ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກ ສະພາ ກຳລັງໄຕ່ຕອງ ເບິ່ງຄວາມເສຍຫາຍ ຖ້າປະຕິເສດ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາສູງ ທ່ານ Bob Corker.
ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາສູງ ທ່ານ Bob Corker.

ນຶ່ງ​ມື້ ກ່ອນປະທາ​ນາ​ທິບໍດີ Barack Obama ກ່າວ​ຄຳປາໄສ
ຄັ້ງ​ສຳຄັນ ຮຽກ ຮ້ອງ​ໃຫ້ຮັບ​ຮອງ​ເອົາ ​ຂໍ້​ຕົກ​ລົງນິວ​ເຄລຍສາ
ກົນ​ກັບ​ອີຣ່ານ ບັນດາ​ສະມາຊິກ​ລັດຖະສະພາສະຫະລັດ ກຳ
ລັງ​ວາງ​ແຜນ​ທີ່​ຈະ​ລົງຄະ​ແນນ​ສຽງ ​ກ່ຽວກັບຂໍ້​ຕົກລົງດັ່ງ ກ່າວ
​ໃນເດືອນ​ໜ້າ​ນີ້ ທີ່​ໄດ້​ມີ​ການ​ຕໍ່ສູ້ດີ້ນຮົນໃນຄວາມ​ເປັນ​ໄປ​ໄດ້
​ເຖິງການ​ປະຕິ​ເສດ​ທີ່​ຈະ​ຕິດຕາມ​ມາ.

ຄະນະນະ​ໂຍບາຍ​ຕ່າງປະ​ເທດ ຂອງປະທານາທິບໍດີ ໄດ້​ໃຊ້​
ເວລາ​ໃນ​ເດືອນ​ທີ່​ຜ່ານ​ມາ ກ່າ​ວ​ເຖິງ​ຄວາມ​ດີ​ຂອງ​ຂໍ້​ຕົກລົງ ​
ແລະກ່າວ​ປ້ອງ​ກັນ​ຕໍ່ລັດຖະສະພາ​ທີ່​ຍັງບໍ່​ແນ່​ໃຈ​ເທື່ອນັ້ນ.
ບັດ​ນີ້ ​ເປັນທີ​ຂອງທ່ານ Obama.

ຢູ່​ໃນ​ຄຳປາໄສໃນວັນ​ພຸດ​ມື້​ນີ້ທີ່ມະຫາວິທະຍາ​ໄລ American ​ໃນ​ນະຄອນຫຼວງ ວໍ​ຊິງ​ຕັນ
ທ່ານ Obama ມີ​ແຜນ​ທີ່​ຈະຮ້ອງ ການ​ຕັດສິນໃຈ​ຂອງລັດຖະສະພາ ກ່ຽວກັບ​ອີຣ່ານ ວ່າ “​
ເປັນ​ການອະພິປາຍ ກ່ຽວກັບນະ​ໂຍບາຍ​ຕ່າງປະ​ເທດ​ທີ່ສຳ ຄັນສຸດ ນັບຕັ້ງແຕ່ການ​ຕັດສິນ
ໃຈ​ ເຂົ້າ​ສູ່​ສົງຄາມ​ໃນ​ອີຣັກ.”

ທ່ານ​ຄາດ​ທີ່​ຈະ​ກ່າວ​ວ່າ ​ທາງ​ເລື​ອກໃນການທີ່​ຈະຮັບ​ເອົາ​ຫຼືປະ​ຕິ​ເສດ ຕໍ່ຂໍ້​ຕົກລົງ ບໍ່ຄວນ
ທີ່ຈະ​ໃກ້ຄຽງກັນເລີຍ. ​ແລະ ທ່ານ​ຈະ​ຮຽ​ກຮ້ອງບັນດາ​ສະມາຊິກ​ສະພາຢ່າ ໄດ້​ສີ້​ນ​ເປືອງ​ໂອກາດ​ປະຫວັດ​ສາດ ກ່ຽວກັບລະບົບການ​ກວດກາ​ທີ່ເຄັ່ງຄັດສຸດ ເທົ່າທີ່ເຄີຍມີ​ການເຈ
ລະຈາ​ມາ​ ​ແລະ​ເປັນ​ຂໍ້ຕົກລົງ ທີ່​ຕັດ​ເສັ້ນທາງໄປສູ່​ການ​ສ້າງ​ລະເບີດນິວ​ເຄລຍ ຂອງອີຣ່ານ.

ປະທານຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງ ທ່ານ Bob Corker
​ໄດ້​ກ່າວວ່າ “ຄະນະ​ກຳມະການ​ດັ່ງກ່າວແລະ​ລັດຖະສະພາ ມີເວລາອີກ​ປະມານ​ເດືອນ​ນຶ່ງ
ທີ່ຈະ​ຕັດສິນ​ວ່າ ຖ້າ​ຫາກ​ຂໍ້​ຕົກລົງ​ດັ່ງກ່າວ ດີ​ກ່ອນ ບໍ່​ມີ​ການ​ຕົກລົງກັນເລີຍ”.

ການຊັ່ງຊາທີ່ແຕກ​ຕ່າງ​ກັນກ່ຽວກັບຄຸນຄ່າຂອງ​ຂໍ້ຕົກລົງ​ກັບອີ​ຣ່ານ ​ແລະ​ຄວາມເສຍຫາຍ
ຖ້າ​ຫາກ​ວ່າສະຫະລັດ ຫາກ​ຢ່າງ​ໜີ​ໄປ ຈາກຂໍ້ຕົກລົງ ​ໂດຍບັນດາອະດີດ​ນັກ​ການທູດ​ຂັ້ນ​
ສູງຂອງສະຫະລັດ ​ແລະ​ບັນດາ​ອະດີດ​ເຈົ້າ​ໜ້າ​ທີ່​ຄົນ​ອຶ່ນໆ ​ໃນ​ລະຫວ່າງ​ການ​ໃຫ້ການຕໍ່​ຄະ ນະ​ກຳມະ​ການຂອງສະພາ ​ໃນ​ວັນ​ອັງຄານ​ວານ​ນີ້.

US Senate Mulls Iran Nuclear Deal
please wait

No media source currently available

0:00 0:01:01 0:00

XS
SM
MD
LG