ລັດຖະສະພາສະຫະລັດ ໄດ້ເສັດສິ້ນວຽກງານ ປະຈໍາປີຂອງຕົນ
ແລະໄດ້ຢຸດພັກທ້າຍປີແລ້ວ. ກ່ອນການເດີນທາງອອກຈາກນະ
ຄອນຫລວງ ວໍຊິງຕັນ ບັນດາຜູ້ແທນສະພາ ໄດ້ຂີດເສັ້ນ ສໍາລັບ
ການຕໍ່ສູ້ທາງການເມືອງ ໃນປີ 2014 ຊຶ່ງເປັນປີເລືອກຕັ້ງເອົາ
ສະມາຊິກສະພາຕໍ່າໃໝ່ ທັງໝົດ ແລະນຶ່ງສ່ວນສາມຂອງສະ
ມາຊິກສະພາສູງ ທີ່ມີກໍານົດດໍາລົງຕໍາແໜ່ງ 6 ປີ ໃນຂະນະທີ່
ສະມາຊິກສະພາຕໍ່າ ມີ 2 ປີນັ້ນ.
ນຶ່ງໃນຫລາຍໆວຽກງານອັນສຸດທ້າຍ ຂອງລັດຖະສະພາ ໃນປີ
2013 ນີ້ ກໍຄື ຜ່ານງົບປະມານສອງປີ ຂອງລັດຖະບານກາງ ທີ່
ໄດ້ຮັບຄວາມ ເຫັນດີຈາກທັງສອງກໍ້າສອງຝ່າຍ. ແຕ່ວ່າພັກເດ
ໂມແຄຣັດ ກັບພັກຣີ ພັບບລິກັນ ຈະສືບຕໍ່ຮ່ວມໄມ້ຮ່ວມມື ນໍາກັນອີກຫລືບໍ່ ໃນປີຕໍ່ໜ້ານີ້?
ຄິດວ່າ ຄົງຈະບໍ່ ຖ້າອິງຕາມ ຄວາມເຫັນກ່ອນຈາກວໍຊິງຕັນໄປ ຂອງ ພວກຜູ້ແທນບາງຄົນ.
ພັກເດໂມແຄຣັດ ແມ່ນຢາກສຸມໃສ່ ການຫາທາງແກ້ໄຂ ຊ່ອງວ່າງທີ່ຂະຫຍາຍກວ້າງ
ອອກເລື້ອຍໆ ລະຫວ່າງຊາວອາເມຣິກັນ ທີ່ຮັ່ງມີ ແລະພວກຊົນຊັ້ນກໍາມາຊີບ. ຜູ້ແທນສະພາສູງ Richard Durbin ກ່າວວ່າ:
“ເວລາພວກເຮົາກັບຄືນມາເຮັດວຽກ ໃນປີໜ້າ ພວກເຮົາຈໍາເປັນຕ້ອງໄດ້ ເອົາບັນ
ຫາຂອງພວກຄອບຄົວ ທີ່ເຮັດວຽກອອກແຮງງານນັ້ນເປັນ ວຽກບູລິມະສິດສູງສຸດ
ຂອງພວກເຮົາ.”
ຝ່າຍພັກຣີພັບບລິກັນນັ້ນ ບໍ່ເຫັນດີນໍາ. ໃນຂະນະທີ່ ພັກເດໂມແຄຣັດ ກະຕືລືລົ້ນຢາກເອົາ
ເລື້ອງບັນຫາເສດຖະກິດຂອງມະຫາຊົນ ເຂົ້າເປັນຫົວຂໍ້ໃຫຍ່ ຂອງການເລືອກຕັ້ງປີ 2014
ນັ້ນ ຜູ້ແທນສະພາສູງສັງກັດພັກຣີພັບບລິກັນ ທ່ານ Tom Coburn ຍັງເຈາະຈົງໃສ່ບັນຫາ
ການເງິນຂອງສະຫະລັດ ຊຶ່ງທ່ານກ່າວວ່າ:
“ຖ້າຫາກທ່ານເບິ່ງການຂາດດຸນງົບປະມານ ຈໍານວນ 700 ພັນລ້ານຫລື 700 ຕື້
ໂດລ່າ ແລະໜີ້ສິນຂອງຊາດ ຈໍານວນເກືອບ 18 ພັນຕື້ນັ້ນແລ້ວ ພວກຜູ້ໃຫຍ່ບາງ
ຄົນໃນຫ້ອງນີ້ ຕ້ອງໄດ້ຖາມວ່າ ພວກເຮົາໃຊ້ຈ່າຍເງິນ ຢ່າງສະຫລາດຮອບຄອບ
ແລະຢ່າງມີປະສິດທິຜົນຫລືບໍ່?”
ແລະພັກຣີພັບບລິກັນ ຈະເຕືອນບັນດາຜູ້ປ່ອນບັດ ເຖິງຄວາມຂາດຕົກບົກຜ່ອງຂອງກົດ
ໝາຍຮັກສາສຸຂະພາບ ຂອງປະທານາທິບໍດີ Barack Obama. ຜູ້ແທນສະພາສູງ John
Thune ກ່າວວ່າ:
“ພວກຜູ້ແທນພັກເດໂມແຄຣັດ ແລະປະທານາທິບໍດີ ໄດ້ໃຫ້ຄໍາໝັ້ນສັນຍາແກ່ປະຊາຊົນ
ອາເມຣິກັນ. ເຂົາເຈົ້າກ່າວວ່າ “ພວກເຮົາຈະເຮັດໃຫ້ ການຮັກສາສຸຂະພາບ ຖືກສໍາລັບ
ທຸກໆຄົນ.” ແຕ່ວ່າ ຕາບໃດທີ່ຍັງມີກົດໝາຍປະກັນໄພສຸຂະພາບຂອງ ທ່ານ Obama ຢູ່
ຄໍາໝັ້ນສັນຍາດັ່ງກ່າວນັ້ນ ກໍແມ່ນຈະບໍ່ໄດ້ຮັບການປະຕິບັດຕາມ ສືບຕໍ່ໄປ.”