ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ນຳ​ພາຄວາມ​ພະ​ຍາ​ຍາມ ​ສ້າງສັນ​ຕິ​ພາບ​ໃນ​ ອັ​ຟ​ກາ​ນິ​ສ​ຖານ


ປະ​ທາ​ນາ​ທິ​ບໍ​ດີ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ ອາ​ສ​ຣາ​ຟ ກາ​ນີ ກ່າວ​ລະ​ຫວ່າງ​ການ​ອອກ​ອາ​ກາດ​ຜ່ານທາງ​ໂທ​ລະ​ພາບ ທີ່​ທຳ​ນຽບ ປະ​ທານາ​ທິ​ບໍ​ດີ ໃນ​ນະ​ຄອນ​ຫຼວງ​ ກາ​ບູລ ວັນ​ທີ 28 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ ອາ​ສ​ຣາ​ຟ ກາ​ນີ ກ່າວ​ລະ​ຫວ່າງ​ການ​ອອກ​ອາ​ກາດ​ຜ່ານທາງ​ໂທ​ລະ​ພາບ ທີ່​ທຳ​ນຽບ ປະ​ທານາ​ທິ​ບໍ​ດີ ໃນ​ນະ​ຄອນ​ຫຼວງ​ ກາ​ບູລ ວັນ​ທີ 28 ມັງ​ກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ ໄດ້​ຕັ້ງ​ສະ​ພາ​ການນຳໃໝ່​ທີ່​ປະ​
ກອບ​ມີ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ນັກ​ການ​ເມືອງ​ຝ່າຍ​ຄ້ານ ແລະ​ບັນ​ດາ​ຜູ້​ຕາງ​ໜ້າ​ສັງ​ຄົມ​
ພົນ​ລ​ະ​ເມືອງ ທີ່​ຈະ​ບໍ​ລິ​ຫານການ​ປະ​ຕິ​ບັດ​ການສັນ​ຕິ​ພາບ​ແຫ່ງ​ຊາດ ແລະ ລວມ​ກຸ່ມ​
ນັກ​ສືບ​ສວນ​ສອບ​ສວນ “ທີ່​ມີ​ປະ​ສິດ​ທິ​ພາບ” ກ່ຽວ​ກັບ ການ​ເຈ​ລະ​ຈາ​ທີ່​ອາດ​ເປັນ​ໄປ​
ໄດ້​ກັບ​ພວກ​ກະ​ບົດ ຕາ​ລີ​ບານ ເຂົ້າ​ກັນ.

​ໃນ​ການກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຮອບ​ປະ​ຖົມ​ມະ​ເລີກ ກ່ຽວ​ກັບ ສິ່ງ​ທີ່​ຖືກ​ມີ​ຊື່​ວ່າ “ສະ​ພາ
​ການນຳ​ເພື່ອກ​ານປະ​ນີ​ປະ​ນອມ” ໃນ​ວັນ​ອາ​ທິດ​ວານ​ນີ້ ທ່ານ ​ກາ​ນີ ໄດ້​ກ່າວ​ວ່າ ທ່ານ
​ມີ​ຄວາມ​ຫວັງ​ໃນ​ຄວາມ​ພະ​ຍາ​ຍາມພາຍ​ໃຕ້​ “ຄວາ​ມ​ຄຸມ” ຂອງ​ລັດ​ຖະ​ບານ ທີ່​ຈະ​ນຳ
​ໄປ​ສູ່​ການ​ສິ້​ນສຸດການ​ນອງ​ເລືອດ​ຢູ່​ໃນ​ ອັ​ຟ​ກາ​ນິ​ສ​ຖານ.

ສະ​ຫະ​ລັດ​ໄດ້​ພົວ​ພັນ​ກັບ​ກຸ່ມ​ກະ​ບົດ​ ອິ​ສ​ລາມ ນັ້ນໃນ​ການ​ເຈ​ລະ​ຈາ​ໂດຍ​ກົງ ນັບ​ແຕ່​
ທ້າຍ​ລະ​ດູ​ໃບ​ໄມ້​ຫລົ່ນ​ທີ່​ຜ່ານ​ມາ ເພື່ອສິ້ນ​ສຸດ​ສົງ​ຄາມ 18 ປີ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ທີ່
​ເປັນ​ການ​ແຊກ​ແຊງ​ທາງ​ທະ​ຫານ​ທີ່ຍ​າວ​ນານ​ສຸດ ຢູ່ນອກ​ປະ​ເທດ​ຂອງ ​ສະ​ຫະ​ລັດ​.
ມັນ​ມີ​ຄາດ​ກັນ​ຢ່າງ​ກວ້າງ​ຂ​ວາງວ່າ ຂະ​ບວນ​ການ​ສັນ​ຕິ​ພາບ​ ໃນ​ທີ່​ສຸດ​ຈະ​ນຳ​ໄປ​ສູ່​ກາ​ນ
​ສົນ​ທະ​ນາ​ພາຍ​ໃນ ​ອັ​ຟ​ກາ​ນິ​ສ​ຖານ ທີ່​ປະ​ກອບ​ມີ​ພວກ​ກະ​ບັດ​ຕາ​ລິ​ບານ ແລະ ​ຢຸ​ດ
​ເຊົາ​ການ​ເປັນ​ສັດ​ຕູ​ກັນ​ຫຼາຍ​ປີ.

ແຕ່​ວ່າ​ການ​ສົນ​ທະ​ນາ​ກັນ​ໃນ​ປັດ​ຈຸ​ບັນ​ ລະ​ຫວ່າງ ວໍ​ຊິງ​ຕັນ​ ກັບພວກ​ເຈົ້າ​ໜ້າ​ທີ່​ກຸ່ມ​
ກະ​ບົດ ແມ່ນໄດ້​ເນັ້ນ​ໜັກ​ໃສ່​ການ​ຖອນ​ຕົວຂອງ ​ອາ​ເມ​ຣິ​ກ ແລະ​ ກອງກຳ​ລັງ​ເນ​ໂຕ
ເພື່ອ​ເປັນ​ການ​ຄ້ຳ​ປະ​ກັນໃຫ້​ແກ່​ພວກ ຕາ​ລິ​ບານ ເພື່ອ​ປ້ອງ​ກັນ​ດິນ​ແດນ ​ອັ​ຟ​ກາ​ນິ​ສ​
ຖານ ​ຈາກການ​ເປັນ​ທີ່ຫຼົບ​ລີ້​ຂອງ​ພວກ​ກໍ່​ການ​ຮ້າຍ​ສາ​ກົນ.

ນັກ​ການ​ທູດ ອາ​ເມ​ຣິ​ກັນ ທີ່​ເກີດ​ຢູ່​ໃນ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ ​ຊາ​ລ​ເມ ຄາ​ລິ​ຊາດ ໄດ້​ນຳ​ພາ​ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ໃນ​ການ​ເຈ​ລະ​ຈາກັບ ພວກ ​ຕາ​ລິ​ບານ
ນັກ​ການ​ທູດ ອາ​ເມ​ຣິ​ກັນ ທີ່​ເກີດ​ຢູ່​ໃນ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ ​ຊາ​ລ​ເມ ຄາ​ລິ​ຊາດ ໄດ້​ນຳ​ພາ​ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ໃນ​ການ​ເຈ​ລະ​ຈາກັບ ພວກ ​ຕາ​ລິ​ບານ

ນັກ​ການ​ທູດ ອາ​ເມ​ຣິ​ກັນ ທີ່​ເກີດ​ຢູ່​ໃນ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ ​ຊາ​ລ​ເມ ຄາ​ລິ​ຊາດ ໄດ້​
ນຳ​ພາ​ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ໃນ​ການ​ເຈ​ລະ​ຈາກັບພວກ ​ຕາ​ລິ​ບານ. ຫຼັງ​
ຈາກ​ການ​ພົບ​ປະ​ຂອງ​ເຂົາ​ເຈົ້າ​ເທື່ອ​ລ້າ​ສຸດ​ໃນ​ຕົ້ນ​ເດືອນ​ມີ​ນາທີ່​ຜ່າ​ນ​ມາ ທ່ານ​ ຄາ​ລິ​
ຊາດ ໄດ້​ປະ​ກາດ​ວ່າ​ທັງ​ສອງ​ຝ່າຍ​ໄດ້​ຮ່າງ​ຂໍ້​ຕົກ​ລົງ​ຂັ້ນ​ຕົ້ນ​ກ່ຽວ​ກັບ​ການ​ຖອນທະ
​ຫານ​ຕ່າງ​ປະ​ເທດ ແລະ ຮັບ​ປະ​ກັນ​ການ​ປາບ​ປາມ​ລັດ​ທິກໍ່​ການ​ຮ້າຍ​ຂອງ​ພວກ
ຕາ​ລີ​ບານ.

ແຕ່​ທ່ານ​ຄາ​ລິ​ຊາດ ຜູ້​ທີ່​ເປັນ​ທູດ​ພິ​ເສດ​ແກ່​ການປອງດອງ ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ເນັ້ນ​
ໜັກ​ເຖິງ​ຂໍ້​ຕົກ​ລົງຄັ້ງສຸດ​ທ້າຍ ​ທີ່​ຈະ​ເຊື່ອມ​ໂຍງ​ການ​ເຂົ້າ​ຮ່ວມ​ຂອງກຸ່ມ ​ຕາ​ລິ​ບານ
ໃນ​ການເຈ​ລະ​ຈາ ລະ​ຫວ່າງ ​ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ຢຸດ​ຍິງຮອບ​ດ້ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປົນ​ພາ​ສາ​ອັງ​ກິດ

XS
SM
MD
LG