ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ສຫລ ກຽມລົງຄະແນນສຽງ ກ່ຽວກັບ ກົດໝາຍ ຄົນເຂົ້າເມືອງ


ສະມາຊິກສະພາສັງກັດພັກເດໂມແຄຣັດ ພາກັນຮ້ອງໂຮ ໃນການປະທ້ວງ ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ທຳການປະຊຸມທີ່ລັດຖະສະພາ ແຄັບປິຕອລ ຮິລ. 19 ມິຖຸນາ, 2018.
ສະມາຊິກສະພາສັງກັດພັກເດໂມແຄຣັດ ພາກັນຮ້ອງໂຮ ໃນການປະທ້ວງ ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ທຳການປະຊຸມທີ່ລັດຖະສະພາ ແຄັບປິຕອລ ຮິລ. 19 ມິຖຸນາ, 2018.

ບັນດາສະມາຊິກພັກຣີພັບບລີກັນໃນສະພາຕໍ່າ ສະຫະລັດ ມີແຜນທີ່ຈະ ຈັດການລົງ
ຄະແນນສຽງ ໃນສັບປະດາໜ້າ ກ່ຽວກັບ ຮ່າງກົດໝາຍຄົນເຂົ້າເມືອງສະບັບນຶ່ງ ເຖິງ
ແມ່ນວ່າທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ເຂົາເຈົ້າ ໂຈະຄວາມພະຍາຍາມ ທີ່ຈະຮັບຜ່ານ
ຮ່າງກົດໝາຍນີ້ ຈົນຮອດຫຼັງຈາກ ການເລືອກຕັ້ງກາງສະໄໝກໍຕາມ.

ເຖິງແມ່ນພັກຣີພັບບລີກັນ ກຳສຽງສ່ວນຫຼາຍ ທັງໃນສະພາສູງ ແລະ ສະພາຕໍ່າກໍຈິງ,
ແຕ່ການຮັບຮອງ ເອົາຮ່າງກົດໝາຍສະບັບດັ່ງກ່າວ, ເຂົາເຈົ້າເກືອບແນ່ນອນແລ້ວວ່າ
ຈະປະເຊີນກັບຄວາມຜ່າຍແພ້ ໃນສະພາສູງ ເຊິ່ງພັກເດໂມແຄຣັດ ມີບ່ອນນັ່ງພຽງພໍ
ເພື່ອຈະປ້ອງກັນບໍ່ໃຫ້ພັກຣີພັບບລີກັນ, ແລະ ເຖິງແມ່ນວ່າ ເຂົາເຈົ້າທຸກຄົນລົງຄະແນນ
ສຽງນຳກັນ, ກໍຈະບໍ່ໄດ້ຮັບ 60 ຄະແນນສຽງທີ່ຕ້ອງການເພື່ອຮັບຜ່ານ ກົດໝາຍດັ່ງ
ກ່າວ.

ໃນຕົ້ນສັບປະດາແລ້ວນີ້, ທ່ານປະທານາທິບໍດີ ໄດ້ຮຽກຮ້ອງໃຫ້ລັດຖະສະພາຮັບຮອງ
ເອົາຮ່າງກົດໝາຍປະຕິຮູບລະບົບຄົນເຂົ້າເມືອງຢ່າງໄວ ວາ. ແຕ່ໃນຂໍ້ຄວາມທີ່ຂຽນໃນ
ທວິດເຕີ້ ເມື່ອວັນສຸກທີ່ຜ່ານມາທ່ານປະ ທານາທິບໍດີໄດ້ເວົ້າວ່າ, “ພັກຣີພັບບລີກັນ
ຄວນຢຸດເສຍເວລາຂອງເຂົາ ເຈົ້າ ກ່ຽວກັບ ບັນຫາຄົນເຂົ້າເມືອງ ຈົນກວ່າຫຼັງຈາກ
ພວກເຮົາເລືອກເອົາສະມາຊິກສະສູງ ແລະ ສະມາຊິກສະພາຕໍ່າຊາຍ ແລະ ຍິງ ເພີ່ມ
ເຕີມໃນເດືອນພະຈິກ. ພວກເດໂມແຄຣັດ ກຳລັງຫຼິ້ນເກມກັບພວກເຮົາຊື່ໆ, ເຂົາເຈົ້າ
ບໍ່ມີເຈຕະນາທີ່ ຈະເຮັດຫຍັງ ເພື່ອແກ້ໄຂບັນຫາ ທີ່ມີມາຫຼາຍທົດສະວັດນີ້. ພວກເຮົາ
ສາມາດຮັບຜ່ານຮ່າງກົດໝາຍທີ່ຍິ່ງໃຫຍ່ນີ້ຫຼັງຈາກພວກເຮົາໄດ້ໄຊຊະນະແລ້ວ.”

ສະມາຊິກສະພາຕໍ່າ ອີລຽນນາ ຣອສ-ເລທິເນັນ, ສັງກັດພັກຣີພັບບລີກັນ ທີ່ເປັນຕົວ
ແທນ ໃຫ້ແກ່ເມືອງ ທີ່ມີຄົນເວົ້າພາສາສເປນເປັນສ່ວນຫຼາຍໃນລັດຟລໍຣິດາ, ເຊິ່ງທ່ານ
ນາງບໍ່ໄດ້ລົງແຂ່ງຂັນເອົາຕຳແໜ່ງຕື່ມອີກນັ້ນ, ໄດ້ເອີ້ນຄຳເວົ້າ ໃນທວິດເຕີ ຂອງທ່ານ
ປະທາ ນາທິບໍດີວ່າ “ສ້າງນະໂຍບາຍທີ່ບໍ່ສະບາຍທາງຈິດ.”

ສະມາຊິກສະພາທີ່ກຳລັງຈະອອກບຳນານອີກຄົນນຶ່ງ, ສະມາຊິກສະພາ ຕ່ຳສັງກັດ
ພັກຣີພັບບລີກັນ ຈາກລັດຄາໂຣໄລນາໃຕ້ ທ່ານ ມາກ ແຊນຝອດ, ຜູ້ທີ່ກ່າວວິຈານ
ທ່ານ ທຣຳ ເປັນປະຈຳ ເມື່ອບໍ່ດົນມານີ້ ຜູ້ທີ່ໄດ້ຜ່າຍແພ້ໃນການເລືອກຕັ້ງຂັ້ນຕົ້ນຂອງ
ທ່ານນັ້ນ ໄດ້ກ່າວວ່າ ການຕ່າວປີ້ນທ່າທີຂອງທ່ານ ໄດ້ສົ່ງ “ສັນຍານ ທີ່ເປັນຕາຂົນ
ລຸກຢ່າງຍິ່ງ” ທີ່ຈະເຮັດໃຫ້ການປະຕິຮູບບັນຫາຄົນເຂົາເມືອງເບິ່ງຄືວ່າ ຈະບໍ່ເກີດຂຶ້ນ
ຫຼາຍກວ່າເກົ່າ.”

ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ ຄາມາລ ແຮຣີສ ຈາກລັດ
ຄາລິຟໍເນຍ ໄດ້ກ່າວໃນການຊຸມນຸມ ເພື່ອແກ້ໄຂນະ ໂຍບາຍຄົນເຂົ້າເມືອງ ທີ່ເມືອງ
ໂອເທ ເມຊາ ເມື່ອວັນເສົາວານນີ້ວ່າ, “ນີ້ແມ່ນການຕໍ່ສູ້ທີ່ເກີດມາຈາກການຮູ້ທີ່ວ່າ
ພວກເຮົາແມ່ນໃຜ ແລະ ການຕໍ່ສູ້ເພື່ອອຸດົມການຂອງປະເທດຂອງພວກເຮົາ.” ທ່ານ
ນາງ ໄດ້ກ່າວຄຳປາໄສຫຼັງຈາກໄດ້ຍ່າງຊົມສະຖານທີ່ກັກຂັງ ແລະໄດ້ລົມກັບຜູ້ເປັນ
ແມ່ຫຼາຍຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG