ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາ​ໂລກ ​ປະນາມ​ ການ​ໂຈມ​ຕີ​ ກົງສຸນສະຫະລັດ​ ໃນ​ລີ​ເບຍ (ສະໄລດ໌ກັບວີດີໂອ)


ນຶ່ງໃນຈໍານວນຜູ້ນໍາຊາວມຸສລິມໃນສະຫະລັດ ທີ່ປະນາມການໂຈມຕີ ສະຖານກົງສຸນອາເມຣິກັນ ທີ່ລີເບຍ
ນຶ່ງໃນຈໍານວນຜູ້ນໍາຊາວມຸສລິມໃນສະຫະລັດ ທີ່ປະນາມການໂຈມຕີ ສະຖານກົງສຸນອາເມຣິກັນ ທີ່ລີເບຍ
ຜູ້ນໍາ​ໂລກຫຼາຍຄົນ​ປະນາມ​ການ​ໂຈມ​ຕີ​ຢ່າງ​ນອງ​ເລືອດ​ຕໍ່​ສະຖານ​ກົງສຸນ​ສະຫະລັດ​ໃນ​ລີ​ເບຍແຕ່​ບາງ​ປະ​ເທດໃນໂລກ​ອາຣັບກໍາລັງ​ສະ​ຫງວນທ່າ​ທີ​ການ ຕໍາ​ໜິຕິຕຽນ​ຮູບ​ເງົາ​ທີ່​ປະກົດ​ວ່າເປັນ​ເຫດ​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ.

ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ​ກ່າວ​ວ່າ ບໍ່​ມີເຫດຜົນແກ້​ຕົວໃດໆ​ຟັງ​ຂຶ້ນກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ເອີ້ນ​ການ​ສັງຫານ​ເອກ​ອັກຄະ​ລັດຖະທູດສະຫະລັດທ່ານ Christopher Stevens ນັ້ນວ່າ ​ເປັນ​ເລຶ່ອງທີ່​ຕົກ​ໃຈຫຼາຍ.

ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ກ່າວ​ວ່າ ການ​ໂຈມ​ຕີ ນີ້ ​ແມ່ນໂຫດຮ້າຍ​ທີ່​ສຸດ​ແລະເປັນ​ທີ່​ຮັບ​ເອົາ​ບໍ່ໄດ້. ​ໃນ​ຂະນະ​ທີ່ໂຄສົກ​ລັດ ຖະບານ​ເຢຍຣະມັນ ​ເວົ້າ​ວ່າ ບໍ່​ໜ້າ​ຈະ​ເອົາ​ເຫດການ​ຄວາມ​ຮຸນ​ແຮງ​ນີ້​ມາ​ໃຊ້ໂຕ້​ຖຽງກັນໃນ​ທາງ​ການ​ເມືອງ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ​ເວົ້າ​ວ່າ ຕົນ​ຖື​ວ່າ​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່ ການ​ຮ້າຍ​ຕໍ່​ນັກ​ການ​ທູດ.

​ແຕ່​ທ່ານ Hisham Qandil ນາຍົກລັດຖະມົນຕີອີຈິບ ບໍ່​ໄດ້​ເອີ່ຍໂດຍ​ກົງ ​ເຖິງ​ເອກ​ອັກ​ຄະ​ລັດຖະທູດ Stevens ​ແຕ່​ກໍ​ປະນາມ​ຮູບ​ເງົາ​ວ່າ ​ເປັນການ ໝິ່ນປະໝາດຕໍ່ພະ​ສາ​ສະ​ດາມູຮໍາ​ມັດຂອງສາສະໜາ​ອີສລາມ.


ສ່ວນ​ອິຣ່ານ ທວງ​ໃຫ້​ປະທານາທິບໍດີ​ບາ​ຣັກ ​ໂອ​ບາ​ມາຂໍຂະ​ມາໂທດ​ຕໍ່​ຊາວ ​ມຸສລິ​ມ. ທ່ານຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນີສຖານ ​ເອີ້ນ​ການ​ນໍາ​ເອົາ​ຮູບ​ເງົາ​ດັ່ງກ່າວ​ອອກເຜີຍ​ແຜ່​ນັ້ນ​ວ່າ​ເປັນ​ພຶດຕິການ​ທີ່​ໂຫດຮ້າຍຫຼາຍ ​ຊຶ່ງທ່ານ​ກໍບໍ່​ໄດ້​ໃຫ້​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ໃດໆ ກ່ຽວ​ກັບ​ການ​ຄາດ​ຕະກໍາເອກ​ອັກ​ຄະ​ລັດຖະທູດ Stevens. ແຕ່​ທໍານຽບຂາວກ່າວ​ວ່າ ທ່ານກາ​ຊາຍ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ການເສຍຊີວິດ ໃນ​ການ​ໂອ້​ລົມ​ທາງ​ໂທ ລະສັບ​ກັບ​ປະທານາທິບໍດີ​ໂອ​ບາ​ມາ.

ອົງການ​ການ​ຮ່ວມ​ມື​ອີສລາມ​ທີ່​ມີ​ສໍານັກງານ​ຢູ່​ຊາ​ອຸ​ດິ ອາ​ເຣ​ເບຍ ​ໄດ້​ປະນາມ​ທັງ​ການ​ສັງຫານ​ເອກ​ອັກຄະ​ລັດຖະທູດສະຫະລັດ ​ແລະ​ຮູບ​ເງົາ ​ໃນ​ຂະນະ​ທີ່ສະພາ​ຄວາມ​ສໍາພັນຊາວ​ອາ​ເມຣິກັນ​-​ອິສລາ​ມ ທີ່ກຸງ​ວໍ​ຊິງຕັນ​ໄດ້​ຮຽກຮ້ອງ​ໃຫ້ຊາວ​ມຸສລິ​ມທັງຫຼາຍຈົ່ງ​ຢ່າ​ໄດ້​ເອົາ​ຫົວຊາ ​ຕໍ່​ຮູບ​ເງົາ​ດັ່ງກ່າວ ​ແລະ​ກໍ​ໄດ້ປະນາມ​ການ​ໂຈມ​ຕີ​ສະຖານ​ກົງສຸນແລະ​ສະຖານທູດ​ສະຫະລັດ​ທີ່ໄຄ​ໂຣ ປະ​ເທດ​ອິຈິບ​ນັ້ນ​ນໍາ.

XS
SM
MD
LG