ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ເຈົ້າໜ້າທີ່ສະຫະລັດ ໂອ້ລົມກັນໂດຍກົງ ກັບຜູ້ຕາງໜ້າ ລັດຖະບານລີເບຍ


ພວກກະບົດລີເບຍທໍາຄວາມຄືບໜ້າໄປສູ່ແນວໜ້າ 40 ຫລັກກິໂລແມັດ ໄປທາງທິດຕາເວັນຕົກຂອງເມືອງ Ajdabiyah ລີເບຍ ວັນທີ 19 ກໍລະກົດ 2011

ບັນດາ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ແລະ​ສະຫະລັດ​ກ່າວ​ວ່າ ພວກ​ຜູ້ຕາງໜ້າ​ຂອງ ລັດຖະບານປະເທດທັງ 2 ​ໄດ້​ທໍາ​ການ​ພົບ​ປະໂອ້​ລົມກັນ​ໂດຍ​ກົງ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ແຕ່​ທາງ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ກ່າວ​ເນ້ນ​ວ່າຈຸດ​ປະສົງ​ອັນ​ດຽວ​ກໍ​ແມ່ນ​ເພື່ອສົ່ງຂໍ້ຄວາມ​ທີ່​ຈະ​ແຈ້ງ​ແລະ​ໜັກ​ແໜ້ນໃຫ້​ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ຕ້ອງລາ​ອອກ​ຈາກ​ອໍານາດ​ໄປ.

ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ການ​ພົບ​
ປະກັນ​ເທື່ອ​ດຽວ ບໍ່​ໄດ້​ແມ່ນ​ການ​ເຈລະຈາ​ກັນ ​ແລະ​ວ່າມີ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່ຈະ​ດໍາ
ເນີນຕໍ່​ໄປ​ກໍ​ແມ່ນ​ໃຫ້​ທ່ານ​ກາດ​ດາ​ຟີລາ​ອອກ​ຈາກ​ອໍານາດ​ໄປ​ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ຕໍ່​ໄປ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ໄດ້​ມີ​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້
ແລະ​ໄດ້​ພົວພັນ​ກັບ​ທ່ານ Jeffrey Feltman ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງ
ປະ​ເທດ​ສະຫະລັດ ​ແລະ​ເປັນ​ເຈົ້າໜ້າ​ທີ່​ສູງ​ສຸດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ກໍາກັບ​ນໍາ​
ນະ​ໂຍບາຍ​ໃນພາກ​ຕາ​ເວັນ​ອອກ​ກາງ. ພວກ​ສະມາຊິກ 4 ທ່ານ​ໃນ​ວົງ​ການ​ພາຍ​ໃນ​ຂອງ​
ກາດ​ດາ​ຟີ​ໄດ້​ປະກອບ​ສ່ວນ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ຄັ້ງ​ນີ້​ເຊ່ນກັນ.

ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ການ​ພົບ​ປະກັນ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ມີ​ການ​ຕິດ​ຕໍ່​ພົວພັນ​ກັນ​ຊໍ້າ
ແລ້ວ​ຊໍ້າ​ອີກ​ຈາກ​ບັນດາ​ຜູ້ຕາງໜ້າ​ຂອງ​ທ່ານ​ກາດ​ດາຟີ​ທີ່​ທາງ​ກຸງ​ວໍ​ຊິງ​ຕັນ​ຕີ​ຄວາມ​ໝາຍວ່າ
ທໍາ​ຄວາມ​ພະຍາຍາມ​ທີ່ຖືກ​ຊັກ​ນໍາ​ໄປ​ໃນ​ທາງ​ຜິດພາດ​ເພື່ອ​ປົວ​ແປງ​ຄວາມ​ສໍາພັນ​ກັນ​ນັ້ນ.

ກ່ອນ​ໜ້າ​ນີ້ ທ່ານ Moussa Ibrahim ​ໂຄສົກ​ລັດຖະບານ​ລີ​ເບຍ​ບັນ​ລະຍາຍ​ການ​ພົບປະ
ຫາລື​ກັນ​ ທີ່​ຈັດ​ຂຶ້ນ​ໃນ​ປະ​ເທດ​ຕູ​ນີ​ເຊຍ ວ່າ​ເປັນບາດກ້າວ​ທໍາ​ອິດ​ໃນ​ການ​ໂອ້​ລົມ​ສົນທະນາ
ກັນ ​ແລະ​ກ່າວ​ຕື່ມ​ວ່າ ລັດຖະບານ​ລີ​ເບຍ​ບໍ່​ຢາກ​ຖືກຜູກມັດໃນເລື່ອງກ່ຽວກັບອະດີດຜ່ານ
ມາ​ແລະ​ຍິນ​ດີ​ທີ່​ຈະ​ທໍາ​ການ​ເຈລະຈາ​ກັນ​ຕື່ມ​ອີກ.

ທ່ານ Ibrahim ກ່າວ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ​ວ່າ ທ່ານ​ກາດ​ດາ​ຟີ​ຈະ​ບໍ່ພິຈາລະນາ​ທໍາ​ການ
ເຈລະຈາ​ສັນຕິພາບ​ໃດໆ​ທີ່​ຈະ​ບັງຄັບ​ໃຫ້​ທ່ານ​ລາ​ອອກຈາກ​ຕໍາ​ແໜ່​ງນັ້ນ.

XS
SM
MD
LG