ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້ລົງ
ນາມໃນລັດຖະດຳລັດສະບັບນຶ່ງທີ່ທຳການລົງໂທດຕາມ
ລຳພັງຕໍ່ລີເບຍ ໂດຍເວົ້າວ່າຄວາມຮຸນແຮງແລະຄວາມ
ວຸ້ນວາຍ ທີ່ຍັງດຳເນີນຢູ່ຕໍ່ມາໃນປະເທດດັ່ງກ່າວ ແມ່ນ
ເປັນໄພຂົ່ມຂູ່ “ແບບຜິດປົກກະຕິແລະພິເສດ” ຕໍ່ຄວາມ
ໝັ້ນຄົງແຫ່ງຊາດແລະນະໂຍບາຍການຕ່າງປະເທດຂອງ
ສະຫະລັດ.
ການລົງໂທດທີ່ວ່ານີ້ ແມ່ນສັ່ງໃຫ້ຢຶດຊັບສິນທັງໝົດຂອງ
ຜູ້ນຳລີເບຍ ທ່ານ Moammr Gadhafi ລູກຊາຍຂອງ
ທ່ານ 3 ຄົນ ລູກສາວຄົນນຶ່ງ ແລະບັນດາສະມາຊິກໃນ
ຄະນະລັດຖະບານຂອງທ່ານ. ປະທານາທິບໍດີໂອບາມາເວົ້າວ່າການລົງໂທດດັ່ງກ່າວນີ້
ແມ່ນແນໃສ່ ລັດຖະບານທ່ານ Gadhafi ຂະນະທີ່ໃຫ້ການປົກປ້ອງຄຸ້ມຄອງ ຕໍ່ຊັບສິນ
ຂອງປະຊາຊົນຊາວລີເບຍ.
ຂະນະດຽວກັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກໍກ່າວວ່າ ສະຫະລັດຂໍສະແດງຄວາມຊົມເຊີຍໃນການເອົາມາດຕະການຂອງ
ສະພາສິດທິມະນຸດ ອົງການສະຫະປະຊາຊາດ ໃນມື້ວັນສຸກວານນີ້ ທີ່ໄດ້ປະນາມການ
ລ່ວງລະເມີດສິດທິມະນຸດແລະການກໍ່ຄວາມຮຸນແຮງຕໍ່ປະຊາຊົນຂອງລັດຖະບານລີເບຍ.
ທຳນຽບຂາວກ່າວວ່າ ສະຫະລັດໄດ້ອັດສະຖານທູດຂອງຕົນ ທີ່ປະເທດລີເບຍແລະໄດ້
ດຳເນີນການລົງໂທດ ເພື່ອກົດດັນໃຫ້ລັດຖະບານລີເບຍຢຸດເຊົາການປາບປາມພວກປະ
ທ້ວງຕໍ່ຕ້ານລັດຖະບານ ແບບຮຸນແຮງ.