ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ສຫລ ໃກ້ຈະຕົກລົງກັນໄດ້ແລ້ວ ໃນຊຸດທຶນຊ່ອຍເຫຼືອແກ້ໄຂ COVID-19 ກ່ອນວັນພັກ


ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ສັງກັດພັກຣີພັບບລີກັນ ຍ່າງຜ່ານບັນດານັກຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ທັນວາ 2020.
ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ສັງກັດພັກຣີພັບບລີກັນ ຍ່າງຜ່ານບັນດານັກຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ທັນວາ 2020.

ບັນດາສະມາຊິກສະພາສະຫະລັດ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບທຶນຊ່ອຍເຫຼືອແກ້ໄຂຜົນກະທົບຈາກໄວຣັສໂຄໂຣນາ ມູນຄ່າເກືອບ 750 ພັນລ້ານໂດລາ.

“ພວກເຮົາໄດ້ທໍາຄວາມຄືບໜ້າໄປທິດທາງອັນສໍາຄັນ ໃນການເຈລະຈາຕໍ່ລອງເພື່ອເປົ້າໝາຍຂອງຊຸດບັນເທົາທຸກໂຣກລະບາດ ທີ່ຈະສາມາດຮັບຜ່ານທັງສອງສະພາໄດ້ ໂດຍການສະໜັບສະໜຸນສຽງສ່ວນຫຼາຍຈາກທັງສອງພັກການເມືອງ” ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສວນຫຼາຍຂອງສະພາສູງ ໄດ້ກ່າວໄປຢູ່ທີ່ຫໍສະພາສູງ ໃນວັນພຸດວານນີ້.

ຊຸດການຊ່ອຍເຫຼືອດັ່ງກ່າວ ເປັນພື້ນຖານຂອງຂໍ້ສະເໜີມູນຄ່າ 908 ພັນລ້ານໂດລາ ທີ່ໄດ້ຖືກເປີດເຜີຍໂດຍກຸ່ມສະມາຊິກສະພາສູງ ຈາກທັງສອງພັກການເມືອງ ເມື່ອວັນຈັນຜ່ານມາ ແລະຈະເປັນໄປໄດ້ສູງວ່າ ຈະເອົາສອງຈຸດທີ່ສຳຄັນຂອງຂໍ້ຂັດແຍ້ງ ລະຫວ່າງທັງສອງພັກອອກໄປ ນັ້ນກໍຄື ການປົກປ້ອງພວກທຸລະກິດຈາກການຟ້ອງຮ້ອງເພື່ອໃຫ້ຮັບຜິດຊອບ ແລະການຊ່ອຍເຫຼືອແກ່ລັດຖະບານລັດແລະທ້ອງຖິ່ນ.

ທ່ານແມັກຄອນແນລ ໄດ້ສະເໜີແນະວ່າ ຄັນຈະຮັບຜ່ານທຶນເພື່ອຊ່ອຍບັນເທົາທຸກຍ້ອນໄວຣັສໂຄໂຣນາຫຼາຍຂຶ້ນອີກ ບັນດາສະມາຊິກ ຈະຕ້ອງເອົາສິ່ງທີ່ທ່ານກ່າວວ່າເປັນສອງຈຸດທີ່ສຳຄັນຂອງການຂັດແຍ້ງກັນເຫຼົ່ານັ້ນອອກໄປ ຊຶ່ງພັກຣີພັບບລີກັນ ຂໍໃຫ້ມີການປົກປ້ອງພວກທຸລະກິດ ຈາກການຟ້ອງຮ້ອງເພື່ອໃຫ້ຮັບຜິດຊອບ ທີ່ຈະເປີດກິດຈະການຄືນໃໝ່ອີກ ໂດຍປາສະຈາກຄວາມຢ້ານກົວວ່າ ຈະຖືກຟ້ອງຮ້ອງໃນເລື້ອງທີ່ກ່ຽວຂ້ອງກັບໂຣກລະບາດ ແລະສ່ວນພັກເດໂມແຄຣັດ ຂໍໃຫ້ຈັດສັນທຶນຊ່ອຍເຫຼືອແກ່ລັດຖະບານລັດແລະທ້ອງຖິ່ນ ຫຼາຍຂຶ້ນ ອັນເປັນສ່ວນນຶ່ງທີ່ ຈະແກ້ໄຂ ບ່ອນທີ່ບໍ່ມີເງິນໃນການໃຊ້ຈ່າຍໃຫ້ແກ່ພວກພະນັກງານສຸກເສີນຜູ້ທີ່ຢູ່ແນວໜ້າ.

“ພວກເຮົາໝົດທຸກຄົນຮູ້ວ່າ ລັດຖະບານຊຸດໃໝ່ ຈະຂໍທຶນອີກຊຸດນຶ່ງຕື່ມ. ພວກເຮົາສາມາດຢູ່ລອດ ເພື່ອຕໍ່ສູ້ໄດ້ອີກມື້ນຶ່ງ ໃນເລື້ອງທີ່ພວກເຮົາບໍ່ເຫັນດີນຳກັນ. ແຕ່ພວກເຮົາກໍຄວນຕົກລົງກັນເພື່ອທີ່ຈະເດີນໜ້າຕໍ່ໄປ ໃນເລື້ອງທີ່ພວກເຮົາສາມາດຕົກລົງກັນໄດ້” ທ່ານແມັກຄອນແນລ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານຜ່ານມາ.

ບັນດາສະມາຊິກສະພາຕ່ຳຈາກພັກເດໂມແຄຣັດ ກ່ອນໜ້ານີ້ ໄດ້ປະຕິເສດຕໍ່ຂໍ້ສະເໜີດັ່ງກ່າວ ໂດຍກ່າວວ່າ ມັນຈະປ່ອຍປະລະເລີຍພວກພະນັກງານສຸກເສີນ ແລະເຮັດໃຫ້ການແຈກຢາຍຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຊັກຊ້າລົງ. ແຕ່ຜູ້ນຳສຽງສ່ວນໜ້ອຍ ທ່ານຈຊັກ ຊູເມີ ບໍ່ໄດ້ເອີ່ຍເຖິງການຊ່ອຍເຫຼືອລັດຖະບານຂັ້ນລັດແລະທ້ອງຖິ່ນ ໃນບັນຊີບູລິມະສິດຂອງພັກເດໂມແຄຣັດ ເມື່ອວັນພຸດວານນີ້.

“ພວກເຮົາ ຈາກພັກເດໂມແຄຣັດ ຢາກຈະໃຫ້ພິຈາລະນາເກີນກວ່ານັ້ນອີກ. ແຕ່ອັນນີ້ ຈະບໍ່ເປັນຄັ້ງສຸດທ້າຍ ທີ່ລັດຖະສະພາຈະກ່າວກ່ຽວກັບການບັນເທົາທຸກຍ້ອນໂຄວິດ” ທ່ານຊູເມີ ໄດ້ກ່າວໄປຢູ່ທີ່ສະພາສູງ ໂດຍອ້າງອີງເຖິງພະຍາດທີ່ເກີດຈາກໄວຣັສໂຄໂຣນາ.

ຫຼັງຈາກກອງປະຊຸມທີ່ໄດ້ມີກຳລັງໃຈເມື່ອຕອນແລງວັນອັງຄານຜ່ານມາ ປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ທ່ານຊູເມີ ແລະທ່ານແມັກຄອນແນລ ກໍໄດ້ມີກຳນົດທີ່ຈະພົບປະກັນອີກເທື່ອນຶ່ງ ໃນຕອນບ່າຍຂອງວັນພຸດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG