ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ສະຫະລັດ ໃກ້ຈະໝົດເວລາແລ້ວ ໃນການອະນຸມັດເງິນຊ່ວຍເຫຼືອ ໄວຣັສໂຄໂຣນາ


ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານມິດຈ໌ ແມັກຄອນແນລ (Mitch McConnell) ຢືນຢູ່ກາງ ວັນທີ 10 ພະຈິກ 2020.
ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານມິດຈ໌ ແມັກຄອນແນລ (Mitch McConnell) ຢືນຢູ່ກາງ ວັນທີ 10 ພະຈິກ 2020.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານມິດຈ໌ ແມັກຄອນແນລ (Mitch
McConnell) ກ່າວວ່າ ເວລາພວມຈະໝົດລົງແລ້ວ ສຳລັບບັນດາສະມາຊິກລັດຖະສະ
ພາສະຫະລັດ ເພື່ອບັນລຸຂໍ້ຕົກລົງການຊ່ວຍເຫຼຶືອຄັ້ງໃຫຍ່ເທື່ອທີສອງເພື່ອ ແກ້ໄຂຜົນ
ກະທົບດ້ານເສດຖະກິດ ຈາກການແຜ່ລະບາດຂອງໄວຣັສໂຄໂຣນາ.

ມີເວລາຍັງເຫຼືອຢູ່ບໍ່ເທົ່າໃດມື້ສໍາລັບການເຮັດວຽກໃນປີນີ້ ບັນດາສະມາຊິກລັດຖະສະ
ພາພາກັນຊອກຫາທາງເພື່ອໃຫ້ບັນລຸຂໍ້ຕົກລົງ ຫຼັງຈາກມີການເຈລະຈາກັນມາ ໄດ້ຫຼາຍ
ເດືອນ ທີ່ບໍ່ເປັນໝາກເປັນຜົນ.

ທ່ານແມັກຄອນແນລ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ທ່່ານໄດ້ ສົນທະ
ນາກັບລັດຖະມົນຕີການເງິນ ທ່ານສະຕີບ ມານູຈິນ ແລະຫົວໜ້າຄະນະ ທີ່ປຶກສາຂອງ
ທຳນຽບຂາວ ທ່ານມາກ ມີໂດ ໃນຕອນເຊົ້າຂອງມື້ວານນີ້ເພື່ອພິ ຈາລະນາວ່າ ຮ່າງກົດ
ໝາຍສະຫະລັດໃນລັກສະນະໃດ ທີ່ປະທານາທິບໍດີດໍໂນລ ທຣໍາ ເຕັມໃຈທີ່ຈະເຊັນ.

ທ່ານແມັກຄອນແນລ ກ່າວວ່າ “ວິທີີທາງທີ່ທ່ານຈະໄດ້ຜົນ ທ່ານຕ້ອງໄດ້ຮັບລາຍເຊັນ
ຂອງປະທານາທິບໍດີ. ເພາະສະນັ້ນ ຂ້າພະເຈົ້າຮູ້ສຶກວ່າ ສິ່ງທໍາອິດ ທີ່ພວກເຮົາຕ້ອງ
ການເຮັດ ກໍຄືຕ້ອງຮູ້ວ່າປະທານາທິບໍດີຈະເຊັນຫຍັງ.

ພວກ ເຮົາເຊື່ອວ່າ ພວກເຮົາໄດ້ຮັບຄໍາຕອບດັ່ງກ່າວແລ້ວ.” ທ່ານກ່າວເພີ້ມອີກວ່າ ມື້
ຂອງການເຮັດວຽກພວມຈະໝົດລົງ ຂໍ້ຕົກລົງການບັນເທົາທຸກໄວຣັສໂຄໂຣນາ ອາດ
ຈະພົວພັນກັບຮ່່າງກົດໝາຍນຶ່ງ ທີ່ໃຫ້ທຶນແກ່ລັດຖະບານສະຫະລັດ ກາຍ ເສັ້ນຕາຍ
ໃນວັນທີ 11 ທັນວາ.

ຜູ້ນຳສະພາສູງສຽງສ່ວນຫຼາຍໃນສະພາສູງ ເປັນເວລາຫຼາຍເດືອນໄດ້ຢືນຢັດວ່າ 3 ພັນ
3 ຮ້ອຍຕື້ໂດລາ ທີ່ເປັນຮ່າງກົດໝາຍວິລະຊົນ ຫຼື HEROES ACT ທີ່ຮັບຜ່ານໂດຍ
ສະພາຕໍ່າສະຫະລັດ ທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍ ໃນ ເດືອນມິຖຸນາຜ່ານມາ
ແລະຂໍ້ສະເໜີໃນເວລາຕໍ່ມານັ້ ແມ່ນແພງເກີນໄປ ເພື່ອ ສະໜອງຕອບຕໍ່ຄວາມຕ້ອງ
ການ ຮັບມືກັບໂຣກລະບາດ.

ຜູ້ນຳສຽງສ່ວນນ້ອຍສະພາສູງ ທ່ານຈັກ ຊູເມີຣ ແລະປະທານສະພາຕໍ່າ ທ່ານນາງ
ແນນຊີ ເພໂລຊີ ໄດ້ສົ່ງຂໍ້ສະເໜີໃໝ່ ໄປຫາສະມາຊິກສະພາພັກຣີພັບບລິ ກັນ ໃນ
ຕອນແລງວັນຈັນທີ່ຜ່ານມາ. ແຕ່ທ່ານຊູເມີຣບໍ່ໄດ້ເວົ້າເຖິງລາຍລະອຽດ ຂອງຂໍ້ສະເໜີ
ເມື່ອຖາມໂດຍບັນດານັກຂ່າວໃນວັນອັງຄານວານນີ້ ໂດຍກ່າວວ່າ ທ່ານຫວັງວ່າ ທ່ານ
ແມັກຄອນແນລ ຈະທຳການເຈລະຈາ.

ທ່ານຊູເມີຣ ກ່າວວ່າ “ສະພາຕໍ່າມີພັກເດໂມແຄຣັດກຳສຽງສ່ວນຫຼາຍ. ທ່ານຮູ້ດີ ທ່ານ
ຕ້ອງການໆລົງຄະແນນສຽງຂອງພັກເດໂມແຄຣັດ ຢູ່ໃນສະພາສູງເພື່ອເຮັດ

ໃຫ້ທຸກສິ່ງທຸກຢ່າງສຳເລັດ ໃນເມື່ອວ່າສະມາຊິກພັກຂອງທ່ານຈະບໍ່ລົງຄະແນນສຽງ
ຕໍ່ຂໍ້ສະເໜີໃດໆ. ແລະບໍ່ເທົ່ານັ້ນ ທ່ານຍັງດຳເນີນຕໍ່ລອງແບບຝ່າຍດຽວຢູ່.”

ທ່ານນາງເພໂລຊີ ກ່າວຢູ່ໃນຖະແຫຼງການໃນວັນອັງຄານວານນີ້ວ່າ ທ່ານນາງ ໄດ້ໂອ້
ລົມກັບທ່ານມານູຈິນ ແລະທ່ານກຳລັງທົບທວນເບິ່ງຂໍ້ສະເໜີຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG