ທຳນຽບຫ້າແຈກ່າວວ່າ ການໂຈມຕີທາງອາກາດຂອງແນວໂຮມ
ພາຍໃຕ້ການນຳພາຂອງສະຫະລັດຫວ່າງມໍ່ໆມານີ້ ໃນຊີເຣຍ
ແລະອີຣັກ ໄດ້ສັງຫານບັນດາຜູ້ນຳອະວຸໂສຂອງກຸ່ມລັດອິສລາມ
ສາມຄົນ ຮວມທັງຫົວໜ້າການເງິນຂອງກຸ່ມຫົວຮຸນແຮງດັ່ງກ່າວ.
ໂຄສົກຂອງແນວໂຮມ ທ່ານ Steve Warren ກ່າວໃນວັນພະ
ຫັດວານນີ້ວ່າ ທ້າວ Abu Salah ເປັນຜູ້ຮັບຜິດຊອບ ກ່ຽວກັບ
ການປະສານງານໃນກິດຈະ ການຂູ່ເຂັນບັງຄັບຂອງກຸ່ມ. ທ່ານ
Warren ຮ້ອງທ້າວ Salah ວ່່າເປັນໜຶ່ງໃນບັນດາຜູ້ນຳກຸ່ມລັດ
ອິສລາມ ທີ່ມີປະສົບພະການຫຼາຍທີ່ສຸດ ແລະກ່າວວ່າ ການເສຍ
ຊີວິດຂອງຜູ້ກ່ຽວ ຈະລົບກວນດ້ານການເງິນຂອງກຸ່ມດັ່ງກ່າວ.
ນອກນັ້ນ ໂຄສົກຍັງກ່າວວ່າ ການໂຈມຕີທາງອາກາດຂອງແນວໂຮມ ໄດ້ສັງຫານພວກ
ນັກລົບລັດອິສລາມ 350 ຄົນຢູ່ໃນເມືອງ Ramadi ຂອງອີຣັກ. ກຳລັງອີຣັກ ໄດ້ຍຶດເອົາ
ບາງສ່ວນຂອງເມືອງດັ່ງກ່າວຄືນມາໄດ້ໃນອາທິດທີ່ຜ່ານມາ ແຕ່ວ່າກຸ່ມລັດອິສລາມຍັງ
ຄວບຄຸມສ່ວນໃຫຍ່ຂອງເມືອງນີ້ຢູ່.
ໃນວັນພະຫັດວານນີ້ເຊັ່ນດຽວກັນ ເຈົ້າໜ້າທີ່ອະວຸໂສຂອງກະຊວງການເງິນສະ ຫະລັດ
ຄົນໜຶ່ງ ກ່າວວ່າ ກຸ່ມລັດອິສລາມ ແມ່ນອົງການຈັດຕັ້ງທີ່ຮັ່ງມີ ຊຶ່ງການເງິນຂອງເຂົາເຈົ້າ
ຍາກທີ່ຈະລົບກວນໄດ້.
ທ່ານ Adam Szubin ຈາກຫ້ອງການສືບລັບກ່ຽວກັບການກໍ່ການຮ້າຍ ແລະ ການເງິນ
ກ່າວທີ່ນະຄອນລອນດອນ ບ່ອນທີ່ທ່ານໄດ້ລາຍງານເຖິງຄວາມຮັ່ງມີຂອງກຸ່ມລັດອິສ
ລາມວ່າ ມີຫລາຍກວ່າ 500 ລ້ານໂດລາໃນການຂາຍນ້ຳມັນຢູ່ໃນຕະຫລາດມືດ ມີການ
ລັກຂະໂມຍຫລາຍກວ່າ 1 ພັນລ້ານໄປຈາກບ່ອນເກັບເງິນທະນາຄານ ຢູ່ໃນຊີເຣຍ ແລະ
ອີຣັກ ແລະຫລາຍໆລ້ານຄົນຈາກການຂູ່ເຂັນເອົາເງິນຈາກປະຊາຊົນຊາວອີຣັກ ແລະຊີ
ເຣຍ.
ທ່ານ Szubin ກ່າວວ່າ ສະຫະປະຊາຊາດ ກຳລັງປະຕິບັດງານຢ່າງໃກ້ຊິດກັບ ບັນດາ
ປະເທດພາຄີຂອງແນວໂຮມ ແລະລັດຖະບານອີຣັກ ເພື່ອບໍ່ໃຫ້ກຸ່ມລັດອິສ ລາມໄດ້ຮັບ
ເງິນ ແລະຕັດຄວາມສຳພັນຄວາມສຳພັນຂອງເຂົາເຈົ້າ ກັບກຸ່ມການເງິນຢູ່ໃນທົ່ວໂລກ.
ທ່ານກ່າວວ່າ ພວກກໍ່ການຮ້າຍຕ້ອງການເຂົ້າຫາລະບົບທະ ນາຄານຂອງໂລກ ເພື່ອຂົນ
ຍ້າຍເງິນ ໂອນເງິນ ແລະນຳເຂົ້າສິນຄ້າຕ່າງໆ.