ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ສະມາຊິກສະພາສະຫະລັດ ຍັງຈະເຈລະຈາກັນ ກ່ຽວກັບຂໍ້ຕົກລົງການຊ່ວຍເຫຼືອຢູເຄຣນ ໃນຂະນະທີ່ວັນພັກ ໃກ້ຈະມາເຖິງ

ທະຫານຢູເຄຣນຍ່າງຜ່ານຕົ້ນຄຣິສມາສ ທີ່ເຮັດຈາກປອກລູກປືນ ແລະ ລູກປືນທີ່ໃຊ້ແລ້ວອື່ນໆ ທີ່ສ້າງຂຶ້ນຢູ່ນອກຮ້ານກາເຟໃນໃຈກາງນະຄອນຫຼວງ ກີຢິບ,​ ວັນທີ 18 ທັນວາ 2023. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຂໍ້ໃຫ້ລັດຖະສະພາອະນຸມັດເງິນຊ່ວຍເຫຼືອອີກ 60,000 ລ້ານໂດລາ ໃຫ້ຢູເຄຣນ.
ທະຫານຢູເຄຣນຍ່າງຜ່ານຕົ້ນຄຣິສມາສ ທີ່ເຮັດຈາກປອກລູກປືນ ແລະ ລູກປືນທີ່ໃຊ້ແລ້ວອື່ນໆ ທີ່ສ້າງຂຶ້ນຢູ່ນອກຮ້ານກາເຟໃນໃຈກາງນະຄອນຫຼວງ ກີຢິບ,​ ວັນທີ 18 ທັນວາ 2023. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຂໍ້ໃຫ້ລັດຖະສະພາອະນຸມັດເງິນຊ່ວຍເຫຼືອອີກ 60,000 ລ້ານໂດລາ ໃຫ້ຢູເຄຣນ.

ລັດຖະສະພາສະຫະລັດກໍາລັງຈະຫມົດເວລາໃນການຮັບຜ່ານຊຸດການຊ່ວຍເຫຼືອໃຫມ່ສໍາລັບຢູເຄຣນ, ໃນຂະນະທີ່ສະມາຊິກສະພາສູງໄດ້ເຮັດວຽກຈົນຮອດທ້າຍອາທິດ ເພື່ອເຈລະຈາຂໍ້ຕົກລົງສໍາລັບການສະຫນອງທຶນດ້ານຄວາມໝັ້ນຄົງຊາຍແດນ ເພື່ອແລກປ່ຽນກັບຄະແນນສຽງຂອງພັກຣີພັບບລີກັນ.

ຜູ້​ນໍາ​ສຽງ​ສ່ວນ​ຫລາຍ​ຂອງ​ສະ​ພາ​ສູງ ທ່ານ ຊັກ ຊູເມີ (Chuck Schumer) ໄດ້​ຮັບ​ຮູ້ ຢູ່ທີ່​ສະ​ພາ​ສູງ​ໃນ​ວັນ​ຈັນວານນີ້ ​ວ່າ ການ​ເຈ​ລະ​ຈາ​ຈະ​ຕ້ອງ​ໃຊ້​ເວ​ລາ.

"ທຸກຄົນຮູ້ດີວ່າ ຄວນມີການດຳເນີນການບາງສິ່ງບາງຢ່າງ ເພື່ອແກ້ໄຂລະບົບຄົນເຂົ້າເມືອງທີ່ໃຊ້ການບໍ່ໄດ້ຂອງພວກເຮົາ, ແຕ່ພວກເຮົາບໍ່ສາມາດເຮັດເຊັ່ນນັ້ນໄດ້ໂດຍການປະນີປະນອມກັບຄ່ານິຍົມຂອງພວກເຮົາ. ການ​ຊອກ​ຫາ​ຈຸດເຄິ່ງກາງນັ້ນ​ແມ່ນ​ຍາກ​ທີ່​ສຸດ, ແລະທັງ​ສອງ​ຝ່າຍ​ຕ້ອງ​ຍອມ​ຮັບ​ວ່າ​ຈະ​ຕ້ອງ​ໄດ້ມີການຍິນຍອມໃຫ້ກັນ. ແລະມັນຈະຕ້ອງໃຊ້ເວລາຕື່ມອີກເພື່ອໃຫ້ມັນສໍາເລັດ, " ທ່ານ ຊູເມີ ກ່າວ.

"ສະມາຊິກສະພາສູງຂອງພັກຣີພັບບລີກັນ ຈະບໍ່ຊົດເຊີຍໃຫ້ແກ່ຄົນທີ່ມາຊ້າໂດຍການຍົກເລີກຄວາມຮັບຜິດຊອບຂອງພວກເຮົາ ໃນການເຈລະຈາຢ່າງຮອບຄອບ ແລະທົບທວນຄືນຂໍ້ຕົກລົງໃດໆ ກ່ອນທີ່ຈະລົງຄະແນນສຽງ." ທ່ານ ມິຈ ແມັກຄອນແນລ (Mitch McConnell) ຜູ້ນຳສຽງສ່ວນນ້ອຍ ໃນສະພາສູງ ໄດ້ກ່າວຢູ່ທີ່ສະພາສູງ ໃນວັນຈັນວານນີ້ ໂດຍໄດ້ພາດພິງ ເຖິງຄຳວິພາກວິຈານຂອງພັກ ຣີພັບບລີກັນວ່າ ທຳນຽບຂາວ ມີສ່ວນຮ່ວມໃນການເຈລະຈາໃນໄລຍະຫຼັງ. ທ່ານ ແມັກຄອນແນລ ຍັງຮັກສາກຳນົດເວລາ ໃນການລົງຄະແນນສຽງ ທີ່ເປັນໄປໄດ້ນອກເໜືອຈາກວັນພັກ.

ອ່ານຂ່າວນີ້ເປັນພາສາອັງກິດ

This item is part of
XS
SM
MD
LG