ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຮຽກ​ຮ້ອງ ໃຫ້​ສະ​ມາ​ຊິກ ສະ​ພາ ອອກ​ກົດ​ໝາຍ ປົກ​ປ້ອງ ຂໍ້​ມູນ​ສ່ວນ​ຕົວ ແຕ່ ດ້ວຍ​ຄວາມ​ລະ​ວັງ


ທຸງ​ຊາດ ສ​ຫລ ກຳ​ລັງ​ປິວ​ສະ​ບັດ ຢູ່​ເທິງ​ຕຶກ ລັດ​ຖະ​ສະ​ພາ ສ​ຫລ ທີ່​ວໍ​ຊິງ​ຕັນ.
ທຸງ​ຊາດ ສ​ຫລ ກຳ​ລັງ​ປິວ​ສະ​ບັດ ຢູ່​ເທິງ​ຕຶກ ລັດ​ຖະ​ສະ​ພາ ສ​ຫລ ທີ່​ວໍ​ຊິງ​ຕັນ.

ບໍ​ລິ​ສັດ​ສື່​ສານ​ຄົມ​ມະ​ນາ​ຄົມ ແລະ​ສື່​ສັງ​ຄົມ​ຍັກ​ໃຫຍ່ ຂອງ​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ສະ​
ມາ​ຊິກ​ສະ​ພາ ຮ່າງ​ກົດ​ໝາຍ ​ທີ່​ເຂັ້ມ​ແຂງ ເປັນ​ເອກ​ກະ​ພາບ ເພື່ອ​ປົກ​ປ້ອງ ຂໍ້​ມູນ​ສ່ວນ
​ຕົວ​ຂອງ​ສ່ວນ​ບຸກ​ຄົນ ໂດຍ​ບໍ່​ຕ້ອງມີ​ການກົດ​ດັນ​ຕໍ່​ນະ​ວັດ​ຕະ​ກຳ​ໃໝ່.

ຄະ​ນະ​ກຳ​ມະ​ການ​ດ້ານ​ກາ​ນ​ຄ້າ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ໄດ້​ຮັບ​ຟັງ​ຄຳ​ໃຫ້​ການ ໃນ
​ວັນ​ພຸດ​ວານນີ້ ຈາກຜູ້​ບໍ​ລິ​ຫານ​ ຂອງ ບໍ​ລິ​ສັດແອັບ​ໂປ ອາ​ເມ​ຊອນ​ດັອດ​ຄອມ ກູກ​ໂກ
ທວີດ​ເຕີ້ ແລະ​ບໍ​ລິ​ສັດ​ເອ​ທີ​ແອນ​ທີ ໃນ​ເວ​ລາ​ທີ່​ມີ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ມູນຈາກ​ແຫຼ່ງ​ຕ່າງ
ຕ່າງ ຊຶ່ງ​ຊາວ​ອາ​ເມ​ຣິ​ກັນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຍັງ​ປະ​ຫຼາດ​ໃຈ​ ຫຼືບໍ່​ຮູ້​ວ່າຂໍ້​ມູນ​ສ່ວນ
​ຕົວ​ຂອງ​ພວກ​ເຂົາ​ເຈົ້າ ອາດ​ຈະ​ຖືກ​ນຳ​ໃຊ້ ຫຼື​ແບ່ງ​ປັນ ແລະຫຼາຍ​ເຂດ ນັບ​ແຕ່​ສະ​ຫະ​
ພາບ​ຢູ​ໂຣບ ຕະ​ຫຼອດ​ເຖິງ​ ລັດ​ຄາ​ລີ​ຟໍ​ເນຍ ໄດ້​ເອົາ​ມາດຕະ​ການ​ເພື່ອ​ປົກ​ປ້ອງ​ຜູ້​ບໍ​ລິ
​ໂພກ.

ທ່ານ​ກາຍ (ບາດ) ທ​ຣີ​ໂບ ຮອງ​ປະ​ທານ​ບໍ​ລິ​ສັດ​ແອັບ​ໂປ້ ຮັບ​ຜິດ​ຊອບ ກ່ຽວ​ກັບ​ເລື້ອງ​ຊອ​ຟ​ແວ.
ທ່ານ​ກາຍ (ບາດ) ທ​ຣີ​ໂບ ຮອງ​ປະ​ທານ​ບໍ​ລິ​ສັດ​ແອັບ​ໂປ້ ຮັບ​ຜິດ​ຊອບ ກ່ຽວ​ກັບ​ເລື້ອງ​ຊອ​ຟ​ແວ.

ທ່ານ​ບາດ ທ​ຣີບ​ໂບ ຮອງ​ປະ​ທານ​ບໍ​ລິ​ສັດ​ແອບ​ໂປ້ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງ​ຊອ​ຟ​ແວ
ກ່າວ​ວ່າ “ຄວາມ​ເປັນ​ສ່ວນ​ຕົວ ແມ່ນ​ໝາຍ​ວ່າ ຫຼາຍ​ໄປ​ກວ່າ​ ການ​ມິ​ສິດ ທີ່​ຈະ​ບໍ່​ໃຫ້​ແບ່ງ​
ປັນ​ຂໍ້​ມູນ​ຂອງ​ທ່ານ ໃຫ້​ຜູ້​ອື່ນ​ໃຊ້​ນຳ. ຄວາມ​ເປັນ​ສ່ວນ​ຕົວ ແມ່ນກ່ຽວ​ກັບ​ກຳ​ນົດ​ການນຳ
​ໃຊ້​ຂໍ້​ມູນນັ້ນ ໃຫ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ເມື່ອ​ເວົ້າ​ເຖິງ​ຂໍ້ມູນ​ດັ່ງ​ກ່າວ. ພວກ​ເຮົາ​ເຊື່ອ​ວ່າ
ຄວາມ​ເປັນ​ສ່ວນ​ຕົວແມ່ນ​ສິດ​ທິ​ພື້ນ​ຖານ​ຂອງ​ມະນຸດຊຶ່ງ​ຄວນ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​
ໜຸນ ທັງ​ຈາກມາດ​ຕະ​ຖານ​ດ້ານ​ສື່​ສັງ​ຄົມແລະດ້ານ​ກົດ​ໝາຍ​ນຳ​ດ້ວຍ.”

ສ່ວນ​ທ່ານ​ລຽວ​ນາດ ຄາ​ລີ ຮອງ​ປະ​ທານ​ອະ​ວຸ​ໂສ​ຂອງ​ບໍ​ລິ​ສັດ​ເອ​ທີ​ແອນຮັບ​ຜິດຊອບ​ໃນ
​ດ້ານ​ນະ​ໂຍ​ບາຍ​ມະ​ຫາ​ຊົນ​ຂອງ​ໂລກ ກ່າວ​ວ່າ “ໃນ​ໂລກ​ທີ່​ຂັບ​ດັນ​ໂດຍຂໍ້​ມູນ​ໃນ​ທຸກມື້ຶ້ນີ້
ມັນ​ມີ​ຄວາມ​ສຳ​ຄັນ​ຕື່ມ​ຂຶ້ນ ກວ່າ​ໃນ​ເວ​ລາ​ອື່ນ​ໃດ​ທັງ​ໝົດ ທີ່​ຈະຮັກ​ສາ​ຄວາມ​ໄວ້​ເນື້ອ​ເຊື່ອ​
ໃຈ​ຂອງ​ຜູ້​ບໍ​ລິ​ໂພກ ແລະ​ໃຫ້​ພວກ​ເຂົາ​ເຈົ້າ​ຄວບ​ຄຸມ​ຂໍ້ມູນ​ສ່ວນ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ​ລຽວ​ນາດ ຄາ​ລີ ຮອງ​ປະ​ທານ​ອະ​ວຸ​ໂສ ບໍ​ລິ​ສັ​ດ​ເອ​ທີ​ແອນ​ທີ ຮັບ​ຜິດ​ຊອບ ໃນ​ດ້ານ​ນະ​ໂຍ​ບາຍ ມະ​ຫາ​ຊົນ ຂອງ​ໂລກ.
ທ່ານ​ລຽວ​ນາດ ຄາ​ລີ ຮອງ​ປະ​ທານ​ອະ​ວຸ​ໂສ ບໍ​ລິ​ສັ​ດ​ເອ​ທີ​ແອນ​ທີ ຮັບ​ຜິດ​ຊອບ ໃນ​ດ້ານ​ນະ​ໂຍ​ບາຍ ມະ​ຫາ​ຊົນ ຂອງ​ໂລກ.

ພວກ​ຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ຕ່າງໆ ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ສະ​ພາ ຈັດ​ຕັ້ງ​ປະ​ຕິບັດ​ມາດ​
ຕະ​ຖານ​ແຫ່ງ​ຊາດ ​ກ່ອນ​ທີ່​ລັດ​ຕ່າງໆ ​ຈະ​ເອົາ​ມາດ​ຕະ​ການ​ຕາມ​ລຳ​ພັງ ດັ່ງ​ທີ່​ລັດ​ຄາ​ລີ​ຟໍ​
ເນຍ​ໄດ້​ເຮັດ​ໄປ​ນັ້ນ.

ທ່ານ​ຄາ​ລີ ກ່າວ​ວ່າ “ລັດ​ຄາ​ລີ​ຟໍ​ເນຍ​ແມ່ນ​ເປັນ​ພຽງ​ລັດ​ດຽວ ແລະ​ຖ້າ​ຫາກ​ລັດ​ອື່ນໆ​ເຮັດ​
ຄື​ກັນ ພວກ​ເຮົາ​ກໍ​ຈະ​ປະ​ເຊີນ​ກັບການ​ນຳ​ເອົາ​ລະ​ບຽບ​ການ​ຂອງ​ລັດຕ່າງໆ​ມາ​ຮວມ​ເຂົ້າ
​ກັນ ທີ່​ຍາກ​ຈະ​ນຳ​ມາ​ປະ​ຕິ​ບັດ​ໄດ້ສຳ​ລັບ​ຜູ້​ບໍ​ລິ​ໂພກ ຄື​ກັນກັບ​ບໍ​ລິ​ສັດ​ໂທ​ລະ​ສັບ​ມື​ຖືແລະ
​ບັນ​ດາ​ບໍ​ລິ​ສັດ​ອິນ​ເຕີ​ແນັດ.”

ໃນ​ຂະ​ນະ​ດຽວ​ກັນ ກໍ​ມີ​ການ​ຮຽກ​ຮ້ອງ ​ໃຫ້​ບັນ​ດາສະ​ມາ​ຊິກ ​ສະ​ພາ​ສູງ ອອກ​ກົດ​ໝາຍ
​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ. ພວກ​ທີ່​ຮູ້​ເລື້ອງ​ຫຼາຍໆ​ຄົນ​ກ່າວ​ເຖິງ​ກົດ​ລະ​ບຽບ​ທີ່ຄຸ້ມ​ຄອງ
​ຂໍ້​ມູນ​ໂດຍ​ທົ່ວ​ໄປ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນຕົ້ນ​ປີນີ້ ແມ່ນ​ດຳ​
ເນີນ​ໄປ​ດ້ວຍ​ຄວາມ​ລຳ​ບາກ​ບໍ່​ໜ້ອຍ​ເລີຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG