ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກເລີກ ການຫ້າມນຳ ຄອມພິວເຕີ ແລັບທັອບ ຂຶ້ນເຮືອບິນຈາກ ນະຄອນຫຼວງ ອາບູ ດາບີ


ເຮືອບິນສາຍການບິນ Etihad ກຽມແລ່ນລົງສະໜາມບິນ ອາບູ ດາບີ ໃນປະເທດ ສະຫະລັດ ອາຣັບ ເອມີເຣັດສ.
ເຮືອບິນສາຍການບິນ Etihad ກຽມແລ່ນລົງສະໜາມບິນ ອາບູ ດາບີ ໃນປະເທດ ສະຫະລັດ ອາຣັບ ເອມີເຣັດສ.

ສະຫະລັດ ໄດ້ຍົກເລີກການຫ້າມນຳເອົາຄອມພິວເຕີແລັບທັອບຂຶ້ນໄປ ໃນຫ້ອງໂດຍ
ສານຂອງເຮືອບິນບິນໂດຍກົງຈາກນະຄອນຫຼວງ ອາບູ ດາບີ ປະເທດ ສະຫະລັດ ອາຣັບ
ເອມີເຣັດສ, ຫຼັງຈາກສາຍການບິນ Etihad ເຊິ່ງເປັນສາຍການບິນ ຫຼັກຂອງປະເທດ
ໄດ້ປະຕິບັດມາດຕະການກວດກາຄວາມປອດໄພທີ່ເຄັ່ງຄັດຂຶ້ນກວ່າເກົ່າ.

ການຫ້າມໄດ້ມີຜົນບັງຄັບໃຊ້ໃນເດືອນມີນາທີ່ຜ່ານມາ ສຳລັບຖ້ຽວບິນໂດຍກົງຈາກ
ສະໜາມບິນ 10 ແຫ່ງ ໃນເຂດຕາເວັນອອກກາງ ໃນຂະນະທີ່ບັນດາເຈົ້າໜ້າທີ່ ສະຫະ
ລັດ ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ ສຳລັບພວກກໍ່ການຮ້າຍທີ່ຈະ
ເຊື່ອງລະເບີດໄວ້ຢູ່ໃນຄອມພິວເຕີ.

ສາຍການບິນ Etihad, ເຊິ່ງປະຕິບັດການບິນ 45 ຖ້ຽວ ຕໍ່ສັບປະດາ ລະຫວ່າງນະຄອນ
ຫຼວງ ອາບູ ດາບີ ແລະ ສະຫະລັດ ໄດ້ເຫັນດີຕໍ່ການເຄື່ອນໄຫວດັ່ງກ່າວ.

ໂຄສົກສຳລັບກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໄດ້ຍົກຍ້ອງສາຍການ
ບິນດັ່ງກ່າວ ສຳລັບການຈັດຕັ້ງຂະບວນການໃໝ່ນີ້, ເຊິ່ງບໍ່ໄດ້ຖືກເປີດເຜີຍ, ແລະ ໄດ້
ກ່າວວ່າ ມັນແມ່ນ “ແບບຢ່າງສຳລັບສາຍການບິນທັງພາຍໃນ ແລະ ຕ່າງປະເທດທີ່ພະ
ຍາຍາມຈະນຳໃຊ້ມາດຕະການໃໝ່ນີ້.”

ການຫ້າມດັ່ງກ່າວ ຍັງຄົງບັງຄັບໃຊ້ຢູ່ ກັບຖ້ຽວບິນທີ່ບໍ່ຢຸດຈອດ ຫາ ສະຫະລັດ ຈາກປະ
ເທດ ຈໍແດນ, ຄູເຫວດ, ອີຈິບ, ເທີກີ, ຊາອຸດີ ອາເຣເບຍ, ໂມຣັອກໂຄ, ກາຕ້າ ແລະ ດູໄບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG