ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສະຫະລັດ ກ່າວປະຈານ ບໍລິສັດຍັກໃຫຍ່ສື່ສັງຄົມ Facebook


ອະດີດນັກວິທະຍາສາດຂໍ້ມູນຂອງ Facebook ທ່ານນາງ ແຟຣນເຊັສ ຮໍເກັນ ໃຫ້ຄຳເຫັນໃນລະຫວ່າງການໃຫ້ການຂອງອະນຸກຳມະການ ການຄ້າ, ວິທະຍາສາດ ແລະ ການຂົນສົ່ງສະພາສູງ ກ່ຽວກັບ ການປົກປ້ອງຜູ້ບໍລິໂພກ, ຜະລິດຕະພັນ, ແລະ ການຮັກສາຄວາມປອດໄພຂໍ້ມູນ ຢູ່ຫໍລັດຖະສະພາ ສະຫະລັດ. 5 ຕຸລາ, 2021.
ອະດີດນັກວິທະຍາສາດຂໍ້ມູນຂອງ Facebook ທ່ານນາງ ແຟຣນເຊັສ ຮໍເກັນ ໃຫ້ຄຳເຫັນໃນລະຫວ່າງການໃຫ້ການຂອງອະນຸກຳມະການ ການຄ້າ, ວິທະຍາສາດ ແລະ ການຂົນສົ່ງສະພາສູງ ກ່ຽວກັບ ການປົກປ້ອງຜູ້ບໍລິໂພກ, ຜະລິດຕະພັນ, ແລະ ການຮັກສາຄວາມປອດໄພຂໍ້ມູນ ຢູ່ຫໍລັດຖະສະພາ ສະຫະລັດ. 5 ຕຸລາ, 2021.

ບັນດາສະມາຊິກສະພາ ສະຫະລັດ ຄົນສຳຄັນ ໄດ້ກ່າວປະນາມບໍລິສັດຍັກໃຫຍ່ສື່ສັງຄົມ Facebook ຫຼັງຈາກ ທ່ານນາງ ແຟຣນເຊັສ ຮໍເກັນ (Frances Haugen) ຜູ້ລາຍງານກິດຈະກຳ ທີ່ຜິດກົດໝາຍພາຍໃນ, ຜູ້ທີ່ຄັ້ງນຶ່ງເຄີຍເຮັດວຽກຢູ່ບໍລິສັດດັ່ງກ່າວ, ໄດ້ກ່າວຫາວ່າ ຜະລິດຕະພັນຂອງ Facebook ແມ່ນກຳລັງສ້າງຄວາມເສຍຫາຍຕໍ່ປະຊາຊົນ, ທຳລາຍປະຊາທິປະໄຕ ແລະ ໄດ້ຊ່ວຍໃນການເຮັດໃຫ້ປະເທດແຕກແຍກທາງການເມືອງ.

ທ່ານນາງ ຮໍເກັນ ຜູ້ທີ່ໄດ້ເຮັດວຽກເປັນຜູ້ບໍລິຫານໂຄງການຂອງ Facebook ສອງປີກວ່າ, ໄດ້ຖິ້ມຄວາມຮັບຜິດຊອບໃສ່ຜູ້ບໍລິຫານໃຫຍ່ Facebook ທ່ານ ມາກ ຊັກເຄີເບີກ ສຳລັບການໃຫ້ບູລິມະສິດບັນຫາຕ່າງໆ ກ່ຽວກັບ ຜົນກຳໄລຂອງບໍລິສັດ ຫຼາຍກວ່າການຄວບຄຸມຫົວຂໍ້ທາງອອນໄລນ໌ ໃນຫຼາຍແອັບພລີເຄຊັ້ນຂອງເຂົາເຈົ້າ ລວມທັງ ອິນສຕາແກຣມ (Instagram).

ທ່ານນາງ ຮໍເກັນ ໄດ້ໃຫ້ການຕໍ່ຄະນະກຳມະການດ້ານການຄ້າສະພາສູງ ກ່ຽວກັບ ການປົກປ້ອງຜູ້ບໍລິໂພກ ນຶ່ງວັນຫຼັງຈາກ Facebook ໄດ້ປະເຊີນກັບບັນຫາທາງດ້ານເຕັກນິກຫຼາຍຊົ່ວໂມງທີ່ໄດ້ເຮັດໃຫ້ຜູ້ໃຊ້ຫຼາຍຄົນສົງໄສວ່າເປັນຫຍັງເຂົາເຈົ້າຈຶ່ງບໍ່ສາມາດເຂົ້າໄປໃນເວັບໄຊ້ດັ່ງກ່າວໄດ້ ຫຼືແອັບພລີເຄຊັ້ນອື່ນໆຂອງເຂົາເຈົ້າເຊັ່ນ ອິນສຕາແກຣມ ແລະ ວັອດແອັບ (WhatsApp).

ທ່ານນາງ ຮໍເກັນ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າເປັນຫຍັງມັນຈຶ່ງໃຊ້ບໍ່ໄດ້, ແຕ່ຂ້າພະເຈົ້າຮູ້ມາຫຼາຍກວ່າຫ້າຊົ່ວໂມງວ່າ Facebook ບໍ່ໄດ້ຖືກໃຊ້ເພື່ອເຮັດໃຫ້ຂະຫຍາຍຄວາມແຕກແຍກ, ເຮັດໃຫ້ປະຊາທິປະໄຕບໍ່ໝັ້ນຄົງ ແລະ ເຮັດໃຫ້ເດັກຍິງ ແລະ ແມ່ຍິງຮູ້ສຶກບໍ່ດີ ກ່ຽວກັບ ຮູບຮ່າງຂອງເຂົາເຈົ້າ” ດ້ວຍການລົງຮູບທີ່ດຶງດູດໃຈຂອງນາງແບບ, ນັກຮ້ອງເພງປັອບ ແລະ ດາລາ ຮໍລີວູດ.

ບັນດາສະມາຊິກພັກເດໂມແຄຣັດ ແລະ ຣີພັບບລີກັນ, ໃນການສະແດງຄວາມເຫັນພ້ອມກັນທາງການເມືອງແບບດົນໆມີເທື່ອນຶ່ງ ໃນນະຄອນຫຼວງ ວໍຊິງຕັນ ນັ້ນ, ໄດ້ວິຈານ Facebook ຢ່າງວ່ອງ ໄວ ແລະ ໄດ້ຕິຕຽນທ່ານ ຊັກເຄີເບີກ ຢ່າງໜັກສຳລັບການໄປທ່ຽວຂີ່ເຮືອໃບ ໃນຂະນະທີ່ການໂຕ້ແຍ້ງໄດ້ເກີດຂຶ້ນກັບບໍລິສັດຂອງທ່ານ. ເຂົາເຈົ້າໄດ້ສັນຍາທີ່ຈະປະກາດໃຊ້ການຄວບຄຸມທີ່ເຄັ່ງຄັດຂຶ້ນກວ່າເກົ່າຕໍ່ສື່ສັງຄົມ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດຄອນແນຕິຄັດ ທ່ານ ຣິເຈີດ ບລູເມັນຕໍ (Richard Blumenthal) ໄດ້ໂຕ້ແຍ້ງວ່າ “ຄວາມເສຍຫາຍຕໍ່ຜົນປະໂຫຍດສ່ວນຕົວ ແລະ ຄຸນຄ່າສ່ວນຕົວທີ່ກໍ່ຂຶ້ນ Facebook ມື້ນີ້ຈະຄອບງຳຈິດໃຈຂອງລຸ້ນຄົນນຶ່ງ. ເດັກນ້ອຍຂອງພວກເຮົາແມ່ນຜູ້ທີ່ເປັນຜູ້ເຄາະຮ້າຍ. ເດັກນ້ອຍໄວລຸ້ນມື້ນີ້ແຍງເບິ່ງແວ່ນຮູ້ສຶກສົງໄສ ແລະ ບໍ່ປອດໄພ. ທ່ານ ມາກ ຊັກເຄີເບີກ ຄວນທີ່ຈະແຍງແວ່ນເບິ່ງຕົນເອງແດ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG