ສະຫະລັດກ່າວວ່າ ຕົນຈະໃຫ້ຫວຽດນາມກູ້ຢືມເງິນ ຈໍານວນ
100 ລ້ານກ່ວາໂດລາ ເພື່ອຊື້ດາວທຽມໂທລະຄົມມະນາຄົມ
ໜ່ວຍນຶ່ງ ຈາກບໍລິສັດຂອງອາເມຣິກາ.
ທະນາຄານສົ່ງອອກ-ນໍາເຂົ້າ ຫລື Export-Import Bank
ຂອງສະຫະລັດ ກ່າວໃນວັນຈັນວານນີ້ວ່າ ບໍລະສັດ Vietnam
Post ຊຶ່ງເປັນບໍລະສັດຂອງລັດຖະບານຫວຽດນາມນັ້ນ ຈະນໍາ
ໃຊ້ດາວທຽມດັ່ງກ່າວ ເພື່ອສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງ
ການທີ່ມີຫລາຍຂຶ້ນນັບມື້ ຂອງຕະຫຼາດ ໂທລະຄົມມະນາຄົມແລະ
ໂທລະພາບ. ທະນາຄານສົ່ງອອກ-ນໍາເຂົ້າ ກ່າວວ່າ ດາວທຽມ
ໜ່ວຍນີ້ ຈະກວມເອົາ ຫວຽດນາມ, ກໍາປູເຈຍ, ລາວ ແລະ ໄທນໍາ.
ທະນາຄານ Ex-Im ກ່າວອີກວ່າ ບໍລິສັດ Lockheed Martin
ຂອງສະຫະລັດ ຈະເປັນຜູ້ຜະລິດດາວທຽມທີ່ວ່ານີ້ ແລະວ່າ
ສັນຍານີ້ຈະສ້າງວຽກງານຫຼາຍກວ່າ 500 ໜ້າວຽກໃຫ້ຊາວອາເມຣິກັນ.
ທະນາຄານດັ່ງກ່າວເວົ້າວ່າ ປະທານາທິບໍດີ Barack Obama ຈະຕ້ອງໄດ້ອະນຸມັດ ເງິນ
ກູ້ຢືມ ຈໍານວນ 118 ລ້ານໂດລາກ້ອນນີ້ ຍ້ອນຂະໜາດຂອງເງິນກູ້ ແລະຍ້ອນວ່າ ມັນເປັນ
ການໃຫ້ເງິນກູ້ຢືມແກ່ປະເທດ ອັນທີ່ເອີ້ນກັນວ່າເປັນປະເທດ “ມາກສ໌-ເລນິນ” ນັ້ນ.