ເຈົ້າໜ້າທີ່ສະຫະລັດ ກ່າວວ່າ
ລັດຖະມົນຕີການຕ່າງປະເທດ
ສະຫະລັດທ່ານນາງ Hillary
Clinton ໄດ້ໃຫ້ຄວາມໝັ້ນໃຈ
ອີກຄັ້ງນຶ່ງແກ່ນາຍົກລັດຖະມົນ
ຕີເລບານອນ ທ່ານ Saad
Hariri ວ່າສະຫະລັດໃຫ້ການ
ສະໜັບສະໜຸນຕໍ່ການຕັ້ງສານ
ທີ່ໄດ້ຮັບການໜຸນຫຼັງ ຈາກອົງ
ການສະຫະປະຊາຊາດເພື່ອທຳ
ການສືບສວນ ກ່ຽວກັບການເສຍຊີວິດຂອງບິດາທ່ານນັ້ນ.
ທ່ານນາງ Clinton ໄດ້ສະເໜີໃຫ້ການສະໜັບສະໜຸນຂອງທ່ານນາງ ໃນມື້ວັນສຸກວານນີ້ ໃນລະຫວ່າງການພົບປະກັບທ່ານ Hariri ທີ່ນະຄອນນິວຢອກ.
ທ່ານ Hariri ພວມປະເຊີນກັບການກົດດັນຢ່າງໜັກທາງດ້ານການເມືອງຢູ່ທີ່ປະເທດຂອງ
ທ່ານ ກ່ຽວກັບການສືບສວນ ການຄາດຕະກຳບິດາຂອງທ່ານ ມື້ລາງນາຍົກລັດຖະມົນຕີ
Rafiq Hariri ໃນປີ 2005 ນັ້ນ.
ກຸ່ມຫົວຮຸນແຮງຊີໄອທ໌ Hezbollah ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີເລບານອນ ປະ
ນາມການຕັ້ງສານດັ່ງກ່ວຊຶ່ງຄາດວ່າຈະຟ້ອງຮ້ອງສະມາຊິກຈຳນວນຂອງກຸ່ມ Hezbollah
ໃນການຄາດຕະກຳດັ່ງກ່າວນີ້.
ກ່ອນນັ້ນ ທ່ານນາງ Clinton ໄດ້ພົບປະກັບກະສັດ Abdullah ແຫ່ງຊາອຸດີອາຣາເບຍ
ທີ່ໂຮງແຮມ ທີ່ຕັ້ງຢູ່ໃກ້ໆແຫ່ງນຶ່ງ ໃນນະຄອນນິວຢອກ ບ່ອນທີ່ກະສັດຊາອຸດີອາຣາເບຍ ຊົງພວມພັກຟື້ນຈາກການຜ່າຕັດ.
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດໄດ້ກ່າວເຖິງການພົບ
ປະກັບກະສັດ Abdullah ໃນຄືນວັນສຸກວານນີ້ວ່າ ເປັນການໄປຢ້ຽມຢາມ ເພື່ອມາລະ
ຍາດທໍ່ນັ້ນ.