ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາ ຂໍຮ້ອງໃຫ້ທ່ານໄບເດັນ ຍົກຍ້າຍພະນັກງານ ຂອງອົງການ USAGM ແລະຄອບຄົວ ອອກຈາກອັຟການິສຖານ


ຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນ ຢູ່ໃກ້ຈຸດກວດການຄວບຄຸມໃນການຍົກຍ້າຍ ໃນລະຫວ່າງການຍົກຍ້າຍຄົນທີ່ມີຢູ່ຕໍ່ເນື່ອງ ທີ່ສະໜາມບິນສາກົນ ຮາມິດ ຄາຊາຍ (Hamid Karzai) ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 25 ສິງຫາ 2021.
ຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນ ຢູ່ໃກ້ຈຸດກວດການຄວບຄຸມໃນການຍົກຍ້າຍ ໃນລະຫວ່າງການຍົກຍ້າຍຄົນທີ່ມີຢູ່ຕໍ່ເນື່ອງ ທີ່ສະໜາມບິນສາກົນ ຮາມິດ ຄາຊາຍ (Hamid Karzai) ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 25 ສິງຫາ 2021.

ບັນດາສະມາຊິກສະພາສະຫະລັດ ໄດ້ຊຸກຍູ້ໃຫ້ປະທານາທິບໍດີ ໂຈ ໄບເດັນ ໃນວັນພຸດວານນີ້ ໃຫ້ຍົກຍ້າຍປະຊາຊົນຫຼາຍຮ້ອຍຄົນ ທີ່ມີສ່ວນກ່ຽວຂ້ອງກັບ ອົງການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM ອອກຈາກອັຟການິສຖານ ໃນຂະນະທີ່ວໍຊິງຕັນກຳລັງຮີບຮ້ອນ ທີ່ຈະຖອນກຳລັງທະຫານທັນກຳນົດເສັ້ນຕາຍ ກໍຄື ວັນທີ 31 ສິງຫານີ້.

ໃນໜັງສືສະບັບນຶ່ງ ທີ່ໄດ້ສົ່ງເຖິງທ່ານໄບເດັນ ໃນວັນອັງຄານມື້ກ່ອນນີ້ ສະມາຊິກສະພາສູງ ທ່ານເບັນ ຄາຣດີນ ແລະສະມາຊິກສະພາຕ່ຳ ທ່ານວີລລຽມ ຄີດຕິງ ໄດ້ກ່າວວ່າ ພະນັກງານຂອງອົງການ USAGM ແລະຄອບຄົວຂອງພວກເຂົາ ປະມານ 550 ຄົນ ແມ່ນຍັງພະຍາຍາມ ທີ່ຈະໜີອອກໄປ ຈາກອັຟການິສຖານ.

ອົງການ USAGM ເປັນໜ່ວຍງານອິດສະຫລະຂອງລັດຖະບານກາງ ທີ່ຄວບຄຸມຫຼາຍເຄືອຂ່າຍ ໂດຍລວມມີ ສຽງອາເມຣິກາ ຫຼື VOA ແລະ ວິທະຍຸ ອາຊາດີ.

ຈົດໝາຍສະບັບນີ້ກ່າວວ່າ “ພວກເຮົາເນັ້ນຢ້ຳຕໍ່ທ່ານ ວ່າ ພວກພະນັກງານ 550 ຄົນຂອງອົງການ USAGM ແລະຄອບຄົວຂອງພວກເຂົາ ແມ່ນບໍ່ແຕກຕ່າງເລີຍຈາກນັກຂ່າວທັງຫຼາຍ ທີ່ທ່ານໄດ້ເຮັດວຽກຢ່າງໜັກເພື່ອຍົກຍ້າຍພວກເຂົາອອກມາແລ້ວນັ້ນ” ຊຶ່ງໃຫ້ຂໍ້ສັງເກດວ່າ ລັດຖະບານໄດ້ເຮັດວຽກຮ່ວມກັບອົງການຂ່າວຂອງອາເມຣິກາທັງຫຼາຍ ເພື່ອຍົກຍ້າຍພະນັກງານຂອງພວກເຂົາ.

ໜັງສືສະບັບນີ້ ກ່າວອີກວ່າ “ພວກເຂົາໄດ້ຕົກເປັນ ແລະສືບຕໍ່ເປັນເປົ້າໝາຍຕໍ່ໄປສຳລັບກຸ່ມຕາລີບານ ເນື່ອງຈາກວ່າພວກເຂົາມີສ່ວນພົວພັນກັບລັດຖະບານສະຫະລັດ.”

ອົງການ USAGM ບໍ່ໄດ້ໃຫ້ຄຳຕອບໃດໆ ຕໍ່ການຂໍຮ້ອງໃຫ້ມີຄວາມເຫັນ.

ຄວາມພະຍາຍາມໃນການຍົກຍ້າຍພວກນັກຂ່າວຊາວອັຟການິສຖານໄດ້ເພີ້ມທະວີຂຶ້ນ ໃນອາທິດນີ້ ທ່າມກາງບົດລາຍງານທັງຫຼາຍທີ່ວ່າ ພວກນັກລົບຂອງກຸ່ມຕາລີບານ ໄດ້ຊອກຫາພວກພະນັກງານ ຂອງສື່ມວນຊົນບາງສ່ວນ ຢູ່ໃນບ້ານຂອງພວກເຂົາ.

ອົງການສິດທິເພື່ອສື່ມວນຊົນ ໄດ້ກ່າວວ່າ ໃນອາທິດທີ່ຜ່ານມາ ກຸ່ມຕາລີບານໄດ້ຄົ້ນສະຖານທີ່ ທີ່ພວກນັກຂ່າວຢ່າງໜ້ອຍ 5 ຄົນ ເປັນເຈົ້າຂອງນັ້ນ.

https://www.voanews.com/press-freedom/afghanistan-evacuation-efforts-intensify-amid-reports-taliban-searches-journalists

ລາຍງານກ່ຽວກັບການຮາວີ ແລະກວດຄົ້ນໄດ້ມີຂຶ້ນນຶ່ງອາທິດຫຼັງຈາກທີ່ກຸ່ມຕາລີບານ ໄດ້ຈັດກອງປະຊຸມຖະແຫລງຂ່າວຄັ້ງທຳອິດ ຢູ່ໃນນະຄອນຫຼວງກາບູລ.

ທຳນຽບຂາວ ໄດ້ກ່າວໃນວັນພຸດວານນີ້ວ່າ ນັບຕັ້ງແຕ່ວັນທີ 14 ສິງຫາເປັນຕົ້ນມາ ສະຫະລັດ ໄດ້ຍົກຍ້າຍ ຫຼື ຊ່ອຍຍົກຍ້າຍປະຊາຊົນປະມານ ​82,300 ຄົນ ດ້ວຍຖ້ຽວບິນ ຂອງກອງທັບສະຫະລັດ ແລະພັນທະມິດ ທີ່ເປັນນຶ່ງໃນການຂົນສົ່ງທາງອາກາດ ທີ່ໃຫຍ່ສຸດໃນປະຫວັດສາດ. ນັບແຕ່ທ້າຍເດືອນກໍລະກົດ ເປັນຕົ້ນມາ ສະຫະລັດໄດ້ຍົກຍ້າຍປະຊາຊົນ ປະມານ 88,000 ຄົນ ໄປປະເທດທີສາມແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG