ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມັງກອນ ໒໐໒໕

​ສະ​ມາ​ຊິກ​ສະ​ພາ ສ​ຫລ ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ການມອບ​ອຳ​ນາດ ເພື່ອ​ຮຽກ​ຕົວ ເຈົ້າ​ໜ້າ​ທີ່​ຂອງ​ທ່ານ ທ​ຣຳ


ປະ​ທານ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ພຶດ​ສະ​ພາ, 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ພຶດ​ສະ​ພາ, 2019.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ສະ​ຫະ​ລັດ ມີ​ກຳ​ນົດ ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ
ວັນພະຫັດມື້ອື່ນ ກ່ຽວກັບວ່າຈະອະນຸຍາດການອອກໝາຍຮຽກຕົວຕໍ່ເຈົ້າໜ້າທີ່ໃນອະ
ດີດ ແລະ ປັດຈຸບັນຂອງການໂຄສະນາຫາສຽງ ແລະ ລັດຖະບານຂອງທ່ານ ທຣຳ ຫຼືບໍ່
ສຳລັບພາກສ່ວນຂອງການສືບສວນສອບສວນ ເລື່ອງການຂັດຂວາງຂະບວນການຍຸ
ຕິທຳ, ການສໍ້ລາດບັງຫຼວງ, ແລະ ນະໂຍບາຍການແບ່ງແຍກຄອບຄົວຕ່າງໆ ແລະ
ກັກຂັງເດັກນ້ອຍຢູ່ເຂດຊາຍແດນ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດທີ່​ນຳ​ພາ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວໄດ້​ສະ​ແດງ​ຄວາມ​ກັງ​
ວົນໃຈກັບສິ່ງທີ່ເຂົາເຈົ້າເວົ້າວ່າ ຂາດການຮ່ວມມືຈາກທຳນຽບຂາວ ແລະ ອົງການລັດ
ຖະບານກາງຕ່າງໆໃນການຕອບສະໜອງຕໍ່ການຮຽກຮ້ອງຂອງເຂົາເຈົ້າ ເພື່ອສຳພາດ
ບັນດາເຈົ້າໜ້າທີ່ ແລະ ໄດ້ຮັບເອົາເອກະສານທັງຫຼາຍ.

ທຳ​ນຽບ​ຂາວ​ໄດ້​ສັ່ງ​ເຈົ້າ​ໜ້າ​ທີ່​ບາງ​ຄົນ, ເຊັ່ນ​ອະ​ດີດ​ທີ່​ປຶກ​ສາ​ທ່ານ ດອນ ແມັກ​ແກນ, ບໍ່
ໃຫ້ຕອບຄຳຖາມຂອງຄະນະກຳມະການນັ້ນ, ໃນຂະນະທີ່ພັກຣີພັບບລີກັນໄດ້ກ່າວຫາ
ພັກເດໂມແຄຣັດ ກ່ຽວກັບ ການຍືດເວລາການສອບສວນ ແລະ ເຮັດໃຫ້ບັນດາສະມາ
ຊິກສະພາເສຍເວລາ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຂົາ​ເຈົ້າ​ຈະ​ລົງ​ຄະ​
ແນນສຽງ ກ່ຽວກັບ ການມອບອຳນາດໃຫ້ປະທານ ເຈີໂຣລ ແນດເລີ ຮຽກຕົວທີ່ປຶກສາ
ອະວຸໂສຂອງທ່ານ ທຣຳ, ທ່ານ ຈາເຣັດ ຄຸສເນີ, ອະດີດທີ່ປຶກສາດ້ານຄວາມປອດໄພ
ແຫ່ງຊາດ ທ່ານ ໄມເກິລ ຟລິນ, ອະດີດຫົວໜ້າທີ່ປຶກສາທຳນຽບຂາວ ທ່ານ ຈອນ
ແຄລລີ, ອະດີດລັດຖະມົນຕີກະຊວງຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ແລະ ອະດີດຮອງ
ລັດຖະມົນຕີຍຸຕິທຳ ທ່ານ ຣອດ ໂຣເຊັນສໄຕນ໌.

ລາຍ​ຊື່​ຂອງ 12 ຄົນ​ດັ່ງ​ກ່າວ ຍັງ​ລວມ​ມີ​ອະ​ດີດ​ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ
ທ່ານ ທຣຳ, ທ່ານ ຄໍຣີ ເລີວາຍໂດສກີ (Corey Lewandowski) ແລະ ທ່ານ ເດວິດ
ເພັກເກີ, ຫົວໜ້າວາລະສານ National Enquirer ຂອງບໍລິສັດ American Media
Inc ເຊິ່ງໄດ້ຈ່າຍເງິນປິດປາກ ໃຫ້ແມ່ຍິງ ຜູ້ທີ່ໄດ້ກ່າວວ່າ ຫຼິ້ນຊູ້ກັບທ່ານ ທຣຳ ໃນລະ
ຫວ່າງການໂຄສະນາຫາສຽງປະທານາທິບໍດີ 2016.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເອ​ກະ​ສານ ແລະ ການ​ໃຫ້​ປາກ​ຄຳ​ທີ່​ເຂົາ​ເຈົ້າ​
ຊອກຫາແມ່ນ ກ່ຽວຂ້ອງກັບ “ນະໂຍບາຍບໍ່ມີການຜ່ອນຜັນ ຫຼື Zero Tolerance,
ແລະ ນະໂຍບາຍການແບ່ງແຍກຄອບຄົວອື່ນໆຂອງລັດຖະບານທ່ານ ທຣຳ, ການ
ກັກຂັງເດັກນ້ອຍ ແລະ ຄອບຄົວຕ່າງໆ, ແລະ ການປຶກສາຫາລື ກ່ຽວກັບ ຫຼື ການໃຫ້
ອະໄພຍະໂທດປະທານາທິບໍດີ ຕໍ່ບັນດາເຈົ້າໜ້າທີ່ ຫຼື ພະນັກງານຂອງກະຊວງຮັກ
ສາຄວາມປອດໄພພາຍໃນ.

ການ​ປະ​ຕິ​ບັດ​ຕໍ່​ພວກ​ຄົນ​ເຂົ້າ​ເມືອງ​ຢູ່​ເຂດ​ຊາຍ​ແດນ​ພາກ​ໃຕ້ ສະ​ຫະ​ລັດ ໄດ້​ກາຍ​
ເປັນບັນຫາທີ່ສຳຄັນໃນຕະຫຼອດການເປັນປະທານາທິບໍດີຂອງທ່ານ ທຣຳ ແລະ ໄດ້
ຖືກເພັງເລັງໃສ່ຢ່າງຫຼວງຫຼາຍໃນປີນີ້ ພ້ອມກັບການຫຼັ່ງໄຫຼເຂົ້າມາໃນ ສະຫະລັດ
ເດັກນ້ອຍ ແລະ ຄອບຄົວຕ່າງໆທີ່ບໍ່ມີເອກະສານ ໃນລະດັບທີ່ບໍ່ເຄີຍມີມາກ່ອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG