດູລລາ ທີ່ເກີດຈາກການໂຕ້ແຍ້ງ ກ່ຽວກັບການເລືອກ ຕັ້ງໃນວັນທີ 28 ກັນ
ຍາຜ່ານມາ.

ຄະນະກຳມາທິການເລືອກຕັ້ງແຫ່ງຊາດໄດ້ປະກາດວ່າ ທ່ານການີເປັນຜູ້ຊະນະ ແຕ່ວ່າ
ທ່ານອັບດູລລາ ຜູ້ທີ່ໄດ້ຮັບຄະແນນສຽງເປັນຮອງປະຕິເສດບໍ່ຍອມຮັບ ເອົາຜົນການ
ເລືອກຕັ້ງ ໂດຍເວົ້າວ່າເປັນການຕົວະຕົ້ມ. ບຸກຄົນທັງສອງຕ່າງກໍ ໄດ້ຈັດພິທີສາບານໂຕ
ເຂົ້າຮັບຕຳແໜ່ງປະທານາທິບໍດີ ໃນຕົ້ນເດືອນແລ້ວນີ້.

ທ່ານນາງອາລິສ ແວລສ໌ ຫົວໜ້ານັກການທູດສູງສຸດອາເມຣິກັນ ຮັບຜິດຊອບກິດຈະການ
ເອເຊຍໃຕ້ ແລະເອເຊຍກາງ ເຕືອນຢູ່ທາງທວິດເຕີ ໃນວັນອາທິດ ທີ່ຜ່ານມານີ້ວ່າ

“ມັນຈະບໍ່ສາມາດເປັນທຸລະກິດຕາມປົກກະຕິໄດ້ ໃນການໃຫ້ຄວາມຊ່ວຍເຫລືອຂອງຕ່າງ
ປະເທດຢູ່ໃນອັຟການິສຖານ.”

ທ່ານນາງແວລສ໌ ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະ ຫະລັດ
ຂຽນວ່າ “ການຊ່ວຍເຫຼືອຕ່າງປະເທດ ຕ້ອງການເພື່ອນຮ່ວມງານກັບ ລັດຖະບານທີ່ປະ
ກອບດ້ວຍທຸກພັກຝ່າຍ ແລະພວກເຮົາທັງໝົດຕ້ອງເຮັດໃຫ້ ບັນດາຜູ້ນຳອັຟການິນຖານ ຮັບຜິດຊອບແລະຕົກລົງ ເພື່ອຈັດແຈງໃນເລື້ອງ ການປົກຄອງ.”

ໃນວັນທີ 23 ເດືອນມີນາ ລັດຖະມົນຕີຕ່າງປະເທດສະຫະລັດ ທານໄມຄ໌ ພອມ ພຽວ ໄດ້
ຢ້ຽມຢາມນະຄອນກາບູລ ເພື່ອໄກ່ເກ່ຍໃຫ້ບຸກຄົນທັງສອງທີ່ເປັນຄູ່ແຂ່ງໃນອັຟການິສຖານ
ແຕ່ໄດ້ປະສົບກັບຄວາມລົ້ມແຫຼວ. ທ່ານພອມພຽວໄດ້ປະກາດ ໃນທັນທີ ຫລຸດການຊ່ວຍ
ເຫຼືອ 1 ພັນລ້ານໂດລາ ແກ່ອັຟການິສຖານໃນປີນີ້ ແລະອາດຈະເພີ້ິ້ມອີກ 1 ພັນລ້ານໂດ
ລາ ໃນປີ 2021 ນອກຈາກວ່າ ການໂຕ້ ແຍ້ງທາງການເມືອງໄດ້ຮັບການແກ້ໄຂ ແລະລັດ
ຖະບານທີ່ປະກອບດ້ວຍຫຼາຍ ພັກຝ່າຍ ມີການສ້າງຕັ້ງຂຶ້ນໃນອັຟການີິສຖານ.

ໃນວັນອາທິດວານນີ້ກຸ່ມຕາລິບານໄດ້ກ່າວຫາວໍຊິງຕັນວ່າ ບໍ່ປະຕິບັດຕາມຄຳໝັ້ນ ສັນຍາ
ພາຍໃຕ້ຂໍ້ຕົກລົງທີ່ທັງສອງຝ່າຍເຊັນກັນຢູ່ນະຄອນໂດຮາ ປະເທດກາຕາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG