ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພະຍາຍາມ ຜ່ອນນໍ້າສຽງ ຈຸດສົນທະນາ ການໂຈມຕີ ຢູ່ລີເບຍ


ກົງສຸນສະຫະລັດ ທີ່ເມືອງເບັງກາຊີ ປະເທດລີເບຍ ໃນລະຫວ່າງ ທີ່ຖືກໂຈມຕີ ເມື່ອເດືອນກັນຍາ ປີ 2012 ທີ່ໄດ້ສັງຫານເອກອັກຄະລັດຖະທູດສະຫະລັດແລະບຸກຄົນອື່ນໆອີກ 3 ຄົນ.
ກົງສຸນສະຫະລັດ ທີ່ເມືອງເບັງກາຊີ ປະເທດລີເບຍ ໃນລະຫວ່າງ ທີ່ຖືກໂຈມຕີ ເມື່ອເດືອນກັນຍາ ປີ 2012 ທີ່ໄດ້ສັງຫານເອກອັກຄະລັດຖະທູດສະຫະລັດແລະບຸກຄົນອື່ນໆອີກ 3 ຄົນ.
ບັນທຶກທີ່ມີການຮົ່ວໄຫຼໃໝ່ຂອງລັດຖະບານທ່ານໂອບາມາກ່ຽວ
ກັບການສັງຫານເອກອັກຄະລັດຖະທູດສະຫະລັດປະຈຳລີເບຍ
ເມື່ອປີກາຍນີ້ ສະແດງໃຫ້ເຫັນວ່າ ໄດ້ມີການກວດແກ້ ເພື່ອລຶບ ການອ້າງອີງຕ່າງໆເຖິງການພົວພັນທີ່ອາດເປັນໄປໄດ້ກັບກຸ່ມກໍ່
ການຮ້າຍອາລກາອີດາ.

ສື່ມວນຊົນຕ່າງໆລາຍງານວ່າ ອີເມລລະຫວ່າງກະຊວງການຕ່າງ
ປະເທດສະຫະລັດ ທຳນຽບຂາວແລະພະແນກສືບລັບຕ່າງໆ ໄດ້ ມີການຂຽນຂຶ້ນເປັນຫຼາຍໆສະບັບແລະການມີການກວດແກ້ ໃນ
ຂອບເຂດ ທີ່ກວ້າງຂວາງ ເພື່ອສ້າງຕັ້ງ ໃນອັນທີ່ເອີ້ນວ່າ ບັນທຶກ
ກ່ຽວກັບ “ຈຸດໃນການສົນທະນາ” ທີ່ໃຫ້ການອະທິບາຍ ກ່ຽວກັບ
ການໂຈມຕີ.

ໃນການແລກປ່ຽນອີເມລຄັ້ງນຶ່ງທ່ານນາງ Victoria Nuland ຊຶ່ງເປັນຫົວໜ້າໂຄສົກຂອງກະ ຊວງການຕ່າງປະເທດສະຫະລັດ ໃນເວລານັ້ນ ໄດ້ຄັດຄ້ານ ຕໍ່ການກ່າວເຖິງກຸ່ມໃດກຸ່ມນຶ່ງ ຢ່າງເປັນການສະເພາະທີ່ອາດຢູ່ເບື້ອງຫຼັງການໂຈມຕີ. ທ່ານນາງເວົ້າວ່າ ຂໍ້ມູນທີ່ວ່ານີ້ອາດ ຖືກນຳໄປໃຊ້ໃນທາງທີ່ຜິດ ໂດຍບັນດາສະມາຊິກລັດຖະສະພາ ເພື່ອຕຳໜິຕິຕຽນ ກະຊວງ
ການຕ່າງປະເທດ ທີ່ບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຕືອນ ກ່ຽວກັບກຸ່ມຕ່າງໆເຫຼົ່ານັ້ນ.

ທຳນຽບຂາວກ່າວວ່າ ການເປີດເຜີຍອີເມລໃຫ້ປະຊາຊົນໄດ້ຮູ້ ໃນມື້ວັນສຸກວານນີ້ ແມ່ນເປັນ ຄວາມພະຍາຍາມຂອງພັກຣີພັບບລີກັນ ທີ່ຈະເຮັດໃຫ້ການສືບສວນ ກ່ຽວກັບການໂຈມຕີກົງ ສຸນທີ່ເມືອງເບັງກາຊີ ປະເທດລີເບຍກາຍເປັນເລື່ອງການເມືອງ. ທ່ານ Jay Carney ໂຄສົກ ຂອງທຳນຽບຂາວກ່າວວ່າ ບັນດາສະມາຊິກສະພາໄດ້ຮູ້ເລື່ອງອີເມລ ມາຕັ້ງແຕ່ຕົ້ນປີນີ້.

ການໂຈມຕີກົງສຸນສະຫະລັດທີ່ເມືອງເບັງກາຊີ ປະເທດລີເບຍໃນເດືອນກັນຍາປີກາຍນີ້ ໄດ້ ສັງຫານເອກອັກຄະລັດຖະທູດ Christopher Steven ແລະຊາວອາເມຣິກັນ ອື່ນໆອີກ 3
ຄົນ.

ໃນຕອນເຊົ້າຂອງມື້ວານນີ້ ສະຫະລັດແລະອັງກິດໄດ້ຖອນພະນັກງານການທູດຂອງຕົນຈຳ ນວນນຶ່ງ ອອກຈາກສະຖານທູດໃນລີເບຍ ຍ້ອນການປະເຊີນໜ້າ ລະຫວ່າງລັດຖະບານລີ ເບຍ ແລະພວກທະຫານບ້ານ ທີ່ປິດລ້ອມບາງເຂດໃນນະຄອນຫຼວງ.
XS
SM
MD
LG