ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ສະຫະລັດ ຈະອຸທອນ ການຕັດສິນຂອງສານ ເລື້ອງການສອດແນມ ​ເອົາບັນ​ທຶກ​ໂທລະ​ສັບ (ວີດີໂອ)


ຕຶກ​ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທີ່ Fort Mead ລັດ Maryland.
ຕຶກ​ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທີ່ Fort Mead ລັດ Maryland.
ຄາດ​ວ່າ ລັດຖະບານສະຫະລັດ ​ຈະ​ອຸທອນ ຕໍ່ການ​ຕັດສິນ​
ຂອງຜູ້ພິພາກ​ສາສານທ່ານ​ນຶ່ງ ທີ່​ວ່າ ​ການເກັບກໍາ​ເອົາບັນ​ທຶກ
​ໂທລະ​ສັບຂອງ ຊາວ​ອາ​ເມຣິກັນ​ຫລາຍ​ລ້ານ​ຄົນ ຢ່າງ​ລັບໆ
ຂອງ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດນັ້ນ ໜ້າ​ຈະ​ເປັນ​ການ​ຜິດ
​ກົດໝາຍ.

ການ​ຕັດສິນ​ດັ່ງກ່າວ ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ໂຕ້​ຖຽງກັນອີກ​ເທື່ອ​
ໃໝ່ ກ່ຽວ​ກັບຄວາມຖືກຕ້ອງຕາ​ມ​ກົດໝາຍ​ ຂອງການ​ສອດ
​ແນມ​ປະຊາຊົນຂອງ​ສະຫະລັດ. ອ​ະດີດພະນັກ​ງານ​ສັນຍາ​ຈ້າງ
ຂອງ​ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ້າວ Edward Snowden
ທີ່ເປີດ​ເຜີຍລາຍ​ລະ​ອຽດຢ່າງ​ຫລວງຫລາຍ ກ່ຽວ​ກັບ​ການ​ສື​ບລັບ
ຂອງສະຫະລັດ ກ່ອນຫລົບໜີ​ໄປລີ້​ໄພ​ຢູ່ຣັດ​ເຊຍ ​ໄດ້​ສັນລະ​ເສີນ
ຄໍາ​ຕັດສິນດັ່ງກ່າວ ​ແຕ່​ວ່າ ຜູ້​ຊ່ຽວຊານ​ຝ່າຍກົດໝາຍດ້ານ​ຄວາມ
​ປອດ​ໄພ ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ອັງຄານ​ວານນີ້​ວ່າ ​ໃນ​ບັ້ນສຸດ​ທ້າຍ​
ແລ້​ວນັ້ນ ສານ​ອື່ນໆສາມາດ​ໃຫ້​ຄວາມ​ເຫັນ​ດີແກ່ການ​ສອດແນມ
​ຂອງລັດຖະບານໄດ້.

ທ່ານ Robert Turner ທີ່​ສູນ​ກາງ​ກົດໝາຍ​ຄວາມໝັ້ນຄົງ​ແຫ່ງຊາດ ຂອງມະຫາວິທະ
ຍາໄລ​ລັດເວີຈີ​ເນຍ ກ່າວ​ວ່າ ຄໍາ​ຕັດສິນ​ຂອງສານ​ສູງ​ສຸດ ​ປີ 1979 ທີ່​ເຫັນ​ພ້ອມ​ນໍາການ​
ເກັບ​ກໍາ​ເອົາ​ຂໍ້​ມູນ​ໂທລະສັບນັ້ນ ຍັງມີ​ຜົນ​ບັງຄັບ​ໃຊ້​ໄດ້​ຢູ່ ເຖິງ​ແມ່ນ​ວ່າ ​ໂທລະ​ສັບ​ມື​ຖື​ຍັງ​
ບໍ່​ທັນ​ໄດ້​ສ້າງຂື້ນ​ມາ​ເທຶ່ອ​ ໃນ​ເວລາ​ນັ້ນກໍ​ຕາມ.

ສ່ວນຜູ້​ຊ່ຽວຊານດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດ ທ່ານ David Pozen ທີ່ໂຮ​ງຮຽນກົດໝາຍ
ຂອງມະຫາວິ​ທະຍາ​ໄລ​ໂຄລໍາ​ເບຍ ທີ່​ນະ​ຄະ​ນິວຢອກ ກໍກ່າວວ່າ ຄໍາ​ຕັດສິນ​ຂອງຜູ້ພິພາກ
ສາ Richard Leon ໃນ​ມື້ວັນ​ຈັນ​ທີ່​ຜ່ານ​ມານັ້ນ ອາດ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເຫັນພ້ອມ​ນໍາ ​ຈາກ
ສານ​ທີ່ສູງ​ໄປ​ກວ່ານັ້ນ ແຕ່​ກໍອາດ​ສາມາດ​ຊັກ​ຈູງ ຄະດີທາງກົດໝາຍ​ອຶ່ນໆ ​ແລະ​ການ​ພິຈາ
ລະນາ​ຂອງບັນດາ​ຜູ້​ແທນສະພາ​ ກ່ຽວ​ກັບ​ຂອຍ​ເຂດ​ຂອງ​ການສອດ​ແນມຂອງລັດຖະບານ
ສະຫະລັດນັ້ນ.

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້:

Analyst: Court Ruling will not have Radical Effect on US Surveillance
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ
XS
SM
MD
LG