ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັດຕາ ຄົນຫວ່າງງານ ຢູ່ໃນ ສຫລ ຫລຸດຕໍ່າລົງ


ຜູ້ໄປສະມັກການຄົນນຶ່ງ ພວມໂອ້ລົມກັບຜູ້ຕາງໜ້າ ບໍລິສັດຮັບສະໝັກງານ ຂະນະທີ່ມີລາຍງານວ່າ ອັດຕາຄົນຫວ່າງງານຢູ່ໃນ ສຫລ ພວມຫຼຸດຕໍ່າລົງ.
ຜູ້ໄປສະມັກການຄົນນຶ່ງ ພວມໂອ້ລົມກັບຜູ້ຕາງໜ້າ ບໍລິສັດຮັບສະໝັກງານ ຂະນະທີ່ມີລາຍງານວ່າ ອັດຕາຄົນຫວ່າງງານຢູ່ໃນ ສຫລ ພວມຫຼຸດຕໍ່າລົງ.
ຈໍານວນ​ຊາວ​ອາ​ເມຣິກັນ ທີ່ໄປ​ຈົດ​ຊື່​ຂໍ​ການ​ຊ່ວຍ​ເຫລືອເງິນ​
ຫວ່າງ​ງານ ​ໄດ້​ຫລຸດ​ລົງ 11,000 ຄົນ​ໃນ​ອາທິດ​ແລ້ວນີ້.

ລາຍ​ງານ​ຂອງ​ກະຊວງ​ແຮງ​ງານທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັນ
​ພະຫັດວານ​ນີ້ເວົ້າວ່າ ມັນ​ເຮັດໃຫ້ໂຕເລກພວກ​ທີ່​ໄປ​ຂໍການ​
ຊ່ວຍ​ເຫຼືອທັງ​ໝົດ ຕົກ​ເປັນ 346,000 ຄົນ.

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ຈໍານວນພວກ​ໄປຂໍ​ເງິນ​ຫວ່າງ​ງານເປັນ​ການ​ວັດ​ແທກ ທີ່​ດີ
ກ່ຽວ​ກັບຈໍານວນ​ຂອງ​ພວກຫວ່າງ​ງານຢູ່​ໃນ​ເສດຖະກິດ​. ການ​ມີ​ວຽກ​ເຮັດ​ງານທຳຫລາຍ
​ຂຶ້ນ ອາດ​ເປັນ​ເຫດຜົນ​ທີ່ວ່າ ການ​ສໍາ​ຫລວດຂອງ Boomberg ​ໃນແງ່​ຂອງ​ຜູ້​ບໍລິ​ໂພ​ກ
ດ້ານ​ເສດຖະກິດ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ສະພາບ​ດີ​ຂື້ນ.

ພວກ​ເຮົາ​ຈະ​ໄດ້​ເຫັນ​ອີກດ້ານ​ນຶ່ງຂອງ​ເສດຖະກິດ ​ໃນ​ວັນ​ສຸກ​ມື້​ນີ້ ​ເວລາມີ​ການ​ພິມ​ເຜີຍ​
ແຜ່​ອັດຕາ​ຄົນຫວ່າງ​ງານ​ໃນເດືອນ​ພືດ​ສະພາຜ່ານ​ມາ. ການ​ສໍາ​ຫລວດ​ຄວາມ​ເຫັນ​ຂອງ​
ພວກ​ນັກ​ເສດຖະສາດ ​ໂດຍອົງການ​ຂ່າວ​ຕ່າງໆ​ ທໍານາຍ​ວ່າ ອັດຕາ​ຫວ່າງ​ງານ​ຈະ​ຄົງ
ໂຕ​ຢູ່ລະດັບ 7.5 ​ເປີ​ເຊັນ. ​ເຂົາ​ເຈົ້າ​ຍັງ​ກ່າວ​ວ່າ ​ເສດຖະກິດ​ອາດ​ຈະໄດ້​ຮັບວຽກ​ການ
ເພີ້ມຂຶ້ນທັງ​ໝົດ 163,000 ໜ້າ​ວຽກ.

ການ​ສໍາ​ຫລວດບັນດາ​ເຈົ້າ​ໜ້າ​ທີ່ດ້ານ​ການ​ເງິນຄົນ​ສຳຄັນໆ ແລະ​ຜູ້​ຈັດການ​ຂອງບໍລິສັດ​
ຕ່າງໆ​ທົ່ວ​ປະ​ເທດ ​ປະມານ 1,100 ຄົນ ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ພາກັນ​ມີຄວາ​ມ​

ເຫັນ​ໄປ​ໃນ​ແງ່​ດີ​ຕື່ມຂຶ້ນ ​ແລະ​ມີ​ແຜນ​ທີ່​ຈະ​ຂະຫຍາຍ​ການ​ປະຕິບັດ​ງານ ອອກ​ໄປອີກ.

​ແຕ່​ການ​ສໍາ​ຫລວດ​ຂອງ​ບັນດາສະ​ມາ​ຊິກສະ​ຖາ​ບັນ CPA ຂອງ​ອາ​ເມຣິກັນສະ​ແດງ​ໃຫ້​ເຫັນວ່າ ມີ​ບໍລິ​ສັດເພີ້ມຂຶ້ນ​ໃນ​ຈຳນວນ​ແຕ່​ພຽງເລັກ​ນ້ອຍ ທີ່​ມີ​ແຜນຈະຈ້າ​ງພະນັກງານ​ຕື່ມ ໃນ​ບໍ່​ຊ້າ​ນີ້. ນັກ​ບັນຊີ Jim Blake ກ່າວ​ວ່າ ການ​ເຕີ​ບ​ໂຕ​ຂອງ​ເສດຖະກິດແມ່ນເປັນ
​ທີ່​ຍິນ​ດີ​ ​ແຕ່​ຕ້ອງ​ໄດ້​ເພີ້ມຂຶ້ນກ່ອນ ກ່ອນ​ຈະ​ມີ​ການຈ້າງ​ແຮງ​ງານຕື່ມ​ຂຶ້ນ.


XS
SM
MD
LG