ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສອບ​ຖາມ​ກ່ຽວ​ກັບ​ວ່າ ການ​ຊ່ວຍ​ເຫຼືອຂອງ​ສະ​ຫະ​ລັດ ໃຫ້​ຜົນ​ປະ​ໂຫຍດ ແກ່​ກຸ່ມ​ຕາ​ລີ​ບານ​ ຫຼື​ບໍ່


​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຮັບ​ການ​ປັນ​ສ່ວນ​ທາງ​ດ້ານ​ອາ​ຫານ ທີ່​ແຈກ​ຢາຍ​ໂດຍ​ກຸ່ມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 28 ພຶດ​ສະ​ພາ 2023.
​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຮັບ​ການ​ປັນ​ສ່ວນ​ທາງ​ດ້ານ​ອາ​ຫານ ທີ່​ແຈກ​ຢາຍ​ໂດຍ​ກຸ່ມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 28 ພຶດ​ສະ​ພາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ທີ່​ກຳ​ກັບ​ນຳ​ການ​ຊ່ວຍ​ເຫຼືອ ​ອັ​ຟ​ກາ​ນິ​ສ​ຖານ​ ແຈ້ງ​ໃຫ້​ສະ​ມາ​ຊິກ​ສະ​ພາ​ຂອງສະ​ຫະ​ລັດ​ຊາບ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ຊ່ວຍ​ເຫຼືອ​ທີ່​ສະ​ຫະ​ລັດ​ມອບ​ໃຫ້ ໄດ້​ມີ​ການ​ຕິດ​ຕາມ​ເບິ່ງຢ່າງ​ເຂັ້ມ​ງວດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ຜົ​ນ​ປະ​ໂຫຍດ ​ຕົກ​ໄປ​ເຖິງກຸ່ມ​ຕາ​ລີ​ບານ​.

“ພວກ​ເຮົາ​ຍັງ​ສືບ​ຕໍ່​ມີ​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ທີ່​ສຸດ​ຕໍ່​ການ​ພະ​ຍາ​ຍາມ​ທີ່​ຈະ​ຫັນ​ເຫ​ແລະ​ເຂົ້າ​ແຊກ​ແຊງ ​ໃນ​ການ​ຈັດ​ສົ່ງ​ຄວາມ​ຊ່ວຍ​ເຫຼືອໄປ​ໃຫ້. ອົງ​ການ​ຢູ​ເສດ​ຖື​ວ່າ ​ການ​ປະຕິ​ບັດໜ້າ​ທີ່ຂ​ອງ​ຕົນ ​ໃນ​ຖາ​ນະ​ຜູ້​ດູ​ແລ​ເງິນ​ພາ​ສີ​ຂອງ​ສະ​ຫະ​ລັດ ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ແລະ​ພວກ​ເຮົາ​ຖື​ວ່າ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຄູ່​ຮ່ວມ​ງານ​ໃຫ້​ໄດ້​ມາດ​ຕະ​ຖານ​ທີ່​ສູງ​ສຸດ” ​ທ່ານ​ໄມ​ໂກ ຊີ​ຟ​ເຟີ (Michael Schiffer) ຮອງ​ຫົວ​ໜ້າ​ຝ່າຍ​ເອ​ເຊຍ ຂອງ​ອົງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ.

ການ​ຄ້ຳ​ປະ​ກັນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ອົງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ມີ​ຂຶ້ນ​ຫຼັງ​ຈາກ ​ຜູ້ກວດ​ກາ​ພິ​ເສດຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບໃນ​ການ​ບູ​ລະ​ສະ​ສ້າງ​ສາ​ອັ​ຟ​ກາ​ນິ​ສ​ຖານ ຫຼື SIGAR ກ່າວ​ໃນ​ຈົດ​ໝາຍລົງ​ວັນ​ທີ 8 ມັງ​ກອນ​ວ່າ ຍັງ​ມີ​ຄຳ​ຖາມ​ທີ່ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ​ກ່ຽວ​ກັບ​ເງິນ 3.5 ຕື້​ໂດ​ລາ ​ຢູ່​ໃນ​ກອງ​ທຶນ​ອັ​ຟ​ກາ​ນິ​ສ​ຖານ ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ສະ​ວິດ​ເຊີ​ແລນ.

ອົງ​ການ SIGAR ແຈ້ງ​ໃຫ້​ລັດ​ຖະ​ສະ​ພາ​ຊາບ​ວ່າ ນຶ່ງ​ປີກວ່າໆ ​ຫຼັງ​ຈາກກອງ​ທຶນ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ ມັນ​ບໍ່​ໄດ້​ມີ​ການ​ແຈກ​ຈ່າຍ​ເງິນ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ຢູ່​ໃນ​ຈຸດ​ປະ​ສົງ ທີ່​ແນ​ໃສ່​ເພື່ອ​ໃຫ້​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານ​ ເປັ​ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ອີງ​ຕາມ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ​ ເພື່ອ​ການ​ປະ​ສານ​ງານ​ ດ້ານ​ມະ​ນຸດ​ສະ​ທຳ​ແລ້ວ “ມີ​ປະ​ມານ 23 ລ້ານ 7 ແສນ​ຄົນ ຫຼາຍກວ່າ​ເຄິ່ງ​ນຶ່ງ​ຂອງ​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ຈະ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເພື່ອ​ຄວາມ​ຢູ່​ລອດ​ໃນ​ປີ 2024.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG