ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສະຫະລັດ ຊຸກຍູ້ໃຫ້ບໍ​ລິ​ສັດ ByteDance ຖອນ TikTok ອອກ ຫຼື ປະເຊີນກັບການຫ້າມ


ແຟ້ມພາບ - ທຸງຊາດສະຫະລັດ ແລະ ໂລໂກ້ TikTok ແມ່ນເຫັນໄດ້ໃນຮູບນີ້, ວັນທີ 2 ມິຖຸນາ, 2023.
ແຟ້ມພາບ - ທຸງຊາດສະຫະລັດ ແລະ ໂລໂກ້ TikTok ແມ່ນເຫັນໄດ້ໃນຮູບນີ້, ວັນທີ 2 ມິຖຸນາ, 2023.

ກຸ່ມ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ສອງ​ພັກ​ການ​ເມືອງຂອງສະຫະລັດ ໄດ້ນໍາສະເຫນີ ຮ່າງ​ກົດ​ໝາຍນິຕິບັນ​ຍັດໃນວັນອັງຄານທີ່ຜ່ານມາ ເພື່ອໃຫ້ເວລາບໍລິສັດ ByteDance ຂອງຈີນ ປະມານ 6 ເດືອນ ເພື່ອຖອນ app ວິດີໂອສັ້ນຍອດ ນິຍົມ TikTok ອອກ ຫຼືບໍ່ດັ່ງນັ້ນ ກໍ່ປະເຊີນກັບການຫ້າມຂອງສະຫະລັດ, ທີ່​ພະ​ຍາ​ຍາມຈັດການກັບຄວາມ​ກັງ​ວົນດ້ານຄວາມໝັ້ນຄົງແຫ່ງຊາດ ກ່ຽວກັບການ ເປັນເຈົ້າຂອງໂດຍຊາວຈີນ.

ຮ່າງ​ກົດໝາຍ​ດັ່ງກ່າວ​ ແມ່ນ​ການ​ເຄື່ອນ​ໄຫວດ້ານ​ນິຕິບັນ​ຍັດທີ່​ສຳຄັນ​ຄັ້ງ​ທຳ​ອິດ​ ​ໃນ​ຮອບ​ເກືອບ 1 ປີ ​ໃນການສັ່ງຫ້າມ ຫຼື​ບັງຄັບ​ໃຫ້ ByteDance ຖອນແອັບ ຍອດນິຍົມດັ່ງກ່າວອອກ, ຫຼັງ​ຈາກທີ່​ກົດໝາຍ​ຂອງ​ສະພາ​ສູງ​ເພື່ອ​ຫ້າມ​ແອັບດັ່ງກ່າວ ​ໄດ້ຢຸດຈຶ້ງຢູ່ໃນ​ລັດຖະສະພາ​ໃນ​ປີ​ກາຍ​ນີ້ ເມື່ອປະເຊີນໜ້າ​ການ​ຮຽກຮ້ອງ​ຢ່າງ​ໜັກໜ່ວງ​ໂດຍ TikTok.

ທ່ານ ໄມຄ໌ ກາລັກເກີ (Mike Gallagher), ປະທານຄະນະກຳມາທິການຈີນ ທີ່ຖືກເລືອກຈາກສະພາຕໍ່າຂອງພັກຣີພັບບລີກັນ ແລະ ທ່ານ ຣາຈາ ກຣິສນາມູທີ (Raja Krishnamoorthi), ສະມາຊິກພັກເດໂມແຄຣັດຂັ້ນສູງ, ແມ່ນຢູ່ໃນກຸ່ມສະມາຊິກລັດຖະສະພາ ຫຼາຍກວ່າ 10 ຄົນ ທີ່ສະເໜີມາດຕະ ການດັ່ງກ່າວ, ເຊິ່ງຄາດວ່າຈະມີການລົງຄະແນນສຽງໃນເບື້ອງຕົ້ນໃນວັນ ພະຫັດມື້ນີ້.

ທ່ານ ກາລັກເກີ (Gallagher) ກ່າວວ່າ "ນີ້ແມ່ນຂໍ້ຄວາມຂອງຂ້າພະເຈົ້າ ເຖິງ TikTok: ແຍກອອກຈາກພັກກອມມູນິດຈີນ ຫຼືບໍ່ດັ່ງນັ້ນ ຈະສູນເສຍການເຂົ້າ ເຖິງຜູ້ຊົມໃຊ້ຊາວອາເມຣິກັນ ຂອງທ່ານ," "ສັດຕູອັນດັບຕົ້ນໆຂອງອາເມຣິກາ ບໍ່ມີທຸລະກິດທີ່ຄວບຄຸມເວທີສື່ມວນຊົນທີ່ໂດດເດັ່ນໃນສະຫະລັດ."

ຮ່າງກົດໝາຍດັ່ງກ່າວຈະໃຫ້ເວລາ ByteDance 165 ມື້ ເພື່ອຖອນ TikTok, ເຊິ່ງຖືກນໍາໃຊ້ໂດຍຊາວອາເມຣິກັນ ຫຼາຍກວ່າ 170 ລ້ານຄົນ, ຫຼືເຮັດໃຫ້ມັນ ກາຍເປັນແອັບຜິດກົດຫມາຍຢູ່ໃນ app stores ທີ່ດໍາເນີນການໂດຍ Apple, Google, ແລະບໍລິສັດອື່ນໆ ທີ່ຈະສະເຫນີຕໍ່ TikTok ຫຼືສະໜອງໜ່ວຍບໍລິ ການເວັບໂຮສຕິງອື່ນໆ ກັບແອັບທີ່ຄວບຄຸມໂດຍ ByteDance.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG