ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສ​ຫລ ຈະ​ລົງ​ຄະ​ແນນ​ສຽງ ເພື່ອມອບ​ອຳ​ນາດ ​ໃຫ້​ອອກ​ໝາຍ​ຮຽກ​​ ເຈົ້າ​ໜ້າ​ທີ່​ຂອງ​ທ່ານ ທ​ຣຳ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ກ່າວ​​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ນິວຢອກ, 29 ພຶດ​ສະ​ພາ, 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ກ່າວ​​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ນິວຢອກ, 29 ພຶດ​ສະ​ພາ, 2019.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ສະ​ຫະ​ລັດ ມີ​ກຳ​ນົດ ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ
ວັນພະຫັດມື້ນີ້ ກ່ຽວກັບວ່າ ຈະອະນຸມັດການອອກໝາຍຮຽກຕົວຕໍ່ເຈົ້າ ໜ້າທີ່ໃນອະດີດ
ແລະ ປັດຈຸບັນຂອງການໂຄສະນາຫາສຽງ ແລະ ລັດຖະບານ ຂອງທ່ານ ທຣຳ ຫຼືບໍ່ສຳ
ລັບພາກສ່ວນຂອງການສືບສວນສອບສວນເລື່ອງການ ຂັດຂວາງຂະບວນການຍຸຕິທຳ,
ການສໍ້ລາດບັງຫຼວງ, ແລະ ນະໂຍບາຍການ ແບ່ງແຍກຄອບຄົວຕ່າງໆ ແລະກັກຂັງ
ເດັກນ້ອຍຢູ່ເຂດຊາຍແດນ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ນຳ​ພາ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວໄດ້​ສະ​ແດງ​ຄວາມ​ກັງ​
ວົນໃຈກັບສິ່ງທີ່ເຂົາເຈົ້າເວົ້າວ່າ ຂາດການຮ່ວມມືຈາກທຳນຽບຂາວ ແລະ ອົງການລັດ
ຖະບານກາງຕ່າງໆ ໃນການຕອບສະໜອງຕໍ່ການຮຽກຮ້ອງຂອງເຂົາ ເຈົ້າ ເພື່ອສຳ
ພາດບັນດາເຈົ້າໜ້າທີ່ ແລະ ໄດ້ຮັບເອົາເອກະສານທັງຫຼາຍ.

ທຳ​ນຽບ​ຂາວ​ໄດ້​ສັ່ງ​ເຈົ້າ​ໜ້າ​ທີ່​ບາງ​ຄົນ, ເຊັ່ນ​ອະ​ດີດ​ທີ່​ປຶກ​ສາ​ທ່ານ ດອນ ແມັກ​ແກນ, ບໍ່
ໃຫ້ຕອບຄຳຖາມຂອງຄະນະກຳມະການນັ້ນ, ໃນຂະນະທີ່ພັກຣີພັບບລີ ກັນ ໄດ້ກ່າວຫາ
ພັກເດໂມແຄຣັດ ກ່ຽວກັບ ການຍືດເວລາການສອບສວນ ແລະ ເຮັດໃຫ້ບັນດາສະມາ
ຊິກສະພາເສຍເວລາ.

ທ່ານ ທ​ຣຳ ໄດ້​ອອກ​ມາ​ຕຳ​ໜິຫຼາຍ​ຄັ້ງ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ​ລັດ​ຖະ​ບານ​
ຂອງທ່ານ ແລະ ໄດ້ສືບຕໍ່ຕຳໜິໃນທວິດເຕີ ໃນວັນພຸດວານນີ້ໂດຍກ່າວວ່າ “ການຊອກ
ຫາຈັບຜິດຂອງພັກເດໂມແຄຣັດ ໄດ້ດຳເນີນຕໍ່ໄປ.”

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​ລົງ​
ຄະແນນສຽງ ກ່ຽວກັບ ການມອບອຳນາດໃຫ້ປະທານ ເຈີໂຣລ ແນດເລີ ຮຽກຕົວທີ່ປຶກ
ສາອະວຸໂສຂອງທ່ານ ທຣຳ, ທ່ານ ຈາເຣັດ ຄຸສເນີ, ອະດີດ ທີ່ ປຶກສາດ້ານຄວາມປອດ
ໄພແຫ່ງຊາດ ທ່ານ ໄມເກິລ ຟລິນ, ອະດີດຫົວໜ້າທີ່ ປຶກສາທຳນຽບຂາວ ທ່ານ ຈອນ
ແຄລລີ, ອະດີດລັດຖະມົນຕີກະຊວງຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ແລະ ອະດີດຮອງ
ລັດຖະມົນຕີຍຸຕິທຳ ທ່ານ ຣອດ ໂຣເຊັນສໄຕນ໌.

ລາຍ​ຊື່​ຂອງ 12 ຄົນ​ດັ່ງ​ກ່າວ ຍັງ​ລວມ​ມີ​ອະ​ດີດ​ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ
ທ່ານ ທຣຳ, ທ່ານ ຄໍຣີ ເລີວາຍໂດສກີ ແລະ ທ່ານ ເດວິດ ເພັກເກີ, ຫົວໜ້າວາລະສານ
National Enquirer ຂອງບໍລິສັດ American Media Inc ເຊິ່ງໄດ້ຈ່າຍເງິນປິດປາກ
ໃຫ້ແມ່ຍິງ ຜູ້ທີ່ໄດ້ກ່າວວ່າ ຫຼິ້ນຊູ້ກັບທ່ານ ທຣຳ ໃນລະຫວ່າງການໂຄສະນາຫາສຽງປະທານາທິບໍດີ 2016.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເອ​ກະ​ສານ ແລະ ການ​ໃຫ້​ປາກ​ຄຳ​ທີ່​ເຂົາ​ເຈົ້າ​
ຊອກຫາແມ່ນ ກ່ຽວຂ້ອງກັບ “ນະໂຍບາຍບໍ່ມີການຜ່ອນຜັນ ຫຼື Zero Tolerance,
ແລະ ນະໂຍບາຍການແບ່ງແຍກຄອບຄົວອື່ນໆຂອງລັດຖະບານ ທ່ານ ທຣຳ, ການ
ກັກຂັງເດັກນ້ອຍ ແລະ ຄອບຄົວຕ່າງໆ, ແລະ ການປຶກສາ ຫາລື ກ່ຽວກັບ ຫຼື ການ
ໃຫ້ອະໄພຍະໂທດປະທານາທິບໍດີ ຕໍ່ບັນດາເຈົ້າໜ້າທີ່ ຫຼື ພະນັກງານຂອງກະຊວງ
ຮັກສາຄວາມປອດໄພພາຍໃນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG