ດ້ວຍການຍຶດເອົາເດີ່ນເຮືອບິນຍຸດທະສາດຈາກກຸ່ມລັດອິສລາມຫຼື IS ໃນພາກເໜືອ
ຂອງຊີເຣຍ ໃນອາທິດນີ້ ກຳລັງທີ່ໜູນຫລັງໂດຍສະຫະລັດແລະທະຫານອາເມຣິກັນ
ຈຶ່ງສາມາດນຳໃຊ້ເດີ່ນເຮືອບິນຫ້າແຫ່ງຢູ່ໃນຂົງເຂດ ຊຶ່ງເປັນຕາໜ່າງ ທີ່ສາມາດພິສູດ
ໃຫ້ເຫັນວ່າ ເປັນສິ່ງຊີ້ຂາດ ໃນການຕໍ່ສູ້ຕ້ານກຸ່ມລັດອິສ ລາມ ອີງຕາມບັນດາເຈົ້າໜ້າ
ທີ່ ແລະພວກນັກວິເຄາະສະຫະລັດ.
ເຈົ້າໜ້າທີ່ສະຫະລັດສອງຄົນ ໄດ້ກ່າວຕໍ່ວີໂອເອວ່າ ບັນດານັກວິສະວະກອນອາເມຣິ
ກັນ ແລະພະນັກງານ ກຳລັງເຮັດວຽກສ້ອມແປງ ແລະບູລະນະເດີ່ນເຮືອບິນ ຢູ່ໃກ້ກັບ
ເຂື່ອນ Tabqa ທີ່ໄດ້ເຂົ້າຍືດເອົາໂດຍກຳລັງປະຊາທິປະໄຕຊີເຣຍ ຫລື SDF ທີ່ໜູນ
ຫລັງໂດຍສະຫະລັດ ໃນວັນອາທິດແລ້ວນີ້.
ນາຍພົນທະຫານສະຫະລັດ ທ່ານ Carlton Everhart ຜູ້ບັນຊາການກອງທັບອາກາດ
Air Mobility Command ໄດ້ກ່າວຕໍ່ວີໂອເອວ່າ ທະຫານຂອງທ່ານໄດ້ສົ່ງກຳລັງປະ
ຊາທິປະໄຕຊີເຣຍ ໂດຍທາງອາກາດ ໄປຢູ່ເຂດແນວຫລັງຂອງ ກຸ່ມ IS ເພື່ອທຳການ
ໂຈມຕີ ແລະຍຶດເອົາເດີ່ນເຮືອບິນແຫ່ງນີ້.
ນາຍພົນ Everhart ບໍ່ໄດ້ໃຫ້ການຢືນຢັນ ຫລືປະຕິເສດວ່າ ທະຫານຂອງທ່ານໄດ້
ສ້ອມແປງເດີ່ນເຮືອບິນ Tabqa ຍ້ອນເຫດຜົນ ໃນດ້ານຄວາມປອດໄພຂອງ ການປະ
ຕິບັດງານ ແຕ່ກໍກ່າວວ່າ ທະຫານຂອງທ່ານຈະມີຄວາມ “ສາມາດເຮັດໄດ້ໃນເວລາທີ່
ໄດ້ຮັບຄຳສັ່ງແຈ້ງມາ.”
ໃນປີ 2014 ພວກນັກລົບກຸ່ມ IS ໄດ້ເຂົ້າຄວບຄຸມເອົາເດີ່ນເຮືອບິນນີ້ ຈາກກຳ ລັງຊີ
ເຣຍໂດຍໄດ້ສັງຫານພວກທະຫານຢ່າງໜ້ອຍ 160 ຄົນໃນການສູ້ລົບກັນ. ເດີ່ນເຮືອ
ບິນນີ້ເຄີຍເປັນບ່ອນສ້ອມແປງຂອງລັດຖະບານຊີເຣຍ ແລະຖານທັບທີ່ ທຳການໂຈມ
ຕີຂອງພວກເຮືອບິນລົບ MIG ທີ່ຊື້ມາຈາກຣັດເຊຍ ຂອງກອງທັບອາກາດຊີເຣຍ.
ບັນດາຜູ້ບັນຊາກການ ກຳລັງປະຊາທິປະໄຕຊີເຣຍ ໄດ້ກ່າວຕໍ່ວີໂອເອວ່າ ເດີ່ນເຮືອ
ບິນດັ່ງກ່າວ ໄດ້ຢູ່ໃນສະພາບເພພັງເວລາຖືກຍຶດເອົາ ແລະພວກນັກລົບກຸ່ມ ລັດອິສ
ລາມໄດ້ທຳລາຍສ່ວນໃຫຍ່ຂອງຕຶກອາຄານ. ດ້ວຍການສ້ອມແປງ ເດີ່ນເຮືອບິນ
ແຫ່ງນີ້ ຈຶ່ງສາມາດນຳໃຊ້ໃນການຂົນສົ່ງອຸບປະກອນຕ່າງໆ ອາວຸດໜັກທະຫານ
ແລະທະຫານ ໄປຊ່ວຍກຳລັງປະຊາທິປະໄຕຊີເຣຍເພື່ອຂັບໄລ່ກຸ່ມ IS ອອກຈາກ
ທີ່ໝັ້ນຢູ່ໃກ້ກັບເມືອງຫລວງ Raqqa ຂອງກຸ່ມລັດອິສລາມ ອີງຕາມຄຳເວົ້າຂອງ
ພວກເຈົ້າໜ້າທີ່ຊາວເຄີດ.
ການຍຶດເອົາເດີ່ນເຮືອບິນ Tabqa ມີຂຶ້ນໃນຂະນະທີ່ກຳລັງຂອງແນວໂຮມພາຍ
ໃຕ້ການນຳພາຂອງສະຫະລັດ ພວມເສີມສ້າງຄວາມສາມາດທາງອາກາດຂອງຕົນ
ຢ່າງງຽບໆ ຢູ່ໃນພາກເໜືອຊີເຣຍ ທີ່ຮວມທັງບ່ອນເຮືອບິນລົງໄດ້ນັ້ນຫລາຍຂຶ້ນ
ແລະທຳການໂຈມຕີກຸ່ມ IS.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ