ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາສະຫະລັດ ເຄື່ອນ​ໄຫວ ເພື່ອປະເມີນນະໂຍບາຍສະຫະລັດ ກ່ຽວກັບ ຈີນ ອີກຄັ້ງ


ແຟ້ມ-ທຸງຂອງສະຫະລັດ ແລະ ຈີນ ຈັດສໍາລັບການປະຊຸມ ຢູ່ທີ່ກະຊວງຄົມມະນາຄົມຂອງຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 27 ເມສາ 2018.
ແຟ້ມ-ທຸງຂອງສະຫະລັດ ແລະ ຈີນ ຈັດສໍາລັບການປະຊຸມ ຢູ່ທີ່ກະຊວງຄົມມະນາຄົມຂອງຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 27 ເມສາ 2018.

ການປະເມີນຜົນກ່ຽວກັບນະໂຍບາຍຂອງອາເມຣິກາ ທີ່ມີຕໍ່ຈີນອີກຄັ້ງ ໂດຍລັດ ຖະສະພາ, ຄາດວ່າຈະມີການດໍາເນີນງານຢ່າງເອົາຈິງເອົາຈັງ ໃນເດືອນໜ້ານີ້.

ໃນການລົງຄະແນນ 365 ຕໍ່ 65 ສຽງ, ສະພາຕໍ່າສະຫະລັດ ໄດ້ຮັບຜ່ານຮ່າງມະຕິໃນວັນອັງຄານແລ້ວນີ້ ໂດຍຈັດຕັ້ງຄະນະກໍາມະການພິເສດ ກ່ຽວກັບຈີນ. ປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ໄດ້ຂໍ​ໃຫ້​ສະ​ມາ​ຊິກພັກຣີພັບບຣິກັນ ທ່ານໄມຄ໌ ກາລລາເກີ (Mike Gallagher) ມາເປັນຫົວໜ້າຄະນະກໍາມະການທີ່ຈະດໍາເນີນງານດັ່ງ​ກ່າວ.

ທ່ານກາລລາເກີ ກ່າວຢູ່ໃນການໃຫ້ສໍາພາດກັບ VOA ພາກພາສາຈີນກາງວ່າ “ມີຄົນຈໍານວນຫຼາຍໃຫ້ຄວາມສົນໃຈ. ຂ້າພະເຈົ້າໄດ້ໂອ້ລົມກັບກຸ່ມແກນນໍາຂອງພັກຣີພັບບຣິກັນ ໃນຕອນເຊົ້າມື້ນີ້, ແລະກໍມີຫຼາຍຄົນສະແດງຄວາມສົນໃຈ. ຂ້າ ພະເຈົ້າເບິ່ງໃນແງ່ດີວ່າ ພວກເຮົາກໍາລັງມີສະມາຊິກຂອງກຸ່ມທີ່ມີຄວາມເອົາຈິງເອົາຈັງ ພ້ອມດ້ວຍປະສົບການທີ່ມີຂອບເຂດກວ້າງຂວາງ ເຊິ່ງມັນກ່ຽວຂ້ອງກັບປະເດັນຕ່າງໆ ທີ່ພວກເຮົາກໍາລັງປະເຊີນຢູ່ໃນຂະນະນີ້.”

ທ່ານກາລລາເກີ ກ່າວກັບ VOA ວ່າ ຄະນະກໍາມະການນີ້ຄາດວ່າ ຈະດໍາເນີນການພິຈາລານາຄັ້ງທໍາອິດ ໃນກາງເດືອນກຸມພາ, ເຊິ່ງປະກອບດ້ວຍສະມາຊິກສະພາຈາກທັງສອງພັກ.

ທ່ານກ່າວວ່າ “ສໍາລັບຜູ້ທີ່ມີຄວາມສົນໃຈ ຈາກພັກເດໂມແຄຣັດ ທີ່ຈະຮ່ວມດໍາເນີນງານກັບຂ້າພະເຈົ້ານັ້ນ ຕ້ອງແມ່ນຄົນທີ່ຂ້າພະເຈົ້າໃຫ້ຄວາມເຄົາລົບ ແລະ ມີປະສົບການວ່າ ຈະຕ້ອງມີຄວາມເໝາະສົມທີ່ດີ ສໍາລັບຄະນະກໍາມະການດັ່ງກ່າວນີ້.”

ທໍານຽບຂາວ ກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າພ້ອມແລ້ວ ທີ່ຈະຮ່ວມດໍາເນີນງານກັບພັກເດໂມແຄຣັດ ແລະພັກຣີພັບບຣິກັນ ຢູ່ໃນຄະນະກໍາມະການດັ່ງທີ່ກ່າວມາກ່ຽວກັບປະເດັນທີ່ສໍາຄັນທີ່ສຸດຂອງລັດຖະບານ.

ໂຄສົກຂອງທໍານຽບຂາວ ທ່ານນາງຄາຣີນ ຊັງ-ປີແອ ກ່າວວ່າ “ພາຍໃຕ້ລັດ ຖະບານຂອງປະທານາທິບໍດີ ໄບເດັນ, ພວກເຮົາມີການກະກຽມຫຼາຍຂຶ້ນເພື່ອແຂ່ງຂັນກັບຈີນ ໃນ​ການປົກປ້ອງຄວາມໝັ້ນຄົງ ຂອງປະເທດຊາດພວກເຮົາ, ສ້າງ​ຄວາມກ້າວໜ້າໃຫ້​ແກ່​ເຂດອິນໂດປາຊີຟິກ ທີ່ເສລີແລະເປີດກວ້າງ ຫຼາຍ ກວ່າ​ແຕ່​ກ່ອນ.”

ຢູ່ໃນການປາໄສກ່ອນການລົງຄະແນນສຽງ, ທ່ານແມັກຄາທີ ກ່າວວ່າ “ພວກເຮົາໄດ້ໃຊ້ເວລາມາຫຼາຍສິບປີ ສໍາລັບຜ່ານນະໂຍບາຍໃນການຕ້ອນຮັບຈີນເຂົ້າສູ່ລະບົບຕ່າງໆຂອງໂລກເຮົາ. ໃນທາງກົງກັນຂ້າມກັນ, ຈີນ ໄດ້ສົ່ງ​ອອກ​ການ
ກົດ​ຂີ່ ການ​ຮຸກ​ຮານ ແລະ​ການຕໍ່ຕ້ານອາເມຣິກັນ. ໃນມື້ນີ້, ​ອິດ​ທິ​ພົນ​ທາງ​ດ້ານ
ທະຫານ ແລະທາງເສດຖະກິດຂອງພວກເຂົາ ເຂັ້ມແຂງຂຶ້ນມາ ດ້ວຍການ​ທຳ​ລາຍອິດສະຫຼະພາບ ແລະປະຊາທິປະໄຕ ຢູ່ໃນທົ່ວໂລກ.”

ອ່ານຂ່າວນີ້ເປັນພາສັອັງກິດ

XS
SM
MD
LG