ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງແນວໂຮມ ແນເປົ້າໝາຍໃສ່ ຄະນະນຳພາ ກຸ່ມລັດອິສລາມ


ແຜນທີ່ເມືອງ Mosul, Tikrit, Beiji, Kirkuk, Karbala, Fallujah, ແລະແບກແດັດ
ແຜນທີ່ເມືອງ Mosul, Tikrit, Beiji, Kirkuk, Karbala, Fallujah, ແລະແບກແດັດ

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ
​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ​ໄດ້​ຕົກ​ຖືກຂະ​ບວນລົດຂອງ​
ກຸ່ມ​ລັດ​ອິສລາມ ​ໃກ້ໆ​ກັບ​ເມືອງ Mosul ຂອງ​ອີຣັກ​ໃນ​ວັນ​ເສົາ
ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້ ກ່າວ​ວ່າ ຂະ​ບວນລົດ​ຈຳນວນ 10 ຄັນ​
ກຳລັງ​ແລ່ນ​ຢູ່​ໃກ້ໆ​ກັບ​ບ່ອນ​ຊຸມນຸມ​ແຫ່ງ​ນຶ່ງ​ຂອງ​ຄະນະນຳພາ​
ກຸ່ມ​ລັດ​ອິສລາມ. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ບໍ່​ສາມາດ​ຢືນຢັນ
​ໄດ້​ວ່າ ນາຍ Abu Bakr al-Baghdadi ຫົວໜ້າ​ກຸ່ມ​ລັດ​ອິສ
ລາມ​ໄດ້​ຮ່ວມ​ຢູ່ໃນ​ບັນດາ​ຜູ້ນຳ ​ທີ່​ຄຶດ​ວ່າພາກັນ​ປະຊຸມ​ກັນ​ນັ້ນ
​ຫຼື​ບໍ ​ຫຼື​ມີ​ຜູ້ນຳຄົນ​ໃດ​ຂອງ​ກຸ່ມ ​ໄດ້​ຮັບ​ບາດ​ເຈັບ ຫຼືເສຍ​ຊີວິດຫຼື​ບໍ
ນັ້ນ.

ກຳລັງຂອງແນວໂຮມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ໄດ້ທຳການ​ໂຈມ​ຕີ​ທາງ​ອາກາດ​
ມາ​ໃນ​ແຕ່​ລະ​ມື້ ຕໍ່​ເປົ້າ​ໝາຍ​ຕ່າງໆ​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ອີຣັກ.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ອະນຸຍາດ​ໃຫ້
​ສົ່ງ​ທະຫານ​ສະຫະລັດ​ໄປ​ຍັງ​ອີຣັກຈຳນວນ​ຫຼາຍ​ເຖິງ 1500 ຄົນ​ຕື່ມ​ອີກ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະກອບ​ພາລະ​ກິດ​ໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສ
ລາມ. ທຳນຽບຂາວ ກ່າວ​ວ່າ ພວກ​ທະຫານ​ເຫຼົ່າ​ນີ້ ຈະ​ບໍ່​ມີ​ບົດບາດ​ໃນ​ການ​ສູ້​ລົບ ​ແຕ່​ຈະ​
ຊ່ອຍ​ເຝິກ​ແອບ ​ແລະ​ໃຫ້​ຄຳ​ແນະນຳ​ແກ່​ພວກ​ກຳລັງ​ຂອງ​ອີຣັກແລະ​ຊາວເຄີ​ສ ທີ່​ກຳລັງ​ທຳ​
ການ​ຕໍ່ສູ້​ກັບ​ກຸ່ມລັດ​ອິສລາມ​ຢູ່​ນັ້ນ.

iraq9november14
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG