ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບ ການອະນຸມັດເງິນ 450 ຕື້ ໂດລາ ຊ່ວຍທຸລະກິດ ຂະໜາດນ້ອຍ ແລະໂຮງໝໍ


ທ່ານ Steny Hoyer ຈາກລັດແມຣີແລນ, ຜູ້ນໍາສຽງສ່ວນຫລາຍໃນສະພາຕ່ຳ ກ່າວຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບການປິ່ນປົວສຸຂະພາບ ໃນວັນທີ 4 ກຸມພາ, 2020 ຢູ່ໃນຕຶກຫ້ອງການລັດຖະສະພາ
ທ່ານ Steny Hoyer ຈາກລັດແມຣີແລນ, ຜູ້ນໍາສຽງສ່ວນຫລາຍໃນສະພາຕ່ຳ ກ່າວຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບການປິ່ນປົວສຸຂະພາບ ໃນວັນທີ 4 ກຸມພາ, 2020 ຢູ່ໃນຕຶກຫ້ອງການລັດຖະສະພາ

ບັນດາສະມາຊິກລັດຖະສະພາສະຫະລັດໃກ້ຈະຕົກລົງກັນໄດ້ແລ້ວກ່ຽວກັບການ ອະນຸມັດຊຸດມາດຕະການເງິນບັນເທົາທຸກ 450 ຕື້ໂດລາເພື່ອຊ່ວຍທຸລະກິດຂະ ໜາດນ້ອຍ ແລະໂຮງໝໍ ຢູ່ໃນການເຄື່ອນໄຫວຄັ້ງຫລ້າສຸດ ເພື່ອຮັບມືກັບການ ລະບາດຂອງໄວຣັສໂຄໂຣນາ.

ສະພາສູງອາດຈະລົງຄະແນນສຽງກ່ຽວກັບນິຕິກໍາດັ່ງກ່າວ ໄວເທົ່າທີ່ຈະໄວ ໄດ້ ໃນວັນອັງຄານມື້ນີ້.

ຜູ້ນໍາສຽງສ່ວນຫລາຍໃນສະພາຕໍ່າ, ທ່ານ ສເຕນີ ໂຮຍເຢີ ເວົ້າວ່າ ຖ້າຫາກສະພາສູງໃຫ້ອະນຸມັດໃນວັນອັງຄານມື້ນີ້, ສະພາຕໍ່າກໍ “ຈະສາມາດປະຊຸມກັນໄວ ເທົ່າທີ່ຈະໄວໄດ້ ໃນວັນພະຫັດຈະມາເຖິງນີ້” ເພື່ອພິຈາລະນາຮ່າງຊຸດມາດຕະ ການດັ່ງກ່າວ.

ເງິນສ່ວນໃຫຍ່ແມ່ນຈະແນເປົ້າໝາຍໃສ່ບັນດາທຸລະກິດຂະໜາດນ້ອຍ ທີ່ບໍ່ໄດ້ ຮັບເງິນຊ່ວຍເຫລືອບັນເທົາທຸກຊຸດກ່ອນນັ້ນ.

ພາຍໃຕ້ໂຄງການນີ້, ຖ້າຫາກທຸລະກິດໃຊ້ເງິນຊ່ວຍເຫລືອເພື່ອຈ່າຍພະນັກງານ ໃນໄລຍະ 2 ເດືອນຂ້າງໜ້ານີ້ແລ້ວ ລັດຖະບານກໍຈະຮັບເອົາຄວາມຮັບຜິດຊອບ ສໍາລັບຄ່າໃຊ້ຈ່າຍນັ້ນ ແລະທຸລະກິດກໍຈະບໍ່ຕ້ອງຈ່າຍເງິນນັ້ນຄືນໃຫ້ລັດຖະບານ.

ບັນດາເຈົ້າໜ້າທີ່ຢາກຈະຊ່ວຍໃຫ້ຄົນຍັງຖືກຈ້າງງານຢູ່ ແລະທຸລະກິດໃຫ້ກຽມ ພ້ອມເທົ່າທີ່ຈະເປັນໄປໄດ້ ເພື່ອເປີດກິດຈະການຄືນເມື່ອມັນມີຄວາມປອດໄພ ຂຶ້ນເພື່ອໃຫ້ລູກຄ້າກັບມາຫາ.

ບັນດາຜູ້ປົກຄອງຂອງຫລາຍໆລັດຢູ່ໃນສະຫະລັດ ໄດ້ປະກາດແຜນການໃນ ການເລີ້ມຕົ້ນທີ່ຈະຜ່ອນຜັນລະບຽບການໃຫ້ຄົນຢູ່ພາຍໃນເຮືອນ ຊຶ່ງລວມ ທັງບາງລັດ ກໍຈະເລີ້ມເຮັດໃນອາທິດໜ້ານີ້.

ບາງລັດກໍເຫັນວ່າມີການປະທ້ວງຮຽກຮ້ອງໃຫ້ກັບໄປເຮັດການເຄື່ອນໄຫວ ທາງເສດຖະກິດແບບປົກກະຕິຄືນອີກ.

ແຕ່ວ່າ ຫົວໜ້ານັກຊ່ຽວຊານດ້ານພະຍາດຕິດແປດ, ດຣ. ແອນໂທນີ ຟາວຈີ, ໄດ້ເຕືອນໃນວັນຈັນວານນີ້ວ່າ ຜູ້ໃດທີ່ເມີນເສີຍຕໍ່ຄໍາສັ່ງໃຫ້ຢູ່ພາຍໃນເຮືອນອາດ ຈະເຮັດໃຫ້ການຟື້ນຕົວຄືນຂອງເສດຖະກິດ ໄດ້ຮັບຜົນເສຍຫາຍກໍເປັນໄດ້.

“ເວັ້ນເສຍແຕ່ວ່າໄວຣັສດັ່ງກ່າວນີ້ຖືກຄອບຄຸມໄດ້, ການຟື້ນຕົວທາງເສດຖະກິດ ຄືນຢ່າງແທ້ຈິງ ຈະບໍ່ເກີດຂຶ້ນ,” ນັ້ນຄືຄໍາເວົ້າຂອງ ດຣ. ຟາວຈິ, ຫົວໜ້າສະຖາ ບັນດ້ານການພູມແພ້ ແລະພະຍາດຕິດແປດ ກ່າວຢູ່ໃນລາຍການ “Good Morning America” ຂອງໂທລະພາບ ABC. ທ່ານກ່າວຕໍ່ໄປວ່າ “ເພາະສະ ນັ້ນທ່ານຈະເຮັດແນວໃດ ຖ້າຫາກວ່າທ່ານເລີ້ມເຮັດໄວເກີນເວລາອັນສົມຄວນ ແລ້ວ ທ່ານຕົກເຂົ້າໄປຢູ່ໃນສະພາບທີ່ຄວາມຮ້າຍແຮງພຸ້ງສູງຂຶ້ນ (ໃນສະພາບ ທີ່ມີຄົນຕິດ ເຊື້ອເພີ້ມຫລາຍຂຶ້ນ) ແລ້ວທ່ານກໍຈະກັບຫລັງຄືນມາອີກ.”

ທ່ານທຣໍາໄດ້ສັນລະເສີນພວກປະທ້ວງ ໂດຍເວົ້າວ່າ ຜູ້ປົກຄອງບາງລັດ “ໄດ້ ເຮັດເກີນໄປໂພດ” ໃນການວາງມາດຕະການຈໍາກັດອອກມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG