ດ້ວຍການເພັ່ງເລັງທັງໝົດໃສ່ຄວາມພະຍາຍາມ ຂອງຣັດເຊຍ ທີ່ຈະປ່ຽນແປງການ
ເລືອກຕັ້ງຂອງສະຫະລັດດ້ວຍສື່ສັງຄົມ ຈຶ່ງມີຄວາມຢ້ານກົວໃນທາງອື່ນໆກ່ຽວກັບ
ການປະຕິບັດງານເພື່ອໃຊ້ອິດທິພົນແຊກແຊງຂອງມົສກູທີ່ກຳລັງມີການເບິ່ງຂ້າມ.
ໂດຍສະເພາະຢ່າງຍິ່ງ ບັນດາສະມາຊິກສະພາຈຳນວນນຶ່ງ ແລະຜູ້ຊ່ຽວຊານພາກັນ
ເປັນຫ່ວງວ່າ ຄວາມເສຍຫາຍທັງຫຼາຍທີ່ກຳລັງເຮັດຢູ່ນີ້ ດ້ວຍວິທີການແບບເກົ່າ
ການຕິດຕໍ່ແບບໜ້າຕໍ່ໜ້າ ຕະຫຼອດທັງຄຳໝັ້ນສັນຍາໃນການເຫັນພ້ອມນຳ ແລະ
ໂອກາດທີ່ຈະໄດ້ເງິນຕອບແທນ.
ເພື່ອຈະຊ່ວຍຫຼຸດຜ່ອນໄພອັນຕະລາຍດັ່ງກ່າວ ຮອງປະທານຄະນະກຳມະການສືບ
ລັບຂອງສະພາສູງ ໄດ້ສະເໜີຮ່າງກົດໝາຍໃນວັນອັງຄານວານນີ້ ທີ່ຈະບັງຄັບໃຫ້
ການໂຄສະນາຫາສຽງທາງການເມືອງຂອງສະຫະລັດທັງໝົດ ລາຍງານ ການຕິດຕໍ່
ກັບບັນດາຄົນຕ່າງຊາດ ທີ່ຊອກຫາການຮ່ວມມື ຫຼືປະສານງານກັບ ຄວາມພະຍາຍາມ
ຂອງບັນດາຜູ້ສະໝັກເລືອກຕັ້ງ.
ສະມາຊິກສະພາສູງຈາກລັດເວີຈີເນຍ ທ່ານມາກຣ໌ ສາຣເນີຣ ກ່າວຢູ່ໃນຖະແຫຼງການ
ວ່າ “ສ່ວນໃຫຍ່ຂອງຊາວອາເມຣິກັນຮູ້ແລ້ວວ່າ ຖ້າຫາກຜູ້ປໍລະປັກຕ່າງຊາດຄົນນຶ່ງ
ຍື່ນມືອອກໄປກ່ຽວກັບການແຊກແຊງຢູ່ໃນການເລືອກຕັ້ງຂອງພວກເຮົາ ທ່ານສົມ
ຄວນລາຍງານການຕິດຕໍ່ດັ່ງກ່າວ.”
ແຕ່ວ່າຢູ່ໃນການຂະໂມຍເອົາຂອງປະທານາທິບໍດີທຣຳ ທ່ານວາຣເນີ ກ່າວເພີ້ມວ່າ
“ເປັນທີ່ແຈ້ງຂາວທີ່ຊາວອາເມຣິກັນຈຳນວນນຶ່ງ ບໍ່ໄດ້ເອົາຄວາມຮັບຜິດຊອບຢ່າງ
ຈິງຈັງ.”
ຢູ່ໃນຮ່າງກົດໝາຍ ລາຍງານການແຊກແຊງຂອງຕ່າງປະເທດຢູ່ໃນການເລືອກຕັ້ງ ຫຼື
FIRE ຈະບັງຄັບໃຫ້ ການໂຄສະນາຫາສຽງທາງການເມືອງສະຫະລັດໃດໆ ທີ່ໄດ້ຕິດ
ຕໍ່ກັບຄົນຕ່າງປະເທດ ລາຍງານການຕິດຕໍ່ດັ່ງກ່າວພາຍໃນນຶ່ງອາທິດ ຫາທັງຄະນະ
ກຳມະການເລືອກຕັ້ງລັດຖະບານກາງ ແລະຫ້ອງການສືບລັບລັດຖະບານກາງ FBI.
ຮ່າງກົດໝາຍຍັງຕ້ອງການໂຄສະນາເຝິກແອບພະນັກງານທີ່ໄດ້ຮັບຄ່າຈ້າງທັງໝົດ
ວ່າ ການຕິດຕໍ່ດັ່ງກ່າວ ຕ້ອງຮັບມືຢ່າງໃດ.
ທ່ານວາຣເນີ ໄດ້ໃຫ້ຂໍ້ສັງເກດຫວ່າງມໍ່ໆມານີ້ ເຖິງລາຍງານກ່ຽວກັບການແຊກແຊງ
ຂອງຣັດເຊຍໃນການເລືອກຕັ້ງໂດຍໄອຍະການພິເສດ ທ່ານໂຣເບີດມັລເລີ ໄດ້ພົບ
ເຫັນຢ່າງໜ້ອຍ 140 ການຕິດຕໍ່ ລະຫວ່າງ ບັນດາສະມາຊິກຫລືເພື່ອນຮ່ວມງານໂຄ
ສະນາຫາສຽງຂອງທ່ານທຣຳ ແລະຄົນຣັດເຊຍ ແລະ Wikileaks ທີ່ເປັນເຫດຜົນທີ່
ສຳຄັນ ທີ່ຮ່າງກົດໝາຍຕ້ອງການ.