ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ນ້ອຍ 5 ຄົນ​ ​ເສຍ​ຊີວິດ ​ໃນ​ເຫດ​ລະ​ເບີດ​ ໂຮງ​ງານ​ຜະລິດ​ປຸຍ ​ໃນ​ລັດ Texas (ສະໄລດ໌/ວີດິໂອ)


ເຫດລະເບີດໂຮງ​ງານ​ຜະລິດ​ປຸຍ​ ເມືອງ West, ໃກ້ໆກັບເມືອງ Waco, ລັດ Texas, ວັນທີ 18 ເມສາ 2013.
ເຫດລະເບີດໂຮງ​ງານ​ຜະລິດ​ປຸຍ​ ເມືອງ West, ໃກ້ໆກັບເມືອງ Waco, ລັດ Texas, ວັນທີ 18 ເມສາ 2013.
ທາງ​ການ​ລັດ Texas ກ່າວ​ວ່າ ມີ​ຢ່າງ​ນ້ອຍ 5 ຄົນ​ ​ແລະອາດ​ມີ​ເຖິງ 15 ຄົນ ເສຍ​ຊີວິດ ​ໃນ​ເຫດ​ລະ​ເບີດ​ທີ່ໂຮງ​ງານ​ຜະລິດ​ປຸຍ​ແຫ່ງ​ນຶ່ງ ​ໃນ​ລັດ Texas ພາກ​ໃຕ້​ຂອງສະ​ຫະລັດ ​ເມື່ອ​ຄໍ່​າວັນ​ພຸດ​ວານ​ນີ້.

​ໂຄສົກ​ຂອງຂອງ​ກົມ​ຕໍາຫຼວດ ເມືອງ Waco ທ່ານ​ນຶ່ງກ່າວ​ວ່າ ມີ​ຢ່າງ​ນ້ອຍ 160 ຄົນ​ໄດ້​ຮັບ​ບາດ​ເຈັບ ເວລາ​ເກີດ​ເຫດ​ລະ​ເບີດ​ຢູ່​ໂຮງງານ​ດັ່ງກ່າວ ​ໃກ້ໆ​ກັບ​ເມືອງ West ​ໃນ​ຂະນະ​ທີ່ເຈົ້າ​ໜ້າ​ທີ່​ດັບ​ເພີງ​ກໍາລັງ​ພະຍາຍາມ​ດັບໄຟ ທີ່​ກໍາລັງໄໝ້ຢູ່​ກ່ອນນັ້ນ. ມີ​ເຮືອນ​ຊານ​ລະຫວ່າງ 50 ຫາ 75 ຫຼັງ ພາຍ​ໃນ​ບໍລິ​ເວນ 5 ຮ່ອມ ທີ່ຢູ່ໃກ້ໆ​ກັບໂຮງງານ​ປຸຍນັ້ນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫັກ​ພັງ​ ຫຼື​ບໍ່​ກໍ​ຖືກ​ທໍາ​ລາຍຢ່າງ​ສິ້ນ​ເຊີງ.​


ຊາວເມືອງ West ​ປະມານ 2,800 ຄົນ ​ໄດ້​ຖືກ​ຍົກ​ຍ້າຍ ຊຶ່ງ​ໂຮມ​ທັງ ເຖົ້າ​ຜູ້​ແກ່​ຈໍານວນ​ 100 ກ່ວາຄົນ ທີ່​ອາ​ໄສ​ຢູ່​ໃນເຮືອນ​ພັກ​ປິ່ນປົວ​ຜູ້​ສູງ​ອາຍຸ. ຄະນະ​ກູ້​ໄພ​ສຸກ​ເສີນຍັງທໍາ​ການ​ຊອກຄົ້ນ​ຫາ​ໄປ​ຕາມ​ແຕ່​ລະ​ຫລັງ​ເຮືອນໃນ​ບໍລິ​ເວນ​ທີ່ເກີດ​ເຫດ ​ເພື່ອ​ຊອກ​ຫາ​ຜູ້​ຄົນທີ່​ຍັງ​ຕິດ​ຄ້າງ​ຢູ່​ນັ້ນ.

ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ບອກ​ວ່າ ​ໄຟ​ທີ່​ໄໝ້​ຢູ່ໂຮງງານ​ໃນ​ເບື້ອງ​ຕົ້ນ​ນັ້ນ ​ເກີດ​ຂຶ້ນ​ແນວໃດ.

Massive Blast at Texas Fertilizer Plant
please wait

No media source currently available

0:00 0:01:44 0:00
ລິງໂດຍກົງ

XS
SM
MD
LG