ກົງກັນຂ້າມກັບຂໍ້ຄວາມຂອງທຳນຽບຂາວ ກ່ຽວກັບ ລາຍງານຜົນສຳເລັດ ໃນຄວາມ
ຂັດແຍ້ງດ້ານການຄ້າລະຫວ່າງ ສະຫະລັດ ກັບ ຈີນ, ບວກກັບການມິດງຽບຈາກລັດ
ຖະບານ ປັກກິ່ງນັ້ນ, ໄດ້ເຮັດໃຫ້ບັນດາສະມາຊິກສະພາ ອາເມຣິກັນ ຫຼາຍຄົນບໍ່ແນ່
ໃຈວ່າ, ບັນຫາການຄ້າລະຫວ່າງ ຍັກໃຫຍ່ທາງເສດຖະກິດສອງປະເທດນັ້ນແມ່ນຢືນ
ຢູ່ຈຸດໃດແທ້.
ຫຼາຍມື້ແລ້ວ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ຍົກຍ້ອງຂໍ້ຕົກລົງຕ່າງໆ ທີ່ທ່ານເວົ້າວ່າ
ທ່ານໄດ້ບັນລຸກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຈີນ, ທ່ານ ສີ ຈິ່ນຜິງ, ຢູ່ກອງປະຊຸມ
ສຸດຍອດ G-20 ໃນປະເທດ ອາເຈັນຕີນາ, ຈາກການຍືດເວລາ 90 ວັນ ກ່ຽວກັບ ການ
ເກັບພາສີເພີ່ມ ໃນການສົ່ງອອກສິນຄ້າຂອງກັນ ແລະ ກັນ ຫາຄຳໝັ້ນສັນຍາຂອງ ຈີນ
ທີ່ຈະຊື້ຜະລິດຕະພັນກະສິກຳຂອງ ສະຫະລັດ ໄປເຖິງການຫຼຸດພາສີ ລົດຍົນ ສະຫະ
ລັດ ຂອງ ຈີນ.
ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດ ຄາໂຣໄລນາເໜືອ ທ່ານ ທອມ ທິລລິສ
ໄດ້ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ວ່າ, “ຂ້າພະເຈົ້າຄິດວ່າມັນແມ່ນບາດກ້າວທີ່ດີ,
ຕອນນີ້ ສິ່ງທີ່ພວກເຮົາຢາກເຫັນກໍແມ່ນການຮັບຮອງຢ່າງເປັນທາງການ. ມັນຈະເປັນ
ຕາສົນໃຈຖ້າສິ່ງດັ່ງກ່າວນັ້ນ ໄດ້ຮັບການໜູນຫຼັງໂດຍການດຳເນີນການໃນຝ່າຍຂອງ
ຈີນ.”
ບັນດາເຈົ້າໜ້າທີ່ ຈີນ ໄດ້ຢືນຢັນວ່າບໍ່ມີລາຍລະອຽດ ກ່ຽວກັບ ຄວາມສຳເລັດທາງການ
ຄ້າ ແລະ ໄດ້ປິດການໃຫ້ຄຳເຫັນຕໍ່ສາທາລະນະຈົນຮອດດຽວນີ້.
ໃນຂະນະດຽວກັນ, ທີ່ປຶກສາດ້ານເສດຖະກິດລະດັບສູງຂອງທ່ານ ທຣຳ, ທ່ານ ແລຣີ
ຄຸດໂລ, ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ມັນເປັນການ “ຄາດເດົາ” ວ່າຈີນຈະລົບລ້າງພາ
ສີລົດຍົນ, ບໍ່ແມ່ນຂໍ້ຕົກລົງທີ່ສະເພາະເຈາະຈົງ. ໃນວັນອັງຄານວານນີ້, ທ່ານ ແລະ
ທ່ານ ທຣຳ ໄດ້ສະເໜີວ່າ ຮາກຖານແມ່ນໄດ້ຖືກກະກຽມໄວ້ແລ້ວ ສຳລັບສັນຍາການ
ຄ້າໃຫຍ່ ລະຫວ່າງ ວໍຊິງຕັນ ກັບ ປັກກິ່ງ, ແຕ່ຂໍ້ຕົກລົງດັ່ງກ່າວນັ້ນແມ່ນຍັງບໍ່ໄດ້ບັນລຸ
ກັນເທື່ອ.
ທ່ານປະທານາທິບໍດີໄດ້ຂຽນຂໍ້ຄວາມໃນ ທວິດເຕີ ວ່າ “ແຕ່ຖ້າຂໍ້ຕົກລົງທີ່ຍຸຕິທຳກັບ
ຈີນ ສາມາດເຮັດໄດ້, ເຊິ່ງແມ່ນອັນທີ່ສາມາດເຮັດໄດ້ທັງໝົດຂອງຫຼາຍຢ່າງທີ່ເຮົາຮູ້ວ່າ
ຕ້ອງໄດ້ເຮັດໃນທີ່ສຸດນັ້ນ, ຂ້າພະເຈົ້າກໍຍິນດີທີ່ຈະເຊັນ. ໃຫ້ການເຈລະຈາກັນເລີ່ມຂຶ້ນ
ເລີຍ.”
ທ່ານ ຄຸດໂລ ໄດ້ກ່າວວ່າ “ນີ້ແມ່ນບາດກ້າວທີ່ໃຫຍ່ຫຼາຍ, ຂ້າພະເຈົ້າຄິດວ່າພວກເຮົາ
ຈະທຳຄວາມກ້າວໜ້າທີ່ຍິ່ງໃຫຍ່ໄດ້.”
ຢູ່ລັດຖະສະພາ ແຄັບປິຕອລ ນັ້ນ, ບັນດາສະມາຊິກສະພາ ທີ່ກຳລັງຄົ້ນຫາຄຳຕອບທີ່
ໜັກແໜ້ນຢູ່ນັ້ນປາກົດວ່າ ຮູ້ສຶກສັບສົນ.