ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສ​ຫລ ຍັງ​ສືບ​ຕໍ່​ເຈ​ລະ​ຈາ​ຫາ​ລື ກ່ຽວ​ກັບ​ຂໍ້​ຕົກ​ລົງ ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ວັນ​ພັກ ໃກ້​ເຂົ້າ​ມາ


ທະ​ຫານ​ຢູ​ເຄ​ຣນ​ຍ່າງ​ຜ່ານ​ສັນ​ຍາ​ລັກ​ຂອງ​ຕົ້ນ​ຄ​ຣິ​ສ​ມັ​ສ ທີ່​ເຮັດ​ຈາກ​ກະ​ສອບ​ລູກ​ປືນ​ໃຫຍ່ທີ່​ໃຊ້​ແລ້ວ ຢູ່ນອກ​ຮ້ານ​ກາ​ເຟ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 18 ທັນ​ວາ 2023. ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຂໍ​ໃຫ້​ສະ​ພາ​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ 60 ຕື້​ໂດ​ລາ ແກ່​ຢູ​ເຄ​ຣນ.
ທະ​ຫານ​ຢູ​ເຄ​ຣນ​ຍ່າງ​ຜ່ານ​ສັນ​ຍາ​ລັກ​ຂອງ​ຕົ້ນ​ຄ​ຣິ​ສ​ມັ​ສ ທີ່​ເຮັດ​ຈາກ​ກະ​ສອບ​ລູກ​ປືນ​ໃຫຍ່ທີ່​ໃຊ້​ແລ້ວ ຢູ່ນອກ​ຮ້ານ​ກາ​ເຟ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 18 ທັນ​ວາ 2023. ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຂໍ​ໃຫ້​ສະ​ພາ​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ 60 ຕື້​ໂດ​ລາ ແກ່​ຢູ​ເຄ​ຣນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຂອງ​ສະ​ຫະ​ລັດ ມີ​ທ່າ​ທາງວ່າ ​ຈະ​ເຮັດ​ວຽກ​ໃນ​ລະ​ຫວ່າງ ວັນ​ພັກບຸນ​ຄ​ຣິ​ສ​ມັ​ສ​ອາ​ທິດ​ໜ້າ ເພື່ອເຈ​ລະ​ຈາ​ຫາ​ລື ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນສຳ​ລັບ​ແລກປ່ຽນ​ກັບ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ເພື່ອ​ສົ່ງ​ການ​ຊ່ວຍ​ເຫຼືອກ​ເພີ້ມ​ຕື່ມ​ໄປ​ໃຫ້​ແກ່​ຢູ​ເຄ​ຣນ.

ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ໃນ​ຂະ​ນະ​ທີ່​ທ່ານ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ໃນ​ການ​ເຈ​ລະ​ຈາ​ຫາ​ລື ແຕ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ້ອງ​ການ​ເວ​ລາ​ຕື່ມ.

“ລາຍ​ລະ​ອຽດ​ຂອງ​ເລື້ອງນີ້ ​ແມ່ນ​ໃຫຍ່​ຫຼວງ​ຫຼາຍ ຍ້ອນ​ວ່ານີ້​ບໍ່​ແມ່ນ​ຫົວ​ຂໍ້ ​ທີ່​ທາງ​ລັດ​ຖະ​ສະ​ພາແກ້​ໄຂ​ໃນ​ທຸກໆ​ປີ. ພວກ​ເຮົາ​ຮູ້​ດີ​ວ່ານີ້​ບໍ່​ແມ່ນ​ເລື້ອງ​ງ່າຍໆ​ທີ່​ຈະ​ເຮັດ​” ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ໃນ​ສະ​ພາ​ສູງ​ກ່າວ. “ແຕ່​ພວກ​ເຮົາ​ກໍ​ຮູ້​ເຊັ່ນ​ດຽວ​ກັນ​ວ່າ ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ໃຫ້​ມັນ​ແລ້ວ ແລະ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ ​ໃນ​ຮອບ​ອາ​ທິດ​ທີ່​ຜ່ານ​ມາ ກ່ຽວ​ກັບ ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ທຸກໆ​ຄົນ ​ຈາກທັງ​ສອງ​ຝ່າຍຕ່າງ​ກໍ​ເຫັນ​ພ້ອມ​ນຳ​ກັນ​ວ່າ ມັນ​ຕ້ອງ​ການ​ເວ​ລາ​ຕື່ມ.”

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ກໍ​ໄດ້​ຮັບ​ຮູ້​ເຊັ່ນ​ດຽວ​ກັນ​ເຖິງ​ຄວາມ​ຫຍຸ້ງ​ຍາກ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຮ່າງ​ນິ​ຕິ​ກຳ​ທີ່​ສຳ​ຄັນ ​ກ່ຽວ​ກັບຄົນ​ເຂົ້າ​ເມືອງແລະ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ​ສະ​ບັບ​ສຸດ​ທ້າຍ ທີ່​ໄດ້​ກາຍ​ເປັນ​ກົ​ດ​ໝາຍ ແມ່ນ​ມີ​ຂຶ້ນ​ໃນ​ທ້າຍ​ຊຸມ​ປີ 1980.

“ພວກ​ເຮົາ​ບໍ່​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ ​ທີ່​ສຳ​ຄັນ​ໃດໆ ນັບ​ແຕ່​ການ​ເຂົ້າ​ຮັບ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ​ຣິ​ແກັນ. ມັນ​ບໍ່​ແມ່ນ​ເລື້ອງ​ງ່າຍ​ເລີຍ. ແຕ່

​ພວກ​ເຮົາກຳ​ລັງ​ເຮັດ​ວຽກ​ຢ່າງ​ບໍ່​ທໍ້​ຖອຍ ເພື່ອ​ໃຫ້​ມັນ​ບັງ​ເກີດ​ຜົນ ຍ້ອນ​ວ່າ​ປະ​ເທດ​ຊາດ​ຕ້ອງ​ການ​ມັນ ແລະ​ປະ​ເທດ​ຊາດ​ຕ້ອງ​ການ​ມັນ​ໃນ​ໄວ​ໆ​ນີ້” ທ່​ານ​ແມັກ​ຄອນ​ແນ​ລ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG