ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ລັດຖະສະພາ ສຫລ ຢາກໃຫ້ ລົງໂທດຈີນ ເລື້ອງ ລະເມີດ ສິດທິມະນຸດ ຢູ່ຊິນຈຽງ


ປະຊາຊົນພາກັນຍ່າງຜ່ານ ດ່ານກວດ ຢູ່ໃນເຂດຕະຫລາດກາງແຈ້ງ ທີ່ຖືກປິດໄວ້ ຢູ່ໃນເມືອງ ຄາສກາ ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງປະເທດຈີນ ໃນວັນທີ 4 ພະຈິກ 2017
ປະຊາຊົນພາກັນຍ່າງຜ່ານ ດ່ານກວດ ຢູ່ໃນເຂດຕະຫລາດກາງແຈ້ງ ທີ່ຖືກປິດໄວ້ ຢູ່ໃນເມືອງ ຄາສກາ ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງປະເທດຈີນ ໃນວັນທີ 4 ພະຈິກ 2017

ພວກສະມາຊິກລັດຖະສະພາສະຫະລັດ ຈາກທັງສອງພັກການເມືອງກຸ່ມນຶ່ງທີ່ມີ 17
ທ່ານ ໄດ້ຮຽກຮ້ອງ ໃຫ້ລັດຖະບານຂອງທ່ານທຣໍາ ວາງມາດຕະການລົງໂທດ ຕໍ່
ເຈົ້າໜ້າທີ່ຂັ້ນສູງຂອງຈີນທີ່ຖືກກ່າວຫາວ່າລະເມີດສິດທິມະນຸດຂອງຊາວ ມຸສລິມ
ທີ່ເປັນຊົນກຸ່ມນ້ອຍຢູ່ໃນເຂດຊິນຈຽງ ທີ່ເປັນເຂດຫ່າງໄກສອກຫລີກນັ້ນ.

ກຸ່ມດັ່ງກ່າວໄດ້ສົ່ງຈົດໝາຍສະບັບນຶ່ງ ໃນວັນພຸດວານນີ້ ໄປຫາລັດຖະມົນຕີກະຊວງ
ການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ແລະລັດຖະມົນຕີກະຊວງການເງິນ ທ່ານ
ສະຕີບເວັນ ມນຸສຈິນ ທີ່ເວົ້າວ່າ ຊາວວີເກີ (Uighurs) ແລະຊາວ ມຸສລິມ ທີ່ເປັນຊົນ
ຊາດອື່ນ ຫລາຍລ້ານຄົນຢູ່ໃນເຂດປົກຄອງຕົນເອງທາງພາກຕາເວັນຕົກຂອງປະເທດ
ນັ້ນ ແມ່ນ "ໄດ້ຖືກຄຸມຂັງໂດຍພາລະການ, ທໍລະມານ, ຖືກຈໍາກັດການປະຕິບັດສາ
ສະໜາກິດ ແລະວັດທະນະທໍາຢ່າງຮ້າຍແຮງ”, ຊຶ່ງ ລວມທັງການຖືກຂັງ ຢູ່ໃນອັນທີ່
ເອີ້ນວ່າ "ສູນ ຫລື ຄ້າຍດັດສ້າງ”.

ທີ່ນະຄອນປັກກິ່ງ ໂຄສົກປະຈໍາກະຊວງການຕ່າງປະເທດ ທ່ານນາງ ຮົວ ຈຸນຢິງ
(Hua Chunying) ໄດ້ປະຕິເສດຕໍ່ຄໍາຮ້ອງຂໍຂອງພວກສະມາຊິກລັດຖະສະພາສະຫະ
ລັດ ໂດຍໄດ້ກ່າວຕໍ່ ພວກນັກຂ່າວວ່າ "ພວກເຂົາເຈົ້າຄວນເພັ່ງເລັງໃສ່ວຽກງານຂອງຕົນ
...ແທນທີ່ຈະກ້າວກ່າຍໄປຫຍຸ້ງກ່ຽວກັບວຽກງານຂອງປະເທດອື່ນ" ແລະກໍປະກາດ
ເອົາເອງວ່າ ຕົນເປັນຜູ້ພິພາກສາ ທາງດ້ານສິດທິມະນຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG