ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ສຫລ ຕົກລົງ ກ່ຽວກັບ ການລົງໂທດ ຕໍ່ຣັດເຊຍ ອີຣ່ານ ແລະ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດກຸ່ມ G20, ວັນທີ 7 ກໍລະກົດ 2017, ທີ່ນະຄອນ Hamburg ເຢຍຣະມັນ.
ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດກຸ່ມ G20, ວັນທີ 7 ກໍລະກົດ 2017, ທີ່ນະຄອນ Hamburg ເຢຍຣະມັນ.

ບັນດາສະມາຊິສະພາ ສະຫະລັດ ໄດ້ບັນລຸຂໍ້ຕົກລົງ ​ເພື່ອ​ແຜ້ວ​ທາງ​ໃຫ້​ແກ່ຮ່າງກົດ
ໝາຍສະບັບໃໝ່ ທີ່ຈະທຳການລົງໂທດ ຕໍ່ຣັດເຊຍ ອີຣ່ານ ແລະເກົາຫຼີເໜືອ ຊຶ່ງຈະ
ສົ່ງໄປໃຫ້ປະທານາທິບໍດີ ດໍໂນລ ທຣຳ ​ຮັບຮອງເອົານັ້ນ.

ສະມາຊິກສະພາສູງ Bob Corker ໄດ້ປະກາດກ່ຽວ​ກັບຂໍ້ຕົກລົງດັ່ງກ່າວ ໃນຖະແຫລງ
ການສະບັບນຶ່ງ ເມື່ອແລງວັນພຸດວານນີ້ ໂດຍກ່າວວ່າ ມັນໄດ້ມີຂຶ້ນ ຫຼັງຈາກ ການປຶກ
ສາຫາລື ກັບ ທ່ານ Kevin McCarthy ຜູ້ນຳສຽງສ່ວນຫຼາຍຂອງສະພາຕ່ຳ ຫຼາຍຄັ້ງ.

ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ Bob Corker, ຈາກລັດ Tennessee, ກ່າວຕໍ່ສະມາຊິກສື່ມວນຊົນ ໃນຂະນະທີ່ ທ່ານໄປຮັບປະທານອາຫານທ່ຽງ ກັລ ຮອງປະທານາທິບໍດີ ທ່ານ Mike Pence, ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນວໍຊິງຕັນ, ວັນທີ 2 ພຶດສະພາ 2017.
ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ Bob Corker, ຈາກລັດ Tennessee, ກ່າວຕໍ່ສະມາຊິກສື່ມວນຊົນ ໃນຂະນະທີ່ ທ່ານໄປຮັບປະທານອາຫານທ່ຽງ ກັລ ຮອງປະທານາທິບໍດີ ທ່ານ Mike Pence, ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນວໍຊິງຕັນ, ວັນທີ 2 ພຶດສະພາ 2017.

ກ່ອນໜ້ານີ້ ທ່ານ Corker ໄດ້ຄັດຄ້ານ ຕໍ່ການນຳເອົາມາດຕະການລົງໂທດ ເກົາຫຼີ
​ເໜືອ ເຂົ້າມາຮ່ວມນຳ ແຕ່ຫາກເຫັນດີ ທີ່ຈະຍົກເອົາບັນຫານີ້ ຂຶ້ນມາພິຈາລະນາ ໃນ
ຮ່າງກົດໝາຍ ສະບັບນຶ່ງ ຕ່າງຫາກ. ແຕ່ທ່ານໄດ້ກ່າວວ່າ ບັນດາສະມາຊິກສະພາຕ່ຳ
ໄດ້ຕົກລົງ ທີ່ຈະເລີ້ມດຳ​ເນີນ​ການໃນໄວໆນີ້ ​ເພື່ອເພີ່ມມາດຕະການລົງໂທດ ຕໍ່ເກົາຫຼີ
ເໜືອ ​ໃຫ້ເຂັ້ມແຂງຂຶ້ນຕື່ມອີກ.

ຮ່າງກົດໝາຍນີ້ ຍັງປະກອບດ້ວຍ ຂໍ້ກຳນົດ ທີ່ອະນຸຍາດໃຫ້ ລັດຖະສະພາ ມີລະບຽບ
ການທີ່ໄວທັນການ ເພື່ອທີ່ຈະຄັດຄ້ານ ຕໍ່ການເຄື່ອນໄຫວໃດໆ ຂອງປະທານາທິບໍດີ
ທີ່ໄດ້ທຳລົງໄປ ເພື່ອທີ່ຈະຍຸຕິ ມາດຕະການລົງໂທດ ນັ້ນ.

ໃນລະຫວ່າງ ການເຈລະຈາ ສອງສາມສັບປະດາຜ່ານມານີ້ ລັດຖະບານທ່ານ ທຣຳ
ໄດ້ໂຕແຍ້ງຄືນ ຕໍ່ອັນທີ່ຕົນເຫັນວ່າ ເປັນຄວາມພະຍາຍາມ ທີ່ຈະຈຳກັດ ຄວາມອາດ
ສາມາດ ທີ່ຈະຜ່ອນຜັນມາດຕະກາດລົງໂທດ ໂດຍຝ່າຍດຽວ ຂອງຂະແໜງການ
ບໍລິຫານ ໂດຍອ້າງກໍລະນີ ທີ່ວ່າ ມັນຈຳກັດ ອຳນາດຕໍ່ລອງ ໃນການພະຍາຍາມ ທີ່
ຈະສົ່ງຜົນກະທົບຕໍ່ ພຶດຕິກຳຂອງຣັດເຊຍ ແລະ ສ້າງສາຍພົວພັນ ທີ່ດີຂຶ້ນ ກັບ
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin. ໃນເວລານີ້ ທຳນຽບຂາວ ໄດ້ສະແດງ
ການສະໜັບສະໜູນ.

ຮອງໂຄສົກທຳນຽບຂາວ ທ່ານນາງ Sara Huckabee Sanders ໄດ້ບອກບັນດາ
ນັກຂ່າວ ໃນວັນຈັນຜ່ານມານີ້ ວ່າ “ປະທານາທິບໍດີ ສະໜັບສະໜູນ ມາດຕະການ
ລົງໂທດທັງຫຼາຍ ຕໍ່ພວກປະເທດເຫຼົ່ານັ້ນ ຫຼາຍແທ້ໆເລີຍ ແລະ ຢາກຈະເຮັດໃຫ້
ໝັ້ນໃຈວ່າ ມາດຕະການເຫຼົ່ານັ້ນ ແມ່ນຍັງຢູ່ຕໍ່ໄປ ແຕ່ໃນເວລາດຽວກັນ ຢາກຈະ
ເຮັດໃຫ້ ໝັ້ນໃຈວ່າ ພວກເຮົາໄດ້ຂໍ້ຕົກລົງທີ່ດີ. ທັງສອງຢ່າງນັ້ນ ແມ່ນມີຄວາມ
ສຳຄັນຫຼາຍ ສຳລັບ ປະທານາທິບໍດີ.”

ສະພາສູງ ​ໄດ້ຮັບຜ່ານຮ່າງກົດໝາຍມາດຕະການລົງໂທດ ຕໍ່ຣັດເຊຍ ແລະອີ ຣ່ານ ​
ເກືອບ​ວ່າ ຢ່າງເປັນເອກກະສັນ ໃນເດືອນມິຖຸນາ ແລະ ສະພາຕ່ຳ ໄດ້ຮັບຜ່ານຮ່າງ
ກົດໝາຍ ທີ່ແນເປົ້າໝາຍໃສ່ທັງສາມປະເທດດັ່ງກ່າວ ໃນວັນອັງຄານ ຜ່ານ​ມາ ດ້ວຍ
ຄະແນນສຽງ 419 ຕໍ່ 3. ດ້ວຍ​ຄະ​ແນນ​ສຽງ​ ທີ່​ມີ​ການ​ຮັບຮອງ​ເອົາ​ເປັນ​ຈຳນວນ​ຫຼວງຫຼາຍດັ່ງກ່າວ​ນັ້ນ ຈຶ່ງເຮັດໃຫ້ເປັນໄປໄດ້ສູງທີ່ວ່າ ຖ້າທ່ານ ທຣຳ ໃຊ້ອຳນາດ
ຍັບຍັ້ງ ຫຼືີ veto ຮ່າງກົດໝາຍນີ້ ລັດຖະສະພາຈະມີຄະແນນສຽງພຽງພໍ ທີ່ຈະ
ປະຕິເສດ ອຳນາດຍັບຍັ້ງ ແລະ ເຮັດໃຫ້ມັນເປັນກົດໝາຍໄດ້.

House Moves to Check Trump Russia Sanction Powers
please wait

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG