ໃນຂະນະດຽວກັນ ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Robert Gates ກ່າວວ່າ ບັນດາເຈົ້າໜ້າທີ່ສືບລັບກໍາລັງປະສົບກັບ ບັນຫາໃນການພິສູດວ່າ ການໂຈມຕີທາງອາກາດຂອງຝ່າຍປະສົມໄດ້ເຮັດໃຫ້ພວກພົນລະເຮືອນບາດເຈັບແລະລົ້ມຕາຍນັ້ນ.
ໃນການໃຫ້ສໍາພາດກັບຕາໜ່າງໂທລະພາບ CBS ຊຶ່ງ
ກໍານົດຈະອອກອາກາດໃນວັນອາທິດມື້ນີ້ ທ່ານ Gates
ກ່າວວ່າ ລາຍງານຂ່າວລັບເວົ້າວ່າ ພວກກໍາລັງທີ່ນິຍົມ
ລັດຖະບານກາດດາຟີໄດ້ນໍາເອົາສົບຂອງປະຊາຊົນທີ່
ພວກເຂົາໄດ້ເຂັ່ນຂ້ານັ້ນໄປວາງໄວ້ໃນສະຖານທີ່ຕ່າງໆ
ທີ່ຝ່າຍກໍາລັງປະສົມໄດ້ທໍາການໂຈມຕີທາງອາກາດນັ້ນ.
ບັນດາເຈົ້າໜ້າທີ່ລີເບຍກ່າວຫາພວກເຮືອບິນລົບຂອງຝ່າຍ
ປະສົມວ່າໄດ້ສັງຫານພວກພົນລະເຮືອນເຫລົ່ານັ້ນ ແຕ່
ທ່ານ Gates ກ່າວວ່າ ພວກກໍາລັງຝ່າຍປະສົມໄດ້ທໍາ
ຄວາມລະມັດລະວັງເປັນທີ່ສຸດ ເພື່ອປົກປ້ອງພວກພົນລະເຮືອນລີເບຍເວລາທໍາການໂຈມຕີນັ້ນ.
ໃນວັນເສົາວານນີ້ ປະທານາທິບໍດີບາຣັກໂອບາມາກ່າວວ່າ ພາລະກິດຂອງກອງທັບສະຫະ
ລັດໃນລີເບຍ ກໍາລັງໄດ້ຮັບຜົນສໍາເລັດ.
ໃນຄໍາປາໄສທາງວິທະຍຸປະຈໍາສັບປະດາແລະທາງອິນເທີແນ໊ທຕໍ່ປະເທດຊາດນັ້ນ ທ່ານໂອ
ບາມາກ່າວວ່າ ລະບົບປ້ອງກັນທາງອາກາດຂອງລີເບຍໄດ້ຖືກທໍາລາຍແລະໃຊ້ການບໍ່ໄດ້ແລ້ວ.