ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກ ສະພາ ສຫລ ຟັງລາຍງານ ຈາກ ອົງການສືບລັບ ລັດຖະບານກາງ


ປະທານາທິບໍດີດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ເດີ່ນຫຍ້າ ທາງໃຕ້ຂອງທຳນຽບຂາວ ວັນທີ 23 ພຶດສະພາ.
ປະທານາທິບໍດີດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ເດີ່ນຫຍ້າ ທາງໃຕ້ຂອງທຳນຽບຂາວ ວັນທີ 23 ພຶດສະພາ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ອາວຸ​ໂສ ​ແລະ​ເຈົ້າໜ້າທີ່ປະຕິບັດກົດໝາຍ ມີກຳນົດທີ່ຈະລາຍ
ງານ​ຕໍ່ສະມາຊິກ​ສ​ະພາ​ສອງຊຸດ ໃນ​ວັນ​ພະຫັດວານ​ນີ້ ​ທີ່ກ່ຽວຂ້ອງກັບ​ການ​ສືບສວນ ​ໃນການແຊກແຊງ​ຂອງຣັດ​ເຊຍ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປີ 2016 ຂອງສະຫະລັດ.

​ໃນ​ການ​ຮັບ​ຟັງ​ເທື່ອ​ທຳ​ອິດ ຮອງ​ລັດຖະມົນຕີກະຊວງ​ຍຸຕິ​ທຳທ່ານຣອດ ໂຣ​ເຊັນ​ສະ
ໄຕນ໌ ຫົວໜ້າຄະນະ​ທີ່ປຶກສາຂອງ​ທຳນຽບຂາວ ທ່ານ​ຈອນ ​ແຄຣີ ຜູ້ອຳນວຍການອົງ
ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ແດນ ​ໂຄຕສ໌ ​ແລະ​ຫົວໜ້າ​ອົງການ​ສືບ​ລັບສັນຕິບານກາງ
ຫຼື FBI ທ່ານ​ຄຣິສ​ໂຕ​ເຟີ ​ເວຣ ຈະ​ພົບ​ປະ​ກັບປະທານ​ສະພາ​ຕໍ່າ ​ທ່ານ​ພອລ ຣາຍອັນ
ປະທານ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕໍ່າ ທ່ານເດ​ວິນ ນູ​ເນສ ​ແລະທ່ານ​ເທຣ
ກາວ​ດີ ປະທານ​ການ​ກວດກາ​ແລະກຳກັບ​ການ​ປະຕິ​ຮູບລັດຖະບານ.

ທຳນຽບຂາວ​ໄດ້​ຈັດ​ແຈງ​ການ​ສົນທະນາ​ເຫລົ່າ​ນີ້​ກັບ​ສະມາຊິກສະພາ​ພັກຣີພັບ​ບລິກັນ
​ສາມ​ທ່ານ ຜູ້​ທີ່​ຕ້ອງການຂໍ້ມູນ​ເພີ້​ມ​ເຕີມກ່ຽວກັບຜູ້ໃຫ້ຂ່າວຂອງອົງການ FBI ​ທີ່​ໄດ້​ຕິດ​
ຕໍ່​ກັບ​ພວກ​ເຈົ້າໜ້າ​ທີ່​ໂຄສະນາ​ຫາ​ສຽງ​ ຂອງ​ທ່ານ​ທຣໍາ ລະຫວ່າງ​ການ​ເລືອກຕັ້ງ ​
ປີ 2016.

ທີ່ປຶກສາທຳນຽບຂາວ ທ່ານຈອນ ແກລລີ ມາເຖິງກອງປະຊຸມ ກ່ຽວກັບການສືບສວນຣັດເຊຍ ຕິດຕາມດ້ວຍທະນາຍຄວາມ ປະທານາທິບໍດີດໍໂນລ ທຣໍາ ທ່ານເອມແມັດ ຟລາດ ທີ 24 ພຶດສະພາ 2018.
ທີ່ປຶກສາທຳນຽບຂາວ ທ່ານຈອນ ແກລລີ ມາເຖິງກອງປະຊຸມ ກ່ຽວກັບການສືບສວນຣັດເຊຍ ຕິດຕາມດ້ວຍທະນາຍຄວາມ ປະທານາທິບໍດີດໍໂນລ ທຣໍາ ທ່ານເອມແມັດ ຟລາດ ທີ 24 ພຶດສະພາ 2018.

ສະມາຊິກ​ພັກ​ເດ​ໂມ​ແຄຣັດ​ໄດ້​ຕິ​ຕຽນ​ວ່າການ​ປະ​ຊຸ​ມບໍ່​ເປັນ​ທີ່​ເໝາະ​ສົມ ​ແລະ​ໄດ້​ຂໍຮ້ອງ
​ໃຫ້​ມີ​ການ​ຂະ​ຫຍາ​ຍກອງ​ປະ​ຊຸມທີ່ຈະ​ຮວມ​ທັງອັນ​ທີ່​ຮ້ອງ​ວ່າ ​ສະມາຊິກອະວຸໂສທັງ 8
ຂອງທັງ​ສອງ​ພັກ.

ຄຳ​ຮຽກຮ້ອງ​ດັ່ງກ່າວ​ໄດ້​ຮັບການອະນຸມັດ ​ແຕ່​ບໍ່​ໄດ້​ຢູ່ໃນ​ການ​ສົນທະນາ​ເທື່ອ​ທຳ​ອິດ
​ແລະຈະມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງ​ຈາກ​ການ​ປະຊຸມ​ກັບສະມາຊິກ​ພັກຣີພັບ​ບລິ​ກັນ
​ແລ້ວ​ນັ້ນ.

ຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ເວຣ (ຂວາ) ຫຼັງຈາກລາຍງານລັບ ກ່ຽວກັບຂໍ້ມູນ ການໂຄສະນາຫາສຽງຂອງ ປະທານາທິບໍດີທຣໍາ ໃນປີ 2016.
ຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ເວຣ (ຂວາ) ຫຼັງຈາກລາຍງານລັບ ກ່ຽວກັບຂໍ້ມູນ ການໂຄສະນາຫາສຽງຂອງ ປະທານາທິບໍດີທຣໍາ ໃນປີ 2016.

ການ​ຂະ​ຫຍາ​ຍສົນທະນາ​ຈະ​ຮວມ​ທັງຜູ້ນຳ​ສະພາ​ສູງສຽງ​ສ່ວນ​ ຫຼາຍທ່ານ​ມີິຈ ​ແມັກ​
ຄອນແນ​ລ ຜູ້ນຳ​ພັກ​ເດ​ໂມ​ແຄຣັດໃນສະພາສູງ ທ່ານ​ຊັກ ຊູ​ເມີ ຜູ້ນຳສຽງ​ສ່ວນນ້ອຍໃນ
ສະພາ​ຕໍ່າ​ ທ່ານ​ນາງ​ແນ​ນຊີ ​ເພ​ໂລ​ຊີ ປະທານ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ສູງ​ທ່ານ
ຣິດເຈີດ ​ເບີຣ ​ແລະສະມາຊິກຄົນສຳຄັນ ໃນຄະນະກຳມະການ​ສືບ​ລັບຂອງສະພາ​ສູງແລະ​ສະພາ​ຕໍ່າ ສັງກັດພັກ​ເດ​ໂມ​ແຄຣັດ ທ່ານມາຄ ວາລ​ເນີ ​ແລະ​ສະມາຊິກສະພາ​ຕໍ່າ ​ທ່ານ​
ອາ​ດຳ ຊິ​ຟ ອີງ​ຕາມ​ກະຊວງ​ຍຸຕິ​ທໍາ.

ສະມາຊິກສະພາສູງ ທ່ານຣິດເຈີດ ເບີຣ ສັງກັດພັກຣີພັບບລິກັນ ຈາກລັດນອດຄາໂຣໄລນາເໜືອ ປະທານຄະນະກຳມະການສືບລັບສະພາສູງ ມາເຖິງຫ້ອງປະຊຸມ ກ່ຽວກັບການສືບສວນ ເຂົ້າສູ່ການໂຄສະນາຫາສຽງຂອງ ປະທານາທິບຊດີດໍໂນລ ທຣໍາ.
ສະມາຊິກສະພາສູງ ທ່ານຣິດເຈີດ ເບີຣ ສັງກັດພັກຣີພັບບລິກັນ ຈາກລັດນອດຄາໂຣໄລນາເໜືອ ປະທານຄະນະກຳມະການສືບລັບສະພາສູງ ມາເຖິງຫ້ອງປະຊຸມ ກ່ຽວກັບການສືບສວນ ເຂົ້າສູ່ການໂຄສະນາຫາສຽງຂອງ ປະທານາທິບຊດີດໍໂນລ ທຣໍາ.

​ປະທານ​າທິບໍດີ​ທຣໍາ​ໄດ້​ຖືເອົາເລື້ອງອົງການ FBI ​ທີ່ໃຊ້ທ່ານ​ສະຕີ​ຟານ ຮາລ​ເປີ ​ໂອ້​ລົມ​
ກັບ​ຄະນະໂຄສະນາ​ຫາ​ສຽງ ​ຂອງ​ທ່ານ 3 ຄົນ ທີ່​ເປັນ​ພາ​ກສ່ວນ​ນຶ່ງຂອງການ​ສຶບສວນ
ກ່ຽວກັບຣັດ​ເຊຍ ໂດຍອ້າງ​ວ່າ ​ທ່ານ​ຮາລເປີ ​ໄດ້​ເຮັດ​ວຽກ ​ເພື່ອ “ສອດ​ແນມຍ້ອນເຫດ
ຜົນທາງການ​ເມືອງ” ​ທີ່ຈະ​ຊ່ວຍ​ໃຫ້ພັກ​ເດ​ໂມ​ແຄຣັດຂອງ​ທ່ານ​ນາງ​ຮີ​ລລາຣີ ຄລິນ​ຕັນ
ຊະນະ​ການ​ເລືອກ​ຕັ້ງ.

ປະທານາທິບໍດີ​ທຣໍາ ​ໃນ​ວັນ​ພະຫັດ​ວານ​ນີ້​ກ່າວ​ຢູ່​ໃນ​ທວິດ​ເຕີ​ວ່າ “​ເລີ້ມ​ເບິ່ງ​ຄື​ວ່າ​ເປັນ​ນຶ່ງໃນຂ່າວນອງນັນ ທາງ​ການ​ເມືອງ​ທີ່​ໃຫຍ່​ສຸດ​ໃນ​ປະຫວັດສາດ​ສະຫະລັດ ສະ​ປາຍ​
ເກດ ​ເປັນ​ສິ່ງ​ທີ່​ໜ້າຢ້ານຫຼາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG