ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຍອມຮັບວ່າ ຂາດຕົກບົກຜ່ອງ ກ່ອນການໂຈມຕີ ຢູ່ ເບັງກາຊີ


ທ່ານ John Kerry ປະທານກຳມາທິການຄວາມສຳພັນຕ່າງປະເທດ ຂອງສະພາສູງສະຫະລັດ ເປັນຫົວໜ້ານຳພາ ການຮັບຟັງຄຳໃຫ້ການ ກ່ຽວກັບການໂຈມຕີ ສະຖານກົງສຸນ ສະຫະລັດ ທີ່ເມືອງເບັງກາຊີ ປະເທດລີເບຍ (20 ທັນວາ 2012)
ທ່ານ John Kerry ປະທານກຳມາທິການຄວາມສຳພັນຕ່າງປະເທດ ຂອງສະພາສູງສະຫະລັດ ເປັນຫົວໜ້ານຳພາ ການຮັບຟັງຄຳໃຫ້ການ ກ່ຽວກັບການໂຈມຕີ ສະຖານກົງສຸນ ສະຫະລັດ ທີ່ເມືອງເບັງກາຊີ ປະເທດລີເບຍ (20 ທັນວາ 2012)
ກະຊວງການຕ່າງປະເທດສະຫະລັດ ຮັບຮູ້ວ່າ ໄດ້ເກີດຄວາມຜິດ
ພາດກ່ອນການໂຈມຕີກົງສຸນສະຫະລັດໃນວັນທີ 11 ກັນຍາຜ່ານ
ມາທີ່ເມືອງ Benghazi ປະເທດລີເບຍຊຶ່ງໄດ້ສັງຫານເອກອັກຄະ
ລັດຖະທູດປະຈໍາລີເບຍທ່ານ Christopher Stevens ແລະນັກ ການທູດອາເມຣິກັນອີກສາມຄົນ.

ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ William
Burns ແລະທ່ານ Thomas Nides ໄດ້ໃຫ້ການຕໍ່ສະພາສູງ
ໃນວັນພະຫັດວານນີ້ແລະລົງຄວາມເຫັນວ່າ ບັນດາເຈົ້າໜ້າທີ່
ສະຫະລັດໄດ້ລົ້ມແຫຼວ ໃນການມອງເບິ່ງພາບລວມ ກ່ອນການ
ໂຈມຕີເກີດຂຶ້ນ.

ໃນວັນພຸດຜ່ານມາ ຫົວໜ້າຮັກສາຄວາມປອດໄພ ຂອງກະຊວງ
ການຕ່າງປະເທດສະຫະລັດ ໄດ້ລາອອກຈາກໜ້າທີ່ແລະເຈົ້າໜ້າທີ່ອີກສາມຄົນໄດ້ຖືກສັ່ງ
ໃຫ້ພັກການຊົ່ວຄາວຫລັງຈາກຄະນະກໍາມະການສືບສວນທີ່ເປັນອິດສະຫຼະອອກລາຍງານ ກ່ຽວກັບການໂຈມຕີ.

ກ່ຽວຂ້ອງກັນ

XS
SM
MD
LG