ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກລັດຖະສະພາ ຍັບ​ເຂົ້າໃກ້ ອີກ​ບາດ​ກ້າວ​ນຶ່ງ ທີ່​ຈະເຮັດ​ໃຫ້ສົງ​ຄາມ​ສະ​ຫະ​ລັດ ໃນ​ອີ​ຣັກ​ ສິ້ນ​ສຸດ​ລົງ ຢ່າງ​ເປັນ​ທາງ​ການ


ແສງ​ແດດ​ຕ້ອງ​ໃສ່​ຈອມ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 4 ມັງ​ກອນ, 2023
ແສງ​ແດດ​ຕ້ອງ​ໃສ່​ຈອມ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 4 ມັງ​ກອນ, 2023
ບັນດາສະມາຊິກລັດຖະສະພາສະຫະລັດໃນອາທິດນີ້ ຈະເອົາບາດກ້າວອັນສຳຄັນ ໄປສູ່ການ ຍົກເລີກສິດອຳນາດ ໃນ​ການເຮັດສົງຄາມຂອງປະທານາທິບໍດີທີ່ໄດ້ມີມາຫຼາຍທົດ ສະວັດແລ້ວນັ້ນ ຂະ​ນະ​ທີ່ຄວາມພະຍາຍາມທີ່ຈະຢືນຢັນສິດອຳນາດຂອງລັດຖະສະພາ ຄືນໃໝ່ ປາ​ກົດວ່າໄດ້​ຮັບການສະໜັບສະໜຸນເພີ່ມຂຶ້ນ. “ທັງ​ພັກ​ເດ​ໂມ​ແຄຣັດ​ແລະ​ພັກ ຣີພັບ​ບລິ​ກັນແມ່ນ​ມີ​ການ​ສະ​ຫລຸບ​ຄື​ກັນ: ພວກ​ເຮົາຕ້ອງ​ເອົາ​ສົງຄາມ​ອີ​ຣັກ​ໄວ້​ທາງຫລັງ ​ຂອງ​ພວກ​ເຮົາແທ້ໆ ​ເທື່ອ​ນຶ່ງ ແລະ​ຕະ​ຫລອດ​ໄປ. ​ແລະການ​ເຮັດ​ແບບນັ້ນ ກໍ​ໝາຍ​ຄວາມ​ວ່າ ​ພວກ​ເຮົາ​ຄວນເລີ້​ມຕົ້ນດ້ວຍ​ການດັບ​ສູນ​ອຳນາດ​ທາງ​ກົດໝາຍ ​ໃນ​ການ​ລິ​ເລີ່​ມກໍ່ສົງຄາມ​,” ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ, ທ່ານ ຊຈັກ ຊູມ​ເມີ (Chuck Schumer) ທີ່ກ່າວ​ຢູ່​ໃນຫ້ອງ​ປະ​ຊຸມ​ສະພາ​ສູງ​ ໃນ​ອາທິດ​ແລ້ວ​ນີ້ ​ໂດຍໄດ້​ສັນ​ລະ​ເສີນຄວາມ​ພະຍາຍາມ​ຂອງ​ສອງພັກ.

ບັນດາສະມາຊິກລັດຖະສະພາໄດ້ພະຍາຍາມຫຼາຍຄັ້ງໃນຊຸມປີມໍ່ໆມານີ້ ເພື່ອຍົກເລີກ ການອະນຸຍາດໃນປີ 2001 ແລະ 2002 ສໍາລັບການໃຊ້ກໍາລັງທະຫານ, ຫຼື AUMFs ທີ່ໄດ້ຮັບ​ຮອງ​ເອົາ ຫຼັງຈາກມີການໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001, ຊຶ່ງໃຫ້ປະທານາທິບໍດີ ສະຫະລັດມີສິດອໍານາດອັນກວ້າງຂວາງ ໃນການປະຕິ ບັດການທາງທະຫານ ໂດຍບໍ່ໄດ້​ໃຫ້​ສິດ​ທາງ​ລັດຖະທຳ​ມະນູນ​ ແກ່​ລັດ​ຖະ​ສະພາ ​ໃນ​ການ​ອະນຸມັດເລີຍ.

ມາ​ຮອດທຸກວັນ​ນີ້, ຄວາມ​ພະຍາຍາມ​ແຕ່​ລະ​ເທື່ອແມ່ນ​ປະສົບກັບ​ຄວາມ​ລົ້ມ​ແຫຼວທ່າມ ກາງ​ສຽງ​ຕຳ​ໜິ​ທີ່​ເວົ້າວ່າ​ ການ​ຍົກ​ເລີກສິດອຳ​ນາດ​ດັ່ງກ່າວ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ​ແລະ​ກຳລັງທະ​ຫານ​ຂອງ​ສະຫະລັດ​ຢູ່​ຕ່າງປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG