ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ​ສະ​ຫະ​ລັດ ຊຸກ​ຍູ້​ໃຫ້​​ຈຳ​ກັດ ການ​ລົງ​ທຶນ​ຂອງ​ອາ​ເມ​ຣິ​ກັນ ໃນ​ດ້ານ​ເທັກ​ໂນ​ໂລ​ຈີ ຂອງ​ຈີນ


​ແຟ້ມ - ທຸງ​ຊາດ​ສະ​ຫະ​ລັດ ແລະ​ຈີນ ຊຶ່ງ​ຢູ່​ທາງ​ເບື້ອງ​ຫຼັງ​ ມີ​ແຜ່ນ​ວົງ​ຈອນ ທີ່​ມີ​ຊິບ​ເຊ​ມີ​ຄອນ​ດັກ​ເຕີ້ ໃນ​ຮູບທີ່​ນຳ​ອອກສະ​ແດງ ຖ່າຍ​ເມື່ອ​ວັນ​ທີ 17 ກຸມ​ພາ 2023.
​ແຟ້ມ - ທຸງ​ຊາດ​ສະ​ຫະ​ລັດ ແລະ​ຈີນ ຊຶ່ງ​ຢູ່​ທາງ​ເບື້ອງ​ຫຼັງ​ ມີ​ແຜ່ນ​ວົງ​ຈອນ ທີ່​ມີ​ຊິບ​ເຊ​ມີ​ຄອນ​ດັກ​ເຕີ້ ໃນ​ຮູບທີ່​ນຳ​ອອກສະ​ແດງ ຖ່າຍ​ເມື່ອ​ວັນ​ທີ 17 ກຸມ​ພາ 2023.

ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທຳ​ການ​ຮຽກ​ຮ້ອງ​ຄັ້ງ​ໃໝ່ໃນ​ວັນ​ພຸດ​ວານນີ້ ເພື່ອ​ໃຫ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ທີ່​ຈະ​ຈຳ​ກັດ​ການ​ລົງ​ທຶນ​ຂອງ​ອາ​ເມ​ຣິ​ກາ ຢູ່​ໃນ​ເທັກ​ໂນ​ໂລ​ຈີ​ຂອງ​ຈີນ.

“ມັນ​ຄວນ​ມີ​ຂຶ້ນ​ໂດຍ​ບໍ່​ຕ້ອງ​ແປກ​ໃຈ​ທີ່​ວ່າ ກອງ​ທັບ​ຈີນ​ແລະ​ໜ່ວຍ​ສອດ​ແນມ​ຂອງ​ລັດ ໄດ້​ສວຍ​ໃຊ້​ຊ່ອງ​ຫວ່າງ​ ທາງ​ດ້ານ​ນະ​ໂຍ​ບາຍ​ ຂອງ​ສະ​ຫະ​ລັດ ເພື່ອ​ເຂົ້າ​ເຖິງ​ການ​ລົງ​ທຶນ​ ແລະ​ຄວາມ​ຊ່ຽວ​ຊານ ໃນ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລາຂອງ​ສະ​ຫະ​ລັດ. ພວກ​ເຮົາ​ຮູ້​ວ່າ ການ​ລົງ​ທຶນ​ຂອງ​ສະ​ຫະ​ລັດ ບໍ່​ໄດ້​ເຮັດ​ໃຫ້​ຈີນ​ເປັນ​ປະ​ຊາ​ທິ​ປະ​ໄຕ ​ແລະ​ປະ​ເທດ​ອື່ນໆທີ່​ຄວບ​ຄຸມ​ໂດຍ​ພັກ​ຄອມ​ມູນ​ນິ​ສ​ຈີນ ບໍ່​ໄດ້​ມີ​ອຳ​ນາດ​ກ່ຽວ​ກັບ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ຂອງ​ພວກ​ເຂົາ​ເຈົ້າ. ພັກ​ຄອມ​ມູ​ນິ​ສ​ຈີນ ​ສາ​ມາດ​ສັ່ງໂດຍ​ກົງ ຈາກ​ພວກ​ເຮົາ ເພື່ອ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ທະ​ຫານ​ຫຼື​ການ​ສອດ​ແນມ” ປະ​ທານ​ຄະ​ນະ​ກຳ​ມະ​ການ ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ​ ຂອງ​ສະ​ພາ​ຕ່ຳ ທ່ານ​ໄມ​ເກີ ແມັກ​ຄໍ ກ່າວ​ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ ຕໍ່​ສະ​ພາ ໃນ​ວັນ​ພຸດ​ວານນີ້.

ຮ່າງ​ກົດ​ໝາຍນີ້ ຊຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກ​ທັງອົງ​ການ​ຈັດ​ຕັ້ງ​ນິ​ຍົມ​ແນວ​ທາງ​ເດີມ ແລະ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ແມ່ນ​ບໍ່​ໄດ້​ຮວມ​ຢູ່​ໃນ​ກົດ​ອະ​ນຸ​ມັດ​ເພື່ອ​ການ​ປ້ອງ​ກັນ​ຊາດ ຫຼື NDAA ທີ່​ໄດ້​ມີ​ການ​ຮັບ​ຜ່ານ​ໃນ​ທ້າຍ​ປີ​ກາຍນີ້. ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່າ​ນ​ຈອນ ຄໍ​ນິນ ໄດ້​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ​ທີ່​ເປັນ​ຄູ່ ຢູ່​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ຊຶ່ງ​ໄດ້​ມີ​ການ​ຮັບ​ຮອງ​ເອົາ​ ດ້ວຍ​ຄະ​ແນນ​ຫຼາຍກວ່າ 90 ສຽງ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຫວັງ​ວ່າ ມັນ​ຍັງ​ສາ​ມາດ​ຖືກ​ຮັບ​ຜ່ານແບບ​ແຍກ​ກັນ ແລະ​ເຊັນ​ເປັນ​ກົດ​ໝາຍ​ໄດ້​ຢູ່.

ຖ້າ​ມີ​ການ​ຮັບ​ຜ່ານ ທ່ານ​ແມັກ​ຄໍ ກ່າວ​ວ່າ ຈະ​ແນ​ເປົ້າ​ໃສ່ “ພາກ​ສ່ວນ​ເທັກ​ໂນ​ໂລ​ຈີ​ເປັນ​ການ​ສະ​ເພາະ ເຊັ່ນ​ວ່າ​ປັນ​ຍາ​ປະ​ດິດ ແລະ​ການ​ຄຳ​ນວນ​ຄວານ​ຕຳ ທີ່​ອຳ​ນວຍ​ໃຫ້​ກອງ​ທັບ​ຈີນ​ທຳ​ການ​ພັດ​ທະ​ນາ​ແລະ​ສອດ​ແນມນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG