ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສຫລ ເດີນທາງ ໄປແຄ້ວນ Dagestan ຂອງ ຣັດເຊຍ (ວີດີໂອ)


ເຈົ້າ​ໜ້າ​ທີ່​ສືບສວນ​ຂອງ​ສະຫະລັດ ​ເດີນທາງ​ໄປ​ຍັງແຄວ້ນ
Dagestan ຂອງຣັດເຊຍ ​ເພື່ອ​ສອບ​ປາກ​ຄໍາ​ ພໍ່​ແມ່​ຂອງ​ສອງອ້າຍນ້ອງ​ຜູ້​ຕ້ອງ​ສົງ​ໄສ.
ເຈົ້າ​ໜ້າ​ທີ່​ສືບສວນ​ຂອງ​ສະຫະລັດ ​ເດີນທາງ​ໄປ​ຍັງແຄວ້ນ Dagestan ຂອງຣັດເຊຍ ​ເພື່ອ​ສອບ​ປາກ​ຄໍາ​ ພໍ່​ແມ່​ຂອງ​ສອງອ້າຍນ້ອງ​ຜູ້​ຕ້ອງ​ສົງ​ໄສ.
ເຈົ້າ​ໜ້າ​ທີ່​ສືບສວນ​ຂອງ​ສະຫະລັດ ​ໄດ້​ເດີນທາງ​ໄປ​ຍັງແຄວ້ນ
Dagestan ຂອງຣັດ​ເຊຍ ​ເພື່ອ​ສອບ​ປາກ​ຄໍາ​ພໍ່​ແມ່​ຂອງ​ສອງ
ອ້າຍນ້ອງ​ຜູ້​ຕ້ອງ​ສົງ​ໄສ ​ໃນ​ຄະດີ​ວາງ​ລະ​ເບີດ​ຢູ່​ບ່ອນ​ແລ່ນ​ແຂ່ງ​ມາຣາທອນ ​ໃນ​ນະຄອນ​ບອສຕັນ​ນັ້ນ.

ສະຖານທູດ​ສະຫະລັດທີ່​ມອສ​ໂຄ ກ່າວ​ວ່າ ທີ​ມສືບສວນ​ດັ່ງກ່າວ​ກໍາລັງ​ທໍາ​ງານ​ຮ່ວມ​ກັບ​ລັດຖະບານ​ຮັດ​ເຊຍ.

ຜູ້​ຕ້ອງ​ສົງ​ໄສ​ຄົນ​ອ້າ​ຍ ທ້າວ Tamerlan Tsarnaev ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ Dagestan ​ແລະ Chechnya ​ເປັນ​ເວລາ 6 ​ເດືອນ​ໃນ​ປີ​ກາຍ​ນີ້. ພວກ​ນັກ​ສືບສວນ​ຢາກ​ຮູ້ ວ່າ​ ​ເຂົາ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ໃດໆ​ຫລື​ບໍ່ ​ໃນ​ລະຫວ່າງ​ກ່ານ​ຢ້ຽມຢາມ​ດັ່ງກ່າວ.

ບັນດາ​ສະມາຊິກ​ລັດຖະສະພາ​ສະຫະລັດ​ໄດ້​ສົນທະນາ​ກັນ ກ່ຽວ​ກັບ​ເລື້ອງ​ນີ້​ໃນ​ວັນ​ອັງຄານ ວານ​ນີ້ ເວລາ​ພວກ​ທ່ານ​ເວົ້າ​ເຖິງຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ແບ່ງ​ໃຊ້ຂໍ້​ມູນສືບ​ລັບ ລະຫວ່າງ​ບັນດາພະ​ແນ​ກການປະຕິບັດ​ກົດໝາຍ​ຕ່າງໆຂອງ​ລັດຖະບາ​ນ
ກາງ.
ຜູ້​ແທນ​ສະພາ​ສູງທ່ານ Linsey Graham ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ FBI ​ໄດ້​ບອກ​ ທ່ານວ່າ ຕົນ​ບໍ່ຮູ້ເລື້ອງ​ກ່ຽວ​ກັບ​ການ​ເດີນທາງ​ໄປ Chechnya ​ແລະ Dagestan ຂອງທ້າວ Tamerlan.

ລັດຖະມົນຕີ​ກະຊວງຮັກສາຄວາມ​ປອດ​ໄພ​ພາຍ​ໃນ ທ່ານ​ນາງ Janet Napolitano ​ໄດ້​ກ່າວ​ຕໍ່ຄະນະ​ກໍາ​ມະ​ການ​ສືບ​ລັບ​ຂອງ​ສະພາ​ສູງ​ວ່າ ກະ​ຊວງ​ຂອງ​ທ່ານນາງ ຮູ້​ກ່ຽວ​ກັບ​ການ​ເດີນທາງ​ເປັນ​ເວລາ​ຫົກ​ເດືອນ ແຕ່​ວ່າການ​ເຕືອນ​ຂອງ FBI ​ກ່ຽວ​ກັບທ້າວ Tsarmaev ນັ້ນ ໄດ້ໝົດ​ອາຍຸລົງ​ ກ່ອນ​ເວລາ​ລາວກັບ​ຄືນມາສະຫະລັດ.

​ເຈົ້າ​ໜ້າ​ທີ່ FBI ​ໄດ້​ສໍາພາດ ທ້າວ Tsarnaev ​ໃນ​ປີ 2011 ​ຕາມ​ການ​ຂໍ​ຮ້ອງ​ຂອງຣັດ​ເຊຍ ​ແຕ່ບໍ່​ໄດ້​ພົບ​ເຫັນວ່າ ​ລາວມີການພົວພັນ​ໃດໆ​ກັບພວກ​ກໍ່​ການ​ຮ້າຍ ໃນ​ເວລາ​ນັ້ນ. ​
ຫລັງ​ຈາກ​ຮັບ​ຟັງການລາຍ​ງານແບບ​ປິດ​ລັບໂດຍ​ເຈົ້າ​ໜ້າທີ່ FBI ​ໃນ​ວັນ​ອັງຄານວານ​ນີ້​ແລ້ວ ຜູ້​ແທນ​ສະພາ​ສູງພັກ​ຣີພັບບລິ​ກັນ ທ່ານ​ນາງ Susan Collins ກ່າວ​ວ່າ ມີບັນ
ຫາກ່ຽວກັບ​ການ​ແບ່ງ​ໃຊ້​ “ຂໍ້​ມູນການ​ສືບສວນ​ທີ່​ສໍາຄັນ​” ຢູ່​ພາຍ​ໃນ ​ແລະລະຫວ່າງພະ​ແນ​ກການ​ຕ່າງໆ.

ທ້າວ Tamerlan Tsarnaev ​ໄດ້​ເສຍ​ຊີວິດ​ຫລັງ​ຈາກ​ການຍິງ​ກັນ​ກັບ​ຕໍາຫລວດ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ ​ໃນ​ຂະນະ​ທີ່​ນ້ອງ​ຊາຍ​ຂອງ​ລາວ ທ້າວ Dzhokhar ​ໄດ້​ຖືກ​ຈັບ​ໃນ​ວັນ​ຕໍ່​ມາ.

ທ້າວ Dzhokhar ອາຍຸ 19 ປີ ​ໄດ້​ຖືກ​ກ່າວ​ຫາ​ໃຊ້​ອາວຸດທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ. ລາວ​ຖືກເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ ຄວບ​ຄຸມ​ໂຕ​ໄວ້ ຢູ່ທີ່​ໂຮງໝໍ​ນະຄອນບອສຕັນ.

ບັນດາ​ເຈົ້າ​ໜ້າທີ່ສະຫະລັດ​ ກ່າວ​ວ່າ​ ທ້າວ Dzhokhar ​ໄດ້​ບອກ​ເຂົາ​ເຈົ້າ ໃນການ​ສຳພາດ ​ຂັ້ນ​ຕົ້ນວ່າ ລາວແລະ​ອ້າຍ​ຂອງ​ລາວ ສ່ວນ​ນຶ່ງ​ແລ້ວ​ໄ​ດ້ຖືກຈູງ​ໃຈ​ຍ້ອນການ​ເຮັດສົງຄາມຂອງ ສະຫະລັດ ​ໃນອີຣັກ ​ແລະ​ອັຟກາ​ນິສຖານ ແຕ່​ພວກ​ເຂົາ​ເຈົ້າໄດ້​ເລີ້ມ
ກາຍ​ເປັນ​ພວກ​ຫົວ​ຮຸນ ​ແຮງ​ດ້ວຍ​ຕົວ​ເອງ ​ແລະ​ກໍ​ບໍ່​ໄດ້​ມີ​ສ່ວນ​ພົວພັນ​ກັບ​ຕາໜ່າງກໍ່​ການ​ຮ້າຍ​ໃດໆ.

ທັງ​ສອງອ້າຍນ້ອງ​ເປັນ​ຊາວ Chechnia ​ທີ່​ໄດ້​ເຂົ້າ​ມາຢູ່ສະ​ຫະລັດ ​ໃນຕອນ​ຍັງເປັນ​ເດັກນ້ອຍ​ຢູ່.

ຕາມ​ກ່າວ​ຫາ​ນັ້ນ ທັງ​ສອງ​ຄົນ​ໄດ້​ບີບ​ຄະ​ນວນ​ລະ​ເບີດໃຫ້ແຕກ​ຂື້ນ ໃກ້ໆ​ກັບ​ເສັ້ນ​ໄຊ ​ໃນ ການ​ແລ່ນ​ມາຣາ​ທອນ ອາທິດ​ແລ້ວ​ນີ້ ​ເຮັດ​ໃຫ້​ສາມ​ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດເຈັບ 264 ຄົນ. ຜູ້​ໄດ້​ຮັບ​ບາດ​ເຈັບ​ຈໍານວນ​ນຶ່ງ​ໄດ້​ເສຍ​ຂາ​ຂອງ​ເຂົາ​ເຈົ້າ.

​ນອກ​ນັ້ນໃນ​ວັນ​ອັງຄານວານ​ນີ້ ​ເຈົ້າ​ຄອງ​ກໍາ​ແພງ​ນະຄອນບອສຕັນ ທ່ານ Thomas Menino ​ໄດ້​ກ່າວ​ວ່າ ກອງ​ທຶນ​ຊ່ວຍ​ເຫລືອ​ຜູ້​ໄດ້​ຮັບ​ເຄາະຮ້າຍ​ຈາກ​ລະ​ເບີດ ​ໄດ້​ຮັບຈາ​ກການ​ບໍລິຈາກ ​ເປັນ​ຈໍານວນ​ເງິນ 20 ລ້າ​ນ​ໂດ​ລາ ​ໃນ​ເວລາພຽງບໍ່​ເຖິງ​ອາທິດ. ທ່ານ Menino ຮ້ອງການ​ເຫັນ​ອົກ​ເຫັນ​ໃຈ​ຈາ​ກທົ່ວ​ໂລກນີ້ວ່າ ຍິ່ງ​ໃຫຍ່ ​ແລະ​ຫລາຍ​ໄປ​ກ່ອນ​ທີ່​ທ່ານໄດ້ຄາດຄິດໄວ້.

Boston
please wait
Embed

No media source currently available

0:00 0:01:55 0:00
XS
SM
MD
LG