ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ຈະໄດ້ຟັງ ລາຍງານ ກ່ຽວກັບ ຜູ້ສົ່ງຂ່າວ ໃຫ້ອົງການ ແອັຟ ບີ ອາຍ


 ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານຣອດ ໂຣເຊັນສະໄຕນ໌ ອອກຈາກກອງປະຊຸມທີ່ທຳນຽບຂາວ, 21 ພຶດສະພາ 2018.
ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານຣອດ ໂຣເຊັນສະໄຕນ໌ ອອກຈາກກອງປະຊຸມທີ່ທຳນຽບຂາວ, 21 ພຶດສະພາ 2018.

​ເຈົ້າ​ໜ້າ​ທີ​ອາວຸ​ໂສ​ສະຫລັດ ຝ່າຍສືບ​ລັບ​ແລະປະຕິບັດກົດໝາຍ ​ແມ່ນ​ມີ​ໝາຍ​ກຳໜົດ
ທີ່​ຈະ​ໃຫ້​ການ​ຖະ​ແຫຼ​ງ ຕໍ່​ຄະນະ​ລັດຖະສະພາ 2 ຊຸດ ​ໃນ​ວັນ​ພະຫັດ ​ມື້​ນີ້ ​ໃນ​ການ​ພົວພັນ
​ກັບການ​ສື​ບສວນ ​ເຂົ້າ​ໃນການ​ແຊກ​ແຊງ​ຂອງຣັດ​ເຊຍ ຕໍ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ປີ 2016.

​ໃນ​ການ​ໃຫ້ການ​ຊຸດ​ທຳ​ອິດ ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານຣອດ ໂຣເຊັນສະໄຕນ໌, ຫົວໜ້າ​ຄະນະ​ບໍລິຫານທຳນຽບຂາວ ທ່ານ ຈອນ ​ແຄລລີ ຜູ້ອຳນວຍ
ການ ສືບ​ລັບ​ແຫ່ງ​ຊາດ ທ່ານ ​ແດນ ​ໂຄດ​ຕ໌ ​ແລະຜູ້ອຳນວຍການອົງການສັນຕິ​ຍາ​ການ​
ສະຫະລັດ ຫຼື FBI ທ່ານຄຣິສໂຕເຟີ ເຣ ຈະ​ພົບ​ປະກັນກັບ​ປະທານຄະນະ​ກຳມະການ​
ສືບ​ລັບ​ຂອງ​ສະພາ​ຕ່ຳ ​ທ່ານ ​ເດ​ວິນ ນູ​ແນ​ສ ​ແລະ​ທ່ານ ​ເທຣ ກາວ​ດີ ປະທານ​ຄະນະ​ກຳ
ມະການ​ກວດກາ​ແລະ​ກຳກັບ​ການ​ປະຕິ​ຮູບລັດຖະບານ.

ທຳນຽບຂາວ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ກັບ ສະມາຊິກ​ພັກຣີພັບ​ບລີ​ກັນ 2 ທ່ານ
ທີ່​ຕ້ອງການ​ຂໍ້​ມູນ​ເພີ່ມ​ຕື່ມ ກ່ຽວ​ກັບ​ ຂໍ້​ມູນ​ຂອງ​ອົງການ FBIຜູ້​ທີ່​ໄດ້​ຕິດ​ຕໍ່ເຈົ້າ​ໜ້າ​ທີ່
​ໂຄສະນາ​ຫາ​ສຽງ​ຂອງທ່ານ​ທຣຳ ຕໍ່​ການແຂ່ງຂັນເລືອກ​ຕັ້ງ​ ​ປີ 2016.

ພັກ​ເດ​ໂມ​ແຄຣັດ ຕຳ​ໜິວ່າ ການ​ພົບ​ປະກັນ ​ແມ່ນ​ບໍ່​ເໝາະ​ສົມ ​ແລະ​ຮຽກຮ້ອງ​ໃຫ້
​ມີ​ການ​ຂະຫຍາຍ​ການ​ພົບ​ກັນ ທີ່​ສາມາດ​ຮວມ​ເອົາກຸ່ມ ຂອງ​ອັນ​ທີ່​ເອີ້ນ​ວ່າ ກຸ່ມ​ທັງ
8 ຂອງ​ສອງ​ພັກ​ການ​ເມືອງ​ເຂົ້າ​ນຳທີ່​ມີ​ບັນດາ​ສະມາຊິກ​ອາວຸ​ໂສ​ຂອງ​ທັງ​ສອງ​ພັກ
​ການ​ເມືອງ​ທີ່​ວ່າ​ນີ້.

​ປະທານຄະນະ​ກຳມະການ​ ສືບ​ລັບ​ຂອງ​ສະພາ​ຕ່ຳ ​ທ່ານ ​ເດ​ວິນ ນູ​ແນ​ສ, ສັງກັດພັກຣີພັບບລີກັນ, ໄປຮອດກອງປະຊຸມປິດລັບ ຂອງຄະນະກຳມະການສືບລັບ ທີ່ລັດຖະສະພາ, 5 ກຸທພາ 2018.
​ປະທານຄະນະ​ກຳມະການ​ ສືບ​ລັບ​ຂອງ​ສະພາ​ຕ່ຳ ​ທ່ານ ​ເດ​ວິນ ນູ​ແນ​ສ, ສັງກັດພັກຣີພັບບລີກັນ, ໄປຮອດກອງປະຊຸມປິດລັບ ຂອງຄະນະກຳມະການສືບລັບ ທີ່ລັດຖະສະພາ, 5 ກຸທພາ 2018.

ການ​ຮຽກຮ້ອງ​ແມ່ນ ​ໄດ້​ຮັບຮອງ​ເອົາ ​ແຕ່​ກໍເປັນ​ບໍ່ບ່ອນ​ທີ່​ທ່ານ​ນູ​ແນ​ສ ​ແລະ​ທ່ານ​ກາວ​ດີ ​
ໄດ້​ກ່າວ​ເຖິງ​ນັ້ນ ​ແລະ​ຈະ​ຢືນ​ການ ທີ່​ຈະ​ດຳ​ເນີນ​ການ ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່
ກອງ​ປະຊຸມ​ຂອງ​ພັກ​ຣີພັບ​ບລີ​ກັນ.

ການ​ໂອ້​ລົມ​ກັນທີ່​ຂະ​ຫຍາຍ​ອອກກ້ວາງ​ອອກ​ນີ້ ​ແມ່ນ​ຮວມ​ເອົາຜູ້ນຳ​ສຽງ​ສ່ວນ​ຫຼາຍ​ຂອງ
ສະພາ​ສູງທ່ານ​ມິຈ ​ແມັກ​ຄອນ​ແນ​ລ (Mitch McConnell), ສະມາຊິກສະພາ​ສູງ ຜູ້ນຳ
ພັກເດ​ໂມ​ແຄຣັດ ທ່ານ ຊັກ ຊູ​ມ​ເມີ ທ່ານ​ພອລ ໄຣ​ເອັນ ປະທານ​ສຽງ​ສ່ວນ​ນ້ອຍ​ຂອງ
​ສະພາ​ຕ່ຳ, ຜູ້ນຳພັກເດ​ໂມ​ແຄຣັດ ຈາກ​ສະພາ​ຕຳ ທ່ານ​ນາງ​ແນນ​ຊີ ​ເພ​ໂລ​ຊີ, ປະທານ​
ຄະນະ​ກຳມະການ​ສືບ​ລັບ​ສະພາ​ສູງ​ທ່ານ ຣິ​ເຈີຣ໌ດ ​ເບີຣ ​ແລະ​ບັນດາ​ສະມາຊິກພັກ​ເດ​
ໂມ​ແຄຣັດຂັ້ນ​ສູງ​ຈາກ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ສູງ ​ແລະ​ສະພຳຕ່ຳ, ສະມາຊິກ
ສະພາ​ສູງມາຄ໌ ວາລ​ເນີ ​ແລະ​ສະມາຊິກສະພາຕ່ຳ ທ່ານອາ​ດຳ ຊຣິຟ ອີງ​ຕາມ​ກະຊວງ
​ຍຸຕິ​ທຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

President Donald Trump speaks to the media on the South Lawn of the White House in Washington, May 23, 2018, en route to a day trip to New York.
President Donald Trump speaks to the media on the South Lawn of the White House in Washington, May 23, 2018, en route to a day trip to New York.

XS
SM
MD
LG